ແຂວງອຸດົມໄຊ ປະກາດອະໄພຍະໂທດ 31 ຄົນ ໃນໂອກາດວັນຊາດ 2 ທັນວາ


ໃນວັນທີ 19 ທັນວານີ້, ອົງການໄອຍະການປະຊາ ຊົນແຂວງອຸດົມໄຊ, ໄດ້ ປະກາດ ອະໄພຍະໂທດ ໃຫ້ ນັກໂທດ ຜູ້ທີ່ປະພຶດຕົນດີ ຈຳນວນ 31 ຄົນ, (ຍິງ 6 ຄົນ) ເນື່ອງໃນໂອກາດ ວັນ ຊາດທີ 2 ທັນວາ ຄົບຮອບ 43 ປີ ເພື່ອປະຕິບັດຕາມລັດຖະບັນຍັດ ຂອງປະທານ ປະເທດ ສະບັບເລກທີ 001/ ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການອະໄພ ຍະໂທດ, ໂດຍການເຂົ້າຮ່ວມ ຂອງ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ແລະ ທ່ານ ຄໍາພຽງ ຢ່າຈົງ ວາ ຮອງເຈົ້າແຂວງອຸດົມໄຊ, ໄລຍະຜ່ານມາ ແຂວງ ອຸ ດົມໄຊມີນັກໂທດທີ່ຖືກປະ ຕິບັດລະບຽບວິໄນ, ຕັດອິດ ສະຫລະພາບ, ກັກໂຕ ແລະ ການປະຕິບັດກົດໝາຍທາງແພ່ງ ແລະ ນະໂຍບາຍຕ່າງໆ ທັງໝົດ 231 ຄົນ, ຍິງ 40 ຄົນ, ຕ່າງປະເທດ 1 ຄົນ, ຂໍ້ຫາຢາເສບຕິດ 101 ຄົນ, ຍິງ 32 ຄົນ, ຂໍ້ຫາການກະ ທຳຜິດທົ່ວໄປ 126 ຄົນ, ຍິງ 8 ຄົນ, ຕ່າງປະເທດ 1 ຄົນ.


ໃນໂອກາດນີ້, ທ່ານ ຄຳ ສານ ສຸວົງ ໄດ້ກ່າວຍ້ອງຍໍ ຊົມເຊີຍ ຕໍ່ກັບການປະຕິບັດ ໜ້າທີ່ວຽກງານ ຂອງຄະນະ ກຳມະການຂັ້ນແຂວງ ທີ່ສາ ມາດເຮັດຫລ້ອນໜ້າທີ່ ແລະ ມີພິທີປະກາດການອະໄພ ຍະໂທດຄັ້ງນີ້ໄດ້ຢ່າງສຳເລັດຜົນ, ພ້ອມທັງໄດ້ຮັບການ ອາໄພຍະໂທດຄັ້ງນີ້, ເຊິ່ງ ທ່ານ ໄດ້ເນັ້ນໃຫ້ບັນດານັກ ໂທດທີ່ໄດ້ຮັບອະໄພຍະໂທດ ຄັ້ງນີ້ ຈົ່ງຕັ້ງໃຈປະພຶດຕົນ ໃຫ້ເປັນຄົນດີຂອງສັງຄົມ, ປະກອບອາຊີບທີ່ສຸດຈະລິດ, ຊອກວຽກເຮັດງານທຳທີ່ ຖືກກົດໝາຍ ປະກອບສ່ວນ ເຂົ້າໃນວຽກງານການພັດ ທະນາສ້າງສາປະເທດຊາດ ແລະ ອັນສຳຄັນແມ່ນບໍ່ໃຫ້ ຫວນຄືນມາເດີນໃນເສັ້ນທາງທີ່ຜິດຄືເກົ່າອີກ.