ຈີນ-ສ.ເກົາຫລີ ຜະເຊີນວິກິດປະຊາກອນເກີດໃໝ່


ວິນ ອິນຟໍເມຊັນ ບໍລິສັດໃຫ້ບໍລິການຂໍ້ມູນທາງການເງິນຂອງຈີນ ລາຍງານວ່າ: ຊາວຈີນໃຫ້ເກີດລູກຈຳນວນ 15,23 ລ້ານຄົນໃນປີຜ່ານມາ ເຊິ່ງເປັນລະດັບຕໍ່າສຸດນັບແຕ່ປີ 1961 ເຊິ່ງໃນປີດັ່ງກ່າວ ມີເດັກເກີດຈຳນວນ 11,87 ລ້ານຄົນ. ອີກທັງອັດຕາການເກີດໃນປີຜ່ານມາຕໍ່າກວ່າປີ 2017 ປະມານ 11,6%.
ຂະນະດຽວກັນ, ຈີນມີຈຳນວນປະຊາກອນ 1.395 ພັນລ້ານຄົນໃນປີຜ່ານມາ ຫລາຍກວ່າປີ 2017 ປະມານ 3,81%. ລັດຖະບານຈີນຄາດຄະເນວ່າ: ຈຳນວນປະຊາກອນຈະບັນລຸລະດັບສູງສຸດ 1.442 ພັນລ້ານຄົນ ໃນປີ 2029 ກ່ອນຈະຫລຸດລົງຫລັງຈາກນັ້ນ.
ສ່ວນລັດຖະບານ ສ.ເກົາຫລີ ປະສົບບັນຫາໃນການກູ້ວິກິດປະຊາກອນໃນປະເທດເຊັ່ນກັນ ໂດຍປັດຈຸບັນ ສ.ເກົາຫລີ ກາຍເປັນໜຶ່ງໃນປະເທດທີ່ມີອັດຕາການເກີດຕໍ່າສຸດໃນໂລກ.
ຂໍ້ມູນຫລ້າສຸດຂອງລັດຖະບານ ສ.ເກົາຫລີ ລະບຸວ່າ: ຖືເປັນເທື່ອທຳອິດທີ່ອັດຕາການເກີດຂອງປະຊາກອນຢູ່ທີ່ 0,95 ເຊິ່ງເປັນລະດັບຕໍ່າກວ່າ 1 ໜ້ອຍກວ່າເປົ້າໝາຍທີ 2,1 ກວ່າຄື ຜູ້ຍິງ 1 ຄົນ ຈະຕ້ອງເກີດລູກຢ່າງໜ້ອຍ 2 ຄົນ ແລະ ເປັນທິດທາງຂາລົງມາແຕ່ປີ 2001.
ປັດໄຈສຳຄັນຂອງອັດຕາການເກີດລູກທີ່ຕໍ່າລົງຢູ່ ສ.ເກົາຫລີ ປະເທດທີ່ມີເສດຖະກິດຂະໜາດໃຫຍ່ສຸດເປັນອັນດັບ 4 ໃນອາຊີ ໄດ້ແກ່ຕົ້ນທຶນໃນການລ້ຽງລູກທີ່ສູງ, ປະລິມານ ແລະ ຄຸນນະພາບຂອງສະຖານຮັບລ້ຽງເດັກຈຳກັດ ແລະ ຈຳນວນຊົ່ວໂມງການເຮັດວຽກທີ່ຍາວນານຢູ່ ສ.ເກົາຫລີ.
ຜ່ານມາ ລັດຖະບານ ສ.ເກົາຫລີ ທຸ້ມງົບປະມານ 121.000 ລ້ານໂດລາ ໃນໄລຍະ 13 ປີຜ່ານມາ ເພື່ອຫວັງເພີ່ມອັດຕາການເກີດໃນປະເທດໃຫ້ເພີ່ມຂຶ້ນຕາມເປົ້າ ແຕ່ບໍ່ປະສົບຜົນສຳເລັດ.