ຍົກເລີກອາກອນແບບເກັບປີ້ປະຈໍາວັນ


ກະຊວງການເງິນໄດ້ມີຄໍາສັ່ງໃຫ້ໜ່ວຍງານສ່ວຍສາອາກອນແຂວງ, ນະຄອນຫລວງ ໃນຂອບເຂດທົ່ວປະເທດ ຍົກເລິກການເກັບອາກອນແບບເກັບປີ້ປະຈໍາວັນ ນໍາບຸກຄົນ ແລະ ຊາວກະສິກອນ ທີ່ເປັນພົນລະເມືອງລາວ ທີ່ມາຄ້າຂາຍຢູ່ໃນຕະຫລາດ ຫລື ບໍລິການເປັນຄັ້ງຄາວ ລວມທັງຕະຫລາດທີ່ມອບໃຫ້ບ້ານຄຸ້ມຄອງເກັບ, ຕະຫລາດຂາຍຜົນຜະລິດກະສິກໍາປອດສານພິດ, ຕະຫລາດນັດ ແລະ ຮ້ານຂາຍເຄື່ອງຂະໜາດນ້ອຍທົ່ວໄປທີ່ບໍ່ມີທະບຽນວິສາຫະກິດທີ່ມີລາຍຮັບ 12 ລ້ານກີບຕໍ່ປີລົງມາ. ສ່ວນຊາວຄ້າຂາຍ-ຜູ້ປະກອບການຍ່ອຍທີ່ມີລາຍຮັບຫລາຍກວ່າ 12 ລ້ານກີບຕໍ່ປີຂຶ້ນໄປແມ່ນໃຫ້ໜ່ວຍງານອາກອນສ້າງບົດບັນທຶກຮັບຮູ້ລາຍຮັບຮ່ວມກັນເພື່ອເຮັດສັນຍາເສຍອາກອນແບບມອບເໝົາຕາມລະບຽບກົດໝາຍ. ພ້ອມທັງຫ້າມບໍ່ໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ ແລະ ອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆເກັບອາກອນຢູ່ຕາມຕະຫລາດ ແລະ ສະຖານທີ່ອື່ນໆເປັນແຕ່ລະວັນ ແລະ ຫ້າມຫັກເອົາລາຍຮັບດັ່ງກ່າວມານໍາໃຊ້ວຽກງານບໍລິຫານຂອງຕົນຢ່າງເດັດຂາດ.
ການຍົກເລິກເກັບອາກອນດັ່ງກ່າວ ກໍເພື່ອເຮັດໃຫ້ວຽກງານເກັບອາກອນເປັນເອກະພາບກັນໃນທົ່ວປະເທດ ແລະ ສ້າງຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ສ່ວຍສາອາກອນໃນການຈັດເກັບງົບປະມານໃຫ້ຖືກຕ້ອງຄົບຖ້ວນ ແລະ ແກ້ໄຂການສວຍໂອກາດຂອງພະນັກງານເກັບອາກອນໃຫ້ໝົດໄປ.