ຕາດກວາງຊີ ມ້າງຄວາມງາມ ເພື່ອລ້ຽງປາ

- 2369847 - ຕາດກວາງຊີ ມ້າງຄວາມງາມ ເພື່ອລ້ຽງປາ
- kitchen vibe - ຕາດກວາງຊີ ມ້າງຄວາມງາມ ເພື່ອລ້ຽງປາ

ໂດຍ: ທ່ຽງທຳ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ຫົວຂໍ້ບົດນີ້ເບິ່ງ ຄືຮ້າຍແຮງແທ້, ແຕ່ໃຜໆ ໄດ້ໄປພົບເຫັນກໍໜ້າ ຈະຕົກ ໃຈດັ່ງທ່ຽງທຳເອງ.

- Visit Laos Visit SALANA BOUTIQUE HOTEL - ຕາດກວາງຊີ ມ້າງຄວາມງາມ ເພື່ອລ້ຽງປາ

ຈາກຄວາມຫວັງຄວາມ ກະຕືລືລົ້ນທີ່ຕັ້ງໃຈຢາດເວລາ ເຂົ້າໄປເບິ່ງໄປຊົມຄວາມງົດ ງາມຂອງນ້ຳຕົກຕາດກວາງ ຊີອັນໂດດເດັ່ນ ແລະ ມີຊື່ສຽງ ໄປທົ່ວຂົງເຂດ, ຖ້າໃຜໄດ້ມາ ທ່ຽວຫລວງພະບາງແລ້ວ ຫາກບໍ່ໄດ້ໄປສຳພັດ ແລະ ຊົມ ຄວາມງົດງາມ, ຂອງທຳມະ ຊາດນ້ຳຕົກຕາດແຫ່ງນີ້ ກໍຊ່ຳກັບວ່າບໍ່ໄດ້ມາ ເມືອງ ມໍລະດົກອັນລືຊື່ແຫ່ງນີ້.

ດັ່ງນັ້ນໃນເຊົ້າຂອງວັນທີ 18 ພະຈິກ ຜ່ານມານີ້, ຂ້າພະ ເຈົ້າພ້ອມຄອບຄົວ ແລະ ແຂກ ເພື່ອນບ້ານຫວຽດນາມກໍໄດ້ ຍາດເວລາເຂົ້າໄປສຳພັດກັບ ຄວາມງົດງາມດັ່ງກ່າວ, ແຕ່ ພໍ ລົງລົດທີ່ໄດ້ຮັບອະນຸຍາດ ພິ ເສດໃຫ້ເຂົ້າໄປເຖິງບໍລິເວນ ເດີ່ນເພື່ອຊົມທຳມະຊາດ ຂອງນ້ຳຕົກຕາດແຫ່ງນີ້, ອັນເປັນພື້ນທີ່ດິນທຳມະ ຊາດທີ່ເກົ່າແກ່ ແລະ ປົກ ຫຸ້ມໄປດ້ວຍຕົ້ນໄມ້ໃຫຍ່ສູງ ງາມ ແລະ ຍ່ອມຫຍ້ານາໆ ຊະນິດທີ່ໄດ້ຕົບແຕ່ງຈາກ ຜູ້ປົກປັກຮັກສາ ແລະ ຄຸ້ມ ຄອງແຫລ່ງທ່ອງທ່ຽວອື່ນ ລືຊື່ແຫ່ງນີ້ ເບິ່ງແລ້ວຍັງ ສ້າງຄວາມລຶກລັບ ແລະ ມີ ສະເໜ່ຂອງມັນ, ແຕ່ຟ້າເອີຍ ບໍ່ຮູ້ວ່າດ້ວຍເຫດຜົນໃດພາກ ສ່ວນຮັບຜິດຊອບຈິ່ງປະ ປ່ອຍໃຫ້ພະນັກງານຂອງຕົນ ໄປຂຸດຮ່ອງນ້ຳທີ່ມີຂະໜາດ ໃຫຍ່ກວ້າງປະມານ 40-50 ຊັງຕີແມັດ.

