ພຽງ 3 ວັນສະຫລອງສົງການທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 260 ກໍລະນີສົ່ງຜົນໃຫ້ມີຜູ້ເສຍຊີວິດ 28 ຄົນ


ໃນວັນທີ 18 ເມສານີ້, ທ່ານພັນໂທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫລວດຈະລາຈອນ ໄດ້ຖະແຫລງໃຫ້ຮູ້ວ່າ: ພຽງ 3 ວັນຂອງໄລຍະມື້ບຸນປີໃໝ່ຄື: ວັນທີ 14,15 ແລະ 16 ເມສານີ້, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 260 ກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 28 ຄົນ, ທຽບໃສ່ປີຜ່ານມາແມ່ນມີຈໍານວນເພີ່ມຂຶ້ນ, ໃນນັ້ນແຂວງຈໍາປາສັກເປັນແຂວງທີ່ມີອຸປະຕິເຫດເກີດຂຶ້ນຫລາຍກວ່າໝູ່ມີເຖິງ 37 ກໍລະນີ, ມີຜູ້ເສຍຊີວິດ 1 ຄົນ, ຮອງລົງມາແມ່ນແຂວງສະຫວັນນະເຂດມີ 33 ກໍລະນີ ມີຜູ້ເສຍຊີວິດ 3 ຄົນ, ນະຄອນຫລວງວຽງຈັນມີ 29 ກໍລະນີ, ມີຜູ້ເສຍຊີວິດ 5 ຄົນ ແລະ ແຂວງວຽງຈັນມີ 28 ກໍລະນີ, ມີຜູ້ເສຍຊີວິດ 9 ຄົນ, ຊຶ່ງສາເຫດຕົ້ນຕໍທີ່ພາໃຫ້ເກີດອຸປະຕິເຫດແມ່ນຂັບຂີ່ລົດໄວ ແລະ ດື່ມສິ່ງມືນເມົາແລ້ວຂັບຂີ່.
ຫົວໜ້າກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ໄລຍະມື້ບຸນນີ້, ເຖິງວ່າກໍາລັງເຈົ້າໜໜ້າທີ່ໄດ້ເພີ່ມມາດຕະການເຂັ້ມງວດສະກັດກັ້ນການດື່ມສິ່ງມືນເມົາແລ້ວຂັບຂີ່, ພ້ອມເອົາໃຈໃສ່ກວດກາຈັບຄວາມໄວຂອງຜູ້ຂັບຂີ່ຢູ່ຕາມສາຍທາງຫລວງຕ່າງໆ ແຕ່ກໍຍັງມີອຸປະຕິເຫດເກີດຂຶ້ນຫລາຍ, ຊຶ່ງທຸກແຂວງໄດ້ຈະມີອຸປະຕິເຫດເກີດຂຶ້ນຢ່າງໜ້ອຍ 3 ກໍລະນີຂຶ້ນໄປ ແລະ ມີພຽງແຂວງໄຊສົມບູນເທົ່ານັ້ນທີ່ມີອຸປະຕິເຫດເກີດຂຶ້ນພຽງ 1 ກໍລະນີ ຍ້ອນເປັນແຂວງຊົນເຜົ່າສ່ວນຫລາຍ ແລະ ຊຶ່ງການສະຫລອງປີໃໝ່ລາວ ແລະ ດື່ມສິ່ງມືນເມົາມີໜ້ອຍ.