ນັກຂຽນບົດທີ່ດີຕ້ອງມີຈັນຍາບັນ


ໂດຍ: ທິດກ່ຳ
ອາທິດທີ່ຜ່ານມາ, ເຮົາໄດ້ເຫັນ ແລະ ທັງໄດ້ອ່ານບົດໜຶ່ງ ທີ່ໄດ້ອອກຜ່ານສື່ອອນລາຍ ໂດຍຜູ້ຂຽນໄດ້ພາດຫົວຂໍ້ວ່າ “ຊົມເຊີຍສອງນັກທຸລະກິດ ທີ່ສ້າງຜົນງານຕໍ່ປະເທດຊາດເປັນແບບຢ່າງໃນສັງ ຄົມໄດ້ຈາລຶກໄວ້” ບົດດັ່ງກ່າວ ຂຽນໂດຍຜູ້ອອກນາມ ປາກກາວ່າ Peang sengphet 10 ມົກກຣາຄົມ 2019 ໜັງສືພິມເສດຖະກິດການຄ້າແຕ່ເນື້ອຫາສາລະຂອງ ບົດນັ້ນເກືອບ 100% ແມ່ນ ໄດ້ນຳເອົາມາຈາກໜັງສືພິມ ລາວພັດທະນາສະບັບອອກ ວັນທີ 8 ເດືອນມັງກອນ 2019 ຂຽນໂດຍ ທິດກ່ຳ ເນື້ອຫາຂອງບົດພຽງແຕ່ປ່ຽນຊື່ກັບອາລຳພະບົດເລັກໜ້ອຍເຫລືອ ນັ້ນກໍແມ່ນເອົາຢູ່ນຳໜັງສືພິມລາວພັດທະນາອ້ອຍຕ້ອຍ.
ໃນບົດດັ່ງກ່າວ ເຖິງວ່າ ຜູ້ຂຽນໄດ້ບອກເຖິງທີ່ໄປທີ່ມາຂອງຂໍ້ມູນແຕ່ເຮົາກໍເຫັນວ່າມັນຍັງບໍ່ທັນເໝາະສົມເພາະວ່າເປັນລິຂະສິດສະເພາະຂອງສຳນັກ ແລະ ຜູ້ຂຽນ.
ຕາມເຮົາຄິດ, ເວົ້າເຖິງ ບົດຫລືຂ່າວຖ້າເອົາມາຈາກ ສຳນັກອື່ນເຮົາຍັງຕ້ອງໄດ້ ບອກທີ່ມາຂ້ອງແຫລ່ງຂ່າວ ນັ້ນໆ ຫລື ບໍ່ກໍຕ້ອງໄດ້ຜ່ານ ຫລືຂໍອະນຸຍາດ ຈຶ່ງຈະເປັນ ການດີ.
ຕົວຢ່າງໃນບົດທີ່ອອກ ໃນວັນທີ 8 ມັງກອນ 2019 ຜູ້ຂຽນບໍ່ເຄີຍໄດ້ເຫັນ ແລະ ບໍ່ເຄີຍໄດ້ສຳພັດກັບນັກທຸລະກິດ 2 ທ່ານຈັກເທື່ອກໍຕ້ອງ ໄດ້ຂໍໂທດທີ່ໄດ້ນຳເອົາເລື່ອງ ພວກເພິ່ນມາຂຽນເປັນບົດ ວຽກດີຄົນເດັ່ນ.
ເພາະສະນັ້ນ, ເຮົາເຫັນ ວ່າການທີ່ເປັນນັກຂຽນບົດ ປະເພດໃດກໍຕາມຖ້ານຳເອົາ ເນື້ອໃນບົດຄົນອື່ນ, ສຳນັກ ອື່ນມາເປັນຂອງຕົນເອງ ອ້ອຍຕ້ອຍນັ້ນຖືວ່າເປັນການ ຜິດພາດຕໍ່ຈັນຍາບັນຢ່າງໃຫຍ່ຫລວງສົມຄວນ.
ໃນພະລະກິດຂອງນັກຂຽນ, ນັກຂ່າວບໍ່ວ່າຢູ່ ບ້ານ ເມືອງໃດ, ປະເທດໃດກໍຕາມ ຊັບສິນທາງປັນຍານັ້ນຖືວ່າ ເປັນອັນສຳຄັນ ແລະ ມີຜົນສັກສິດທາງກົດໝາຍ ເຊິ່ງ ກວ່າຈະໄດ້ມາເປັນບົດໜຶ່ງ ນັ້ນຜູ້ຂຽນເຂົາຕ້ອງໄດ້ຄົ້ນ ຄວ້າ, ຄິດຫງຳຢ່າງຖີ່ຖ້ວນ ໂດຍຊອກເອົາຂໍ້ມູນໃນແຫລ່ງຕ່າງໆ ແລ້ວຈຶ່ງມາຂຽນເປັນ ວັນນະກຳໃນເຊີງລຸກຕາມ ກາລະເທສະຫາກບໍ່ແມ່ນ ໄດ້ມາງ່າຍຄືປອກກ້ວຍ.
