ອິນເດຍອາດຫ້າມໃຊ້ລົດສ່ວນຕົວ ໃນເມືອງຫລວງຖ້າອາກາດບໍ່ດີຂຶ້ນ

ອິນເດຍອາດຫ້າມໃຊ້ລົດສ່ວນຕົວ ໃນເມືອງຫລວງຖ້າອາກາດບໍ່ດີຂຶ້ນ - kitchen vibe - ອິນເດຍອາດຫ້າມໃຊ້ລົດສ່ວນຕົວ ໃນເມືອງຫລວງຖ້າອາກາດບໍ່ດີຂຶ້ນ

ອິນ​ເດ​ຍອາດ​ຫ້າມ​ໃຊ້​ລົດ​ສ່ວນ​ຕົວ​ໃນ​ນະຄອນຫລວງ​ນິວ​ເດ​ລີ​ຊົ່ວຄາວ ຖ້າ​ມົນ​ລະ​ພິດ​ໃນ​ອາກາດຮຸນ​ແຮງ​ອີກ ຫລັງ​ຈາກ​ເຖິງ​ລະດັບ​ຮ້າຍ​ແຮງ​ໃນ​ໄລຍະ​ຫລາຍ​ມື້ຜ່ານ​ມາ.

ພາກ​ເໜືອ​ຂອງ​ອິນ​ເດຍ ລວມທັງ​ນະຄອນຫລວງ​ນິວ​ເດ​ລີ​ເລີ່​ມມີ​ໝອກ​ພິດ​ປົກ​ຄຸ​ມ​ໄປ​ທົ່ວ ​ເປັນ​ເຫດການ​ທີ່​ເກີດ​ຂຶ້ນທຸກ​ປີ​ເມື່ອ​ເຂົ້າສູ່​ລະດູ​ໜາວ ບວກ​ກັບ​ກະສິກອນ​ເຜົາ​ພືດ​ຜົນ​ທີ່​ເຫລືອ​ຈາກ​ການ​ເກັບ​ກ່ຽວ​ຜົນ​ຜະລິດ. ປະທານ​ສຳນັກງານ​ຄວບ​ຄຸມ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ກ່າວ​ວ່າ: ຂໍ​ໃຫ້​ຊ່ວຍ​ກັນ​ຫວັງ​ວ່າ​ມົນ​ລະ​ພິດ​ທາງ​ອາກາດ​ໃນ​ນະຄອນຫລວງ​ນິວ​ເດ​ລີ​ຈະ​ດີ​ຂຶ້ນ, ​ແຕ່​ຖ້າ​ສະຖານະ​ການ​ຮຸນ​ແຮງ​​ເຖິງ​ຂັ້ນສຸກ​ເສີນ​ຈະ​ຕ້ອງ​ຢຸດ​ການ​ໃຊ້​ລົດ​ສ່ວນ​ຕົວ ​ເພີ່ມ​ອີກ​ຈາກ​ທີ່​ເຄີຍ​ສະ​ເໜີ​ໃຫ້​ງົດ​ການ​ກໍ່ສ້າງ, ງົດ​ໃຊ້​ເຄື່ອງ​ປັ່ນ​ໄຟ​ນ້ຳມັນ​ແອັດ​ຊັງ, ງົດ​ເຜົາ​ດິນ​ຈີ່ ​ແລະ ​ເຜົາຂີ້​ເຫຍື້ອລະຫວ່າງ​ວັນ​ທີ 1-10 ພະຈິກ ​ເພາະ​ຄາດ​ວ່າ​ມົນ​ລະ​ພິດ​ໃນ​ອາກາດ​ຈະ​ສູງ​ຂຶ້ນ, ດັດຊະນີ​ຄຸນ​ນະພາ​ບອາກາດ​ທີ່​ວັດ​ແທກ​ຄວາມ​ເຂັ້ມຂຸ້ນ​ຂອງ​ອະນຸ​ພາກ​ພິດ​ໃນ​ນະຄອນຫລວງ​ນິວ​ເດ​ລີ​ວັນ​ທີ 31 ຕຸລາ​ຢູ່​ທີ່ 469 ໜ່ວຍ ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ຈາກ 299,4 ໜ່ວຍ​​ໃນ​ອາທິດ​ກ່ອນ.

ອິນເດຍອາດຫ້າມໃຊ້ລົດສ່ວນຕົວ ໃນເມືອງຫລວງຖ້າອາກາດບໍ່ດີຂຶ້ນ - Visit Laos Visit SALANA BOUTIQUE HOTEL - ອິນເດຍອາດຫ້າມໃຊ້ລົດສ່ວນຕົວ ໃນເມືອງຫລວງຖ້າອາກາດບໍ່ດີຂຶ້ນ
ອິນເດຍອາດຫ້າມໃຊ້ລົດສ່ວນຕົວ ໃນເມືອງຫລວງຖ້າອາກາດບໍ່ດີຂຶ້ນ - 4 - ອິນເດຍອາດຫ້າມໃຊ້ລົດສ່ວນຕົວ ໃນເມືອງຫລວງຖ້າອາກາດບໍ່ດີຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!