ງານງາງສະແດງ “Lao ICT EXPO 2019” ຈະຈັດຂຶ້ນໃນກາງເດືອນມິຖຸນານີ້

ງານງາງສະແດງ “lao ict expo 2019” ຈະຈັດຂຶ້ນໃນກາງເດືອນມິຖຸນານີ້ - ICT EXPO - ງານງາງສະແດງ “Lao ICT EXPO 2019” ຈະຈັດຂຶ້ນໃນກາງເດືອນມິຖຸນານີ້
ງານງາງສະແດງ “lao ict expo 2019” ຈະຈັດຂຶ້ນໃນກາງເດືອນມິຖຸນານີ້ - kitchen vibe - ງານງາງສະແດງ “Lao ICT EXPO 2019” ຈະຈັດຂຶ້ນໃນກາງເດືອນມິຖຸນານີ້

      ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຖະແຫລ່ງຂ່າວ ຕໍ່ສື່ມວນຊົນໃນວັນທີ 14 ກຸມພານີ້ວ່າ: ປັດຈຸບັນກະຊວງຂອງຕົນພ້ອມເລັ່ງໃສ່ກະກຽມຄວາມພ້ອມຈັດງານວາງສະແດງເຕັກໂນໂລຊີສື່ສານ ແລະຂໍ້ມູນຂ່າວສານ (Lao ICT EXPO 2019) ຂຶ້ນເປັນປີທີ III  ໃນລະຫວ່າງວັນທີ 12-16 ມິຖຸນາ 2019 ນີ້ ທີ່ສູນການຄ້າລາວໄອເຕັກ, ນະຄອນຫຼວງວຽງຈັນ ເພື່ອເປັນເວທີທີ່ສຳຄັນໃນການສ້າງໂອກາດ ໃຫ້ຜູ້ສົນໃຈດ້ານເຕັກໂນໂລຊີ ສື່ສານຂໍ້ມູນຂ່າວສານ ໄດ້ມາພົບປະແລກປ່ຽນບົດຮຽນ ແລະ ສ້າງການພົວພັນຮ່ວມມື ທາງດ້ານການຄ້າ ແລະ ການພັດທະນາຮ່ວມກັນ ພາຍໃຕ້ຄຳຂວັນ “ສ້າງ ແລະສົ່ງເສີມການຫັນເປັນດີຈີຕອນລາວ” ເຊິ່ງຄາດວ່າ ຈະມີພາກສ່ວນຕ່າງໆເຂົ້າຮ່ວມ  ວາງສະແດງ ເຕັກໂນໂລຊີດິຈິຕອນ, ຂາຍສິນຄ້າຜະລິດ ຕະພັນໄອຊີທີ ທັງ ຮາດແວ, ຊອບແວ ຂອງລະບົບຕ່າງໆຈຳນວນ 65 ພາກສ່ວນດ້ວຍກັນ. ນອກນີ້, ຍັງຈະຈັດໃຫ້ມີກອງປະຊຸມສົນທະນາສາກົນ ວ່າດ້ວຍ “ການຫັນເປັນ ດີຈີຕອນ”  ໂດຍນັກຊ່ຽວຊານຈາກຕ່າງປະເທດ, ກອງປະຊຸມສໍາມະນາເປິດກວ້າງ ວ່າດ້ວຍການສົ່ງເສີມການນໍາໃຊ້ ໄອຊີທີ ຢູ່ ສປປ ລາວ ແລະ ກອງປະຊຸມວິຊາການສະເພາະ ເຊັ່ນ: ການບໍລິຫານລັດດ້ວຍເອເລັກໂຕຣນິກ, ຄວາມປອດໄພ ຂອງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ, ອຸດສາຫະກໍາ ແລະ ທຸລະກິດ ດ້ານໄອຊີທີ ແລະ ອື່ນໆ. ພິເສດມື້ສຸດທ້າຍຂອງງານວາງສະແດງດັ່ງກ່າວ ຍັງຈະມີການປະກວດ ລາງວັນລາວໄອຊີທີ 2019  ເພື່ອຄັດເລືອກເອົາຕົວແທນຂອງ ສປປ ລາວ ຮ່ວມເຂົ້າແຂ່ງຂັນກັບບັນດາປະເທດອາຊຽນອີກດ້ວຍ.

     ດັ່ງນັ້ນ, ເພື່ອເຮັດໃຫ້ງານວາງສະແດງຄັ້ງນີ້ໄດ້ຮັບຜົນສຳເລັດອັນຈົບງາມ ຈຶ່ງຂໍເຊີນຊວນທຸກພາກສ່ວນ ເຂົ້າຮ່ວມ ແລະ ນໍາເອົາຄວາມກ້າວໜ້າຂອງການພັດທະນາເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ແລະ ຜົນງານອື່ນໆຂອງຕົນມາຮ່ວມວາງສະແດງໃຫ້ມີຫລາກຫລາຍ./

ງານງາງສະແດງ “lao ict expo 2019” ຈະຈັດຂຶ້ນໃນກາງເດືອນມິຖຸນານີ້ - Visit Laos Visit SALANA BOUTIQUE HOTEL - ງານງາງສະແດງ “Lao ICT EXPO 2019” ຈະຈັດຂຶ້ນໃນກາງເດືອນມິຖຸນານີ້
ງານງາງສະແດງ “lao ict expo 2019” ຈະຈັດຂຶ້ນໃນກາງເດືອນມິຖຸນານີ້ - 3 - ງານງາງສະແດງ “Lao ICT EXPO 2019” ຈະຈັດຂຶ້ນໃນກາງເດືອນມິຖຸນານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!