ແລະ ເລິກລົງໄປກໍເກືອບ ຂະໜາດດ່ຽວກັນຜ່ານກະໂຕ ເດີ່ນດັ່ງກ່າວເພື່ອຮັບເອົານ້ຳ ຈາກເບື້ອງຂ້າງຂອງຕາດ ແຫ່ງນີ້ລົງສູ່ໜອງປາພໍສ້າງ ຂຶ້ນຢູ່ເບື້ອງລຸ່ມຂອງເດີ່ນນັ່ງ ພັກຜ່ອນຊົມຄວາມງາມຂອງ ນ້ຳຕົກຕາດແຫ່ງນີ້, ເບິ່ງແລ້ວ ເຊິ່ງບໍ່ພຽງແຕ່ເປັນການ ປັບປ່ຽນ ແລະ ມ້າງເຂດດິນ ທຳມະຊາດ ອັນເກົ່າແກ່ດັ່ງ ກ່າວ ແລ້ວຍັງເຮັດໃຫ້ຄວາມ ມີສະເໜ່ຂອງແຫລ່ງທ່ອງ ທ່ຽວອັນໂດດເດັ່ນແຫ່ງນີ້ ຂາດເຂີນໄປຈາກການນຳ ເອົານ້ຳ ເພື່ອເຂົາລໍ່ລ້ຽງປາ ນິນປາໄນ ບາງໂຕ, ເຊິ່ງມັນ ບໍ່ກຸ້ມຄ່າອີຫລີ ແລະ ມື້ໄປ ພົບເຫັນນັ້ນກໍອາດຈະຫາກໍ ຂຸດ ສຳເລັດປະມານ 2-3 ມື້ ຫລັງແຂກຫລາຍຄົນກໍມີຄຳ ຖາມ ຕັ້ງຂຶ້ນຫລາຍຢ່າງ, ແຕ່ ທ່ຽງທຳ ຟັງເບິ່ງແລ້ວສ່ວນ ໃຫຍ່ຂອງຄວາມສົນໃຈດັ່ງ ກ່າວແມ່ນຕົກໄປໃສ່ເບື້ອງ ຜູ້ຄຸ້ມຄອງນ້ຳຕົກຕາດອັນ ມີຊື້ສຽງ ແລະ ໂດດເດັ່ນ ແຫ່ງນີ້ເປັນຫຍັງ? ຈິ່ງອະນຸ ຍາດໃຫ້ມີການບຸກເບີກ ແລະ ປັບປ່ຽນ ຄວາມເກົ່າ ແກ່ ແລະ ມີສະເໜ່ ຂອງພື້ນທີ່ ດິນແຫ່ງນີ້ໃຫ້ເສຍໄປ.

ໃນຈຸດນີ້ ທ່ຽງທຳ ກໍ ຄ້ອຍໃຈນຳ, ຖ້າເບື້ອງຜູ້ຄຸ້ມ ຄອງມະຫາພາກເຮົາບໍ່ເອົາ ຈິງເອົາຈັງກັບການຄຸ້ມຄອງ ປົກປັກຮັກສາຄວາມມີທຳ ມະຊາດ ອັນເກົ່າແກ່ນີ້ໄວ້ໄດ້ ແລ້ວ, ໃນອະນາຄົດກໍຈະ ເຮັດໃຫ້ຄວາມປະທັບໃຈຂອງ ຜູ້ມາທ່ຽວຊົມຫລຸດໜ້ອຍ ຖອຍລົງກໍເປັນໄດ້, ເອົາລະ ເວົ້າມາກໍຫລາຍແຕ່ກໍໃຫ້ ຄວາມຫວັງວ່າຜູ້ຄຸ້ມຄອງ ເພິ່ນກໍຈະມີສາຍຕາຂອງ ນັກພັດທະນາ ຢ່າງແທ້ຈິງ ເພື່ອຄຸ້ມຄອງຮັກສາຄວາມ ງົດງາມ ແລະ ມີສະເໜ່ຂອງ ແຫລ່ງທ່ອງທ່ຽວແຫ່ງນີ້ ໃຫ້ຄົງຢູ່ນຳພວກເຮົາຕະ ຫລອດໄປ./.

ທ່ຽວຊົມທຳມະຊາດເມືອງຄຳແຂວງຊຽງຂວາງ2018/

ສົມຄວນບໍ່? ເມືອງມໍລະດົກ ຫ້າມນຳໃຊ້ແຄມທາງ ເບື້ອງນ້ຳຂອງ ເປັນບ່ອນບໍລິການຕ່າງໆ2018/

- 2369847 - ຕາດກວາງຊີ ມ້າງຄວາມງາມ ເພື່ອລ້ຽງປາ

- 4 - ຕາດກວາງຊີ ມ້າງຄວາມງາມ ເພື່ອລ້ຽງປາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!