ລ້ຽງລູກໃຫ້ສະຫຼາດທາງອາລົມ ດ້ວຍ 5 ວິທີ

- 16583 thaihealth cdhjmprvwxz3 - ລ້ຽງລູກໃຫ້ສະຫຼາດທາງອາລົມ ດ້ວຍ 5 ວິທີ
- kitchen vibe - ລ້ຽງລູກໃຫ້ສະຫຼາດທາງອາລົມ ດ້ວຍ 5 ວິທີ

ພໍ່ແມ່ບາງຄົນອາດຍັງບໍ່ທັນຄິດວ່າ ເຮົາກໍາລັງຢູ່ໃນໂລກທີ່ພໍ່ແມ່ພະຍາຍາມທຸກທາງໃຫ້ລູກມີສະຕປັນຍາທີ່ສະຫຼຽວສະຫຼາດ ແລະ ກໍາລັງລະເລີຍພັດທະນາການດ້ານອາລົມຂອງລູກ ຊຶ່ງມີຄວາມສໍາຄັນບໍ່ໜ້ອຍໄປກວ່າພັດທະນາການດ້ານອື່ນໆ ແລະ ມີ 5 ວິທີດັ່ງນີ້:

  1. ຊອກຫາແຮງຈູງໃຈຂອງລູກໃຫ້ພົບ: ເດັກນ້ອຍແຕ່ລະຄົນມີຄວາມມັກທີ່ແຕກຕ່າງກັນ ພໍ່ແມ່ສາມາດຊ່ວຍຫາແຮງບັນດານໃຈໄດ້ໂດຍໃຫ້ລູກລອງເຮັດກິດຈະກໍາທີ່ຫຼາກຫຼາຍ ຊຶ່ງຈະຊ່ວຍໃຫ້ລູກພັດທະນາສັງຄົມອາລົມ ແລະ ສະຕິປັນຍາຜ່ານການເຮັດກິດຈະກໍາເຫຼົ່ານັ້ນ ໂດຍພໍ່ແມ່ຕ້ອງແນ່ໃຈວ່າ ກິດຈະກໍາຕ່່າງໆທີ່ໃຫ້ລູກເຮັດນັ້ນ ລູກມີຄວາມສຸກທີ່ໄດ້ເຮັດ ບໍ່ແມ່ນຖືກບັງຂັບໃຫ້ເຮັດ.
  2. ສອນລູກໃຫ້ລູກຮູ້ຈັກສະແດງຄວາມຮູ້ສຶກຢ່າງເໝາະສົມ: ເດັກນ້ອຍບາງຄົນບໍ່ຮູ້ວິທີທີ່ຈະສະແດງຄວາມຮູ້ສຶກອອກມາ ບາງຄັ້ງສະແດງອອກມາເກີນໄປ  ພໍ່ແມ່ສາມດຊ່ວຍລູກໄດ້ດ້ວຍການສອນໃຫ້ເຂົາສະແດງຄວາມຮູ້ສຶກອອກມາຢ່າງເໝາະສົມ ທັງນີ້ວິທີການທີ່ໃຊ້ນັ້ນອາດຕ່າງກັນໄປໃນເດັກນ້ອຍແຕ່ລະຄົນເຊັ່ນ: ຫາກລູກກໍາລັງຄຽດ ລອງຊ່ວຍໃຫ້ເຂົາຮຽນຮູ້ທີ່ຈະລະບາຍອາລົມ ແລະ ສະແດງຄວາມຄຽດຢ່າງເໝາະສົມ ຫາກລູກບໍ່ຢາກສະແດງຄວາມຮູ້ສຶກ ພໍແມ່ອາດຕ້ອງລອງຫຼາຍໆວິທີທີ່ຈະໃຫ້ເຂົາສະແດງຄວາມຮູ້ສຶກ ແລະ ອາລົມອອກມາ ບໍ່ຄວນປ່ອຍໃຫ້ລູກເກັບຄວາມຮູ້ສຶກອັດອັ້ນໄວພາຍໃນ ເພາະອາດນໍາໄປສູ່ຄວາມບໍ່ໝັ່ນຄົງໃນອະນາຄົດ.
