ນະຄອນຫລວງວຽງຈັນ ຈູດທຳລາຍຢາເສບຕິດ ຈຳນວນຫລາຍເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ


ໃນວັນທີ 10 ຕຸລາ ນີ້, ນະຄອນຫລວງວຽງຈັນ, ໄດ້ຈັດພິທີ ຈູດທຳລາຍຢາເສບຕິດ, ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ (ວັນທີ 12 ຕຸລາ ຄົບຮອບ 17 ປີ) ຂຶ້ນ ທີ່ບ້ານ ດົງໝາກຄາຍໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫລວງວຽງຈັນ, ທູຕານຸທູດ, ຜູ້ຕາງຫນ້າອົງ ການ ຈັດຕັ້ງສາກົນເຂົ້າຮ່ວມນຳດ້ວຍ.
ໃນໂອກາດນີ້, ທ່ານ ພົນຈັດຕະວາ ບຸບຜາ ສີພົມມາ, ຫົວຫນ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຢາເສບຕິດທີ່ນຳມາທຳລາຍໃນຄັ້ງນີ້ ມີຫລາຍກ່ວາ 388 ກິໂລ ໃນນີ້ມີ: ຢາບ້າ 398.930 ເມັດ, ເຮໂລອິນ 34 ແທ່ງ, ຢາໄອສ໌ 199 ກິໂລ, ກັນຊາ 11 ແທ່ງ, ຝຸ່ນປະສົມຢາບ້າສີແດງ ແລະ ຢາເສບຕິດປະເພດ ຢາອີ, ໂຄເຄນ ແລະ ອື່ນໆ ອີກຈຳນວນຫນຶ່ງ, ໃນປີ 2017 ຜ່ານມາ ນະຄອນຫລວງວຽງຈັນ ສາມາດມ້າງຄະດີຢາເສບຕິດໄດ້ 759 ຄັ້ງ, ກັກຕົວຜູ້ກະທຳຜິດໄດ້ 1.062 ຄົນ, ຍິງ 123 ຄົນ ໃນນີ້ມີຄົນຕ່າງປະເທດ 12 ຄົນ, ຍິງ 2 ຄົນ. ຢຶດຂອງກາງລົດໃຫຍ່ 13 ຄັນ, ລົດຈັກ 17 ຄັນ,ປືນກາລະບິນ 1 ກະບອກ ປືນສັ້ນ 7 ກະບອກ, ຫມາກແຕກ 1 ຫນ່ວຍ ແລະ ອາວຸດເສີກອື່ນໆອີກ.
ຫົວຫນ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນ ຫລວງວຽງຈັນ ກ່າວວ່າ: ຢາເສບຕິດຍັງເປັນໄພອັນຕະລາຍຮ້າຍແຮງຕໍ່ມວນມະນຸດ, ມີທ່າອ່ຽງແຜ່ລະບາດ ແລະ ຂະຫຍາຍຕົວຢູ່ໃນຫລາຍທ້ອງຖິ່ນໃນລາວ ກໍຄືນະຄອນຫລວງວຽງຈັນຢ່າງຫນ້າເປັນຫ່ວງ, ເພາະມັນສົ່ງຜົນກະທົບຕໍ່ຄວາມຫມັ້ນຄົງ, ຄວາມສະຫງົບ ແລະ ຄວາມປອດໄພຂອງຊາດ, ໃນຜ່ານມາ ພັກ ແລະ ລັດຖະບານ ກໍຄື ອົງການປົກຄອງນະຄອນຫລວງວຽງຈັນກໍໄດ້ຖືເອົາການສະກັດກັ້ນ ແລະ ຕ້ານຢາເສບຕິດເປັນຫນ້າທີ່ສຳຄັນ ແລະ ໄດ້ຊີ້ນຳ-ນຳພາໃນການຈັດຈັ້ງປະຕິບັດວຽກງານວິຊາສະເພາະຢ່າງຈົດຈໍ່ ແລະ ຈິງຈັງຕະຫລອດມາ ແລະ ພ້ອມນີ້ ກໍໄດ້ຮັບສະໜັບສະໜູນຊ່ວຍເຫລືອຈາກປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນລະຫວ່າງປະເທດ, ໄດ້ເປັນຢ່າງດີຕະຫລອດມາ.