ອີກປະການໜຶ່ງໃນການຂຽນບົດ, ຂຽນຂ່າວຈະຢູ່ ໃສ, ໃນກໍລະນີໃດກໍຕາມຕ້ອງ ໄດ້ລົງທຶນລົງຮອນເພື່ອນຳ ເອົາບົດດີເດັ່ນນັ້ນໆ ມາລົງໃນ ໜັງສືພິມຂອງຕົນ, ຍິ່ງໄປກວ່ານັ້ນ, ຖ້າບົດໃດຂຽນດີ, ມີ ເນື້ອໃນເດັ່ນໆ ແມ່ນຈະເຮັດ ໃຫ້ໜັງສືພິມຂອງຕົນຍືນຍົງຄົງຕົວ ແລະ ພັດທະນາໄປ ເລື້ອຍໆ ແລະ ອັນສຳຄັນທີ່ສຸດ ກໍແມ່ນສ້າງຄວາມສົນໃຈ ແລະ ຮັບໃຊ້ສັງຄົມໄດ້ ເປັນຢ່າງດີ.
ເວົ້າເລື່ອງຈັນຍາບັນ ຂອງນັກຂ່າວ, ນັກຂຽນ ບົດສະໄໝນີ້ມັນມີຫລາກ ຫລາຍ, ສຸດ ແລ້ວແຕ່ຜູ້ຈະຄິດ ແລະ ຜູ້ຈະເຮັດ, ໂດຍ ສະເພາະໃນພາລະກິດ ຂອງສື່ຍ້ອນວ່າເປັນຍຸກ ໂລກາພິ ວັດ, ວົງການສື່ມັນວ່ອງໄວ ທັນສະໄໝ ແລະ ມີຫລາກ ຫລາຍສີສັນໃຫ້ ເລືອກໂດຍ ສະເພາະແມ່ນສື່ໃໝ່ທີ່ກຳລັງ ມາແຮງ.
ແຕ່ສິ່ງສຳຄັນມັນ ກໍຂຶ້ນ ກັບບຸກຄົນ ແລະ ຊົນຊັ້ນເປັນ ຜູ້ຕັດສິນ ແລະ ຊົມໃຊ້ໃຫ້ມີ ປະໂຫຍດສູງສຸດ, ແຕ່ວ່າ ການລອກແບບ ຫລື ນຳເອົາ ລິຂະສິດຂອງຜູ້ອື່ນໂດຍທີ່ ບໍ່ໄດ້ຮັບອະນຸຍາດນັ້ນຖືວ່າ ເປັນການຜິດຈັນຍາບັນ ແລະ ຜິດກົດໝາຍ ແລະ ຄວາມງ່າຍດາຍເກີນໄປຂອງ ສັກສີທີ່ ເປັນນັກຂຽນບົດ.
ເຖິງຢ່າງໃດກໍດີ, ໃນ ເງື່ອນໄຂທີ່ປະເທດຊາດຂອງ ພວກ ເຮົາພວມຫັນເຂົ້າເປັນ ອັນທັນສະໄໝ ແລະ ກ້າວສູ່ ເປັນລັດແຫ່ງກົດໝາຍເໝືອນ ດ່ັງປະເທດທີ່ເຂົາຈະເລີນແລ້ວ ພວກເຮົາກໍຕ້ອງໄດ້ມີ ສະຕິ ໃນການ ຄົ້ນຄິດ ແລະ ຄຳໜຶງ ເຖິງຈັນ ຍາບັນຂອງຕົນເອງ ເພາະຊັບສິນທາງປັນຍານັ້ນ ມີຄຸນຄ່າ ເໜືອກວ່າວັດຖຸບາງ ຢ່າງທີ່ ຄົນເຮົາຕ້ອງຍອມຮັບ.
ກົດໝາຍສື່ມວນຊົນນັ້ນ ລະທີ່ເປັນບ່ອນອີງ ແລະ ເສັ້ນ ທາງອັນໃສແຈ້ງທີ່ເຮັດໃຫ້ ພວກເຮົາພ້ອມກັນກ້າວເດີນ ໄປຢ່າງຖືກຕ້ອງ./.

