ລາວ-ອົດສະຕຣາລີ ຫາລືວຽກງານພັດທະນາຊັບພະຍາກອນມະນຸດ ປະຈໍາປີ 2019


ກອງປະຊຸມສົນທະນາຫາລືກ່ຽວກັບການພັດທະນາຊັບພະຍາກອນມະນຸດ ລະຫວ່າງລາວ ແລະ ອົດສະຕຣາລີ ໄດ້ຈັດຂຶ້ນໃນວັນທີ 8 ມັງກອນນີ້, ໂດຍການເປັນປະທານຮ່ວມຂອງທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈີນ ເບີນາດ ຄາຣາດສໂຄ ເອກອັກຄະລັດຖະທູດອົດສະຕາລີ ປະຈໍາລາວ, ມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງແຮງການ ແລະ ສະຫວັດດີການສັງຄົມ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງຕ່າງໆເຂົ້າຮ່ວມນໍາດ້ວຍ.
ໃນກອງປະຊຸມ, ທ່ານ ກອງສີ ແສງມະນີ ໄດ້ມີຄໍາເຫັນວ່າ: ເພື່ອການຜັນຂະຫຍາຍຜົນຂອງກອງປະຊຸມໂຕະມົນ ປະຈໍາປີ 2017 ແລະ ກອງປະຊຸມຄະນະຊີ້ນໍາການຈັດຕັ້ງປະຕິບັດໂຄງການຄັ້ງທີ 5 ຂອງແຜນງານການພັດທະນາຊັບພະຍາກອນມະນຸດລາວ-ອົດສະຕຣາລີ ຄັ້ງວັນທີ 31 ມັງກອນ 2018 ຜ່ານມາ ແລະ ແນໃສ່ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 5, ລັດຖະບານລາວ ໄດ້ເອົາໃຈໃສ່ການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການະພັດທະນາກໍາລັງແຮງງານໃຫ້ມີ ປະສິດທິພາບ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ຄຽງຄູ່ກັບການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາເຊັ່ນ: ລັດຖະບານອົດສະຕຣາລີ, ຈີນ, ຫວຽດນາມ, ໄທ, ຍີ່ປຸ່ນ, ເກົາຫຼີ, ສິງກະໂປ ແລະ ອີກຫຼາຍໆປະເທດ ທີ່ໄດ້ສຸມທຶນຮອນ, ສະຕິປັນຍາ ແລະ ເຫື່ອແຮງ ຢ່າງຕັ້ງໜ້າເຂົ້າໃນການພັດທະນາຊັບພະຍາກອນມະນຸດໃຫ້ແກ່ລາວ.
ການລົງທຶນໃສ່ການສຶກສາ ແລະ ການພັດທະນາສີມືແຮງງານ ເພື່ອພັດທະນາຊັບພະຍາກອນມະນຸດແມ່ນມີຄຸນຄ່າ ແລະ ມີປະສິດທິຜົນສູງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ, ເພາະຜູ້ທີ່ສໍາເລັດການສຶກສາ ຈາກພາຍໃນ ແລະ ຕ່າງປະເທດ ໄດ້ມີຄວາມຮູ້, ຄວາມສາມາດ, ທັກສະ ແລະ ປະສົບການທີ່ສາມາດຕອບສະໜອງຄວາມຕ້ອງການ ຂອງຕະຫຼາດແຮງງານພາຍໃນປະເທດ ແລະ ພາກພື້ນໄດ້.
ໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີຄວາມຄືບໜ້າ ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025: ຜົນໄດ້ຮັບຈາກກອງປະຊຸມໂຕະມົນປີ 2017; ລາຍງານການສ້າງແບບຈໍາລອງການພະຍາກອນຕະຫຼາດແຮງງານ, ນໍາສະເໜີຄວາມຄືບໜ້າການພັດທະນາຍຸດທະສາດການຝຶກອົບຮົມພາສາອັງກິດໃຫ້ກັບພະນັກງານລັດຖະກອນ ແລະ ບັນຫາກ່ຽວຂ້ອງອື່ນໆອີກ.