  3. ຊອກໃຫ້ພົບວ່າລູກຕ້ອງພັດທະນາໃນຈຸດໃດ: ຕ້ອງພັດທະນາດ້ານສະຕິດປັນຍາ ຫຼືຕ້ອງພັດທະນາຄວາມສະຫຼຽວສະຫຼາດທາງອາລົມ ທັງສອງຢ່າງນີ້ມີຄວາມສໍາຄັນ ແລະ ບໍ່ອາດເບິ່ງຂ້າມໄດ້ທັງຄູ່ ເມື່ອຊອກພົບ ພໍ່ແມ່ສາມດພັດທະນາລູກນ້ອຍໃນສ່ວນທີ່ເຂົາຂາດ ຊຶ່ງຈະເຮັດໃຫ້ລູກມີພັດທະນາການທີ່ດີຮອບດ້ານ ທັງສະຫຼາດດ້ານສະຕິປັນຍາ ແລະ ສາມາດຈັດການອາລົໄດ້ດີດ້ວຍ.
  4. ຢ່າຢ້ານກົວຄວາມລົ້ມເຫຼວ: ເດັກນ້ອຍທີ່ເຂົ້າໃຈອາລົມຂອງຕົວເອງ ເຂົາຈະໄດ້ຮຽນຮູ້ວ່າຄວາມລົ້ມເຫຼວສໍາຄັນແນວໃດ ຄວາມລົ້ມເຫຼວເປັນສິ່ງທີ່ຍິ່ງໃຫຍ່ ເພາະວ່າມັນສອນໃຫ້ຮູ້ຈັກປັບປຸງໃນສິ່ງທີ່ເຮັດຜິດພາດໄປ ແນວໃດກໍຕາມເດັກນ້ອຍເກັ່ງໆ ອາດເບິ່ງວ່າຄວາມລົ້ມເຫຼວເປັນສິ່ງທີ່ເປັນຕາຢ້ານ ພໍ່ແມ່ຈໍາເປັນຕ້ອງສອນເຂົາໃຫ້ຮູ້ຈັກຮັບືກັບຄວາມລົ້ມເຫຼວ ຫຼືການຖືກປະຕິເສດ ແລະ ສອນໃຫ້ເຂົາຮູ້ຈັກໃຊ້ປະໂຫຍດຈາກຄວາມລົ້ມເຫຼວນັ້ນ.
  5. ປູກຝັງເອກະລັກສ່ວນຕົວຂອງລູກ: ເດັກນ້ອຍຈະບໍ່ສາມາດທີ່ຈພດທະນາຄວາມສະຫຼາດທາງອາລົມໄດ້ຢ່າງເຕັມທີ່ ຖ້າເຂົາບໍ່ໄດ້ພັດທະນາຕົວຕົນຂອງເຂົາ ມັນເປັນໄປບໍ່ໄດ້ທີ່ຈະເຫັນອົກເຫັນໃຈຜູ້ອື່ນ ຖ້າພໍ່ແມ່ຍັງບໍ່ຮູ້ຈັກ ຫຼືບໍ່ສົນໃຈຄວາມຮູ້ສຶກຂອງຕົວເອງ ນັ້ນຈຶ່ງເປັນເຫດຜົນທີ່ຜູ້ປົກຄອງ ທີ່ຕ້ອງການທີ່ຈະລ້ຽງລູກໃຫ້ມີຄວາມຮອບຮູ້ທັງສະຕິປັນຍາ ແລະ ອາລົມ ພະຍາຍາມທີ່ຈະປູກຝັງເອກະລັກສ່ວນຕົວຂອງລູກດ້ວຍການໃຫ້ພວກເຂົາເປັນຕົວຂອງຕົວເອງ ແລະ ຄົ້ນຫາສິ່ງທີ່ລູກຮັກທີ່ສຸດ, ສິ່ງທີ່ລູກຝັກຢາກເປັນ, ສິ່ງທີ່ລູກສົນໃຈຫຼາຍທີ່ສຸດ ພໍ່ແມ່ຄືກໍາລັງໃຈທີ່ດີທີ່ສຸດທີ່ຈະຊ່ວຍລູກໄປເຖິງເປົ້າໝາທີ່ໃຝ່ຝັນ.
- 3 - ລ້ຽງລູກໃຫ້ສະຫຼາດທາງອາລົມ ດ້ວຍ 5 ວິທີ
- 5 - ລ້ຽງລູກໃຫ້ສະຫຼາດທາງອາລົມ ດ້ວຍ 5 ວິທີ
- 4 - ລ້ຽງລູກໃຫ້ສະຫຼາດທາງອາລົມ ດ້ວຍ 5 ວິທີ
- Visit Laos Visit SALANA BOUTIQUE HOTEL - ລ້ຽງລູກໃຫ້ສະຫຼາດທາງອາລົມ ດ້ວຍ 5 ວິທີ