ກົງໂກພົບພະຍາດລະບາດ ທັງອີໂບລາ-ມາລາເລຍ


ປັດຈຸບັນ ສະຖານະການການແຜ່ລະບາດຂອງເຊື້ອໄວຣັສອີໂບລາຢູ່ສາທາລະນະລັດ ປະຊາທິປະໄຕ ກົງໂກ ຍັງວິກິດ, ປະເທດທີ່ຕັ້ງຢູ່ທາງຕາເວັນຕົກຕອນກາງຂອງອາຟຣິກາແຫ່ງນີ້ ກຳລັງຜະເຊີນພະຍາດມາລາເລຍທີ່ມີທ່າອ່ຽງຮຸນແຮງຂຶ້ນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ລາຍງານໃນອາທິດນີ້ ລະບຸວ່າ: ເມືອງເບນີ ແຂວງກິວູເໜືອ ເຊິ່ງຢູ່ທາງຕາເວັນອອກຂອງສາທາລະນະລັດ ປະຊາທິປະໄຕ ກົງໂກ ແລະ ມີຊາຍແດນຕິດກັບອູກັນດາ ກຳລັງຜະເຊີນສະຖານະການການແຜ່ລະບາດຂອງເຊື້ອໄວຣັສອີໂບລາ ນັບແຕ່ເດືອນສິງຫາຜ່ານມາ ເຊິ່ງຖືເປັນຄັ້ງທີ 2 ໃນປີນີ້ ໂດຍມີຜູ້ເສຍຊີວິດແລ້ວຢ່າງເປັນທາງການ “ຢ່າງໜ້ອຍ 245 ຄົນ” ຈາກຈຳນວນຜູ້ປ່ວຍ “ປະມານ 500 ຄົນ” ໂດຍການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວເປັນຄັ້ງທຳອິດຂອງປີນີ້ເກີດຂຶ້ນໃນເດືອນພຶດສະພາຜ່ານມາ ແລະ ເປັນທ່າອ່ຽງຂອງການແຜ່ລະບາດໃນລະດັບຮຸນແຮງທີ່ສຸດນັບແຕ່ປີ 1976 ເຊິ່ງເປັນປີທີ່ມີການຄົ້ນພົບເຊື້ອໄວຣັສອີໂບລາເປັນຄັ້ງທຳອິດໃນໂລກຢູ່ກົງໂກ ມີລາຍງານຜູ້ເສຍຊີວິດຢ່າງເປັນທາງການ 280 ຄົນ.
ເຖິງຢ່າງໃດກໍຕາມ, ນອກຈາກເຊື້ອໄວຣັສອີໂບລາແລ້ວ ກົງໂກກຳລັງຜະເຊີນສະຖານະການການແຜ່ລະບາດຂອງເຊື້ອໄວຣັສມາລາເລຍທີ່ມີຍຸງເປັນພາຫະ. ຂໍ້ມູນຈາກ WHO ເປີດເຜີຍວ່າ: ສະຖານະການຂອງພະຍາດມາລາເລຍຢູ່ກົງໂກໃນຕອນນີ້ຮ້າຍແຮງເປັນຮອງພຽງນີເຊຣີເທົ່ານັ້ນ ເຊິ່ງລາຍງານບໍ່ເປັນທາງການພົບຈຳນວນຜູ້ປ່ວຍຈາກພະຍາດມາລາເລຍຫລາຍກວ່າ 2.000 ຄົນຕໍ່ອາທິດ ນັບແຕ່ເດືອນສິງຫາຜ່ານມາ ໂດຍອາສາສະໝັກຂອງ WHO ຢູ່ລະຫວ່າງເລັ່ງແຈກຢາຍມຸ້ງ, ຢາກັນຍຸງ ແລະ ການສັກວັກແຊງປ້ອງກັນພະຍາດໃຫ້ປະຊາຊົນໃນພື້ນທີ່ສ່ຽງປະມານ 450.000 ຄົນ.