ອິນໂດເນເຊຍປະກາດຍ້າຍເມືອງຫລວງ

- 750x422 833790 1556540871 - ອິນໂດເນເຊຍປະກາດຍ້າຍເມືອງຫລວງ
- kitchen vibe - ອິນໂດເນເຊຍປະກາດຍ້າຍເມືອງຫລວງ

     ລັດຖະບານ​ອິນ​ໂດ​ເນ​ເຊຍ ຕັດສິນ​ໃຈ​ຍ້າຍ​ເມືອງ​ຫລວງ​ຈາກ​ນະຄອນຫລວງ​ຈາ​ກາ​ຕາ​ໃນ​ເກາະ​ຊະວາ​ໄປ​ເມືອງ​ອື່ນ​ນອກ​ເກາະ​ຊະວາ, ​ແຕ່​ຍັງ​ບໍ່​ໄດ້​ມີ​ການ​ລະບຸ​ເຖິງ​ທີ່​ຕັ້ງ​ເມືອງ​ຫລວງ​ແຫ່ງ​ໃໝ່.

       ສຳນັກ​ຂ່າວ​ກຽວ​ໂດ ລາຍ​ງານ​ອ້າງ​ຄຳ​ກ່າວ​ຂອງ​ທ່ານ ບຳບັງ ບຣອດ​ໂຈ​ເນ​ໂກ​ໂຣ ລັດຖະມົນຕີ​ຝ່າຍ​ວາງ​ແຜນການ​ພັດທະນາ​ແຫ່ງ​ຊາດ​ຂອງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ: ອາດ​ຈະ​ຍ້າຍ​ເມືອງ​ຫລວງ​ໄປ​ບ່ອນ​ໃດ​ບ່ອນ​ໜຶ່ງ​ໃນ​ພາກ​ກາງຂອງ​ປະ​ເທດ ​ໃນ​ໄລຍະ​ເວລາ 5-10 ປີ, ​ແຕ່​ບໍ່​ໄດ້​ເປີດ​ເຜີຍ​ເຖິງ​ທີ່​ຕັ້ງຂອງ​ເມືອງ​ຫລວງ​ແຫ່ງ​ໃໝ່ ​ເນື່ອງ​ຈາກ​ຢ້ານ​ວ່າ: ການ​ປະກາດ​ທີ່​ຕັ້ງ​ໃໝ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ຊື້ທີ່​ດິນ​ເພື່ອ​ເກັງ​ກຳລັງ ​ແລະ ຈະ​ເຮັດ​ໃຫ້​ລາຄາ​ທີ່​ດິນ​ເພີ່ມ​ສູງ​ຂຶ້ນ.

      ການ​ຕັດສິນ​ໃຈຄັ້ງນີ້ ​ເກີດ​ຂຶ້ນ​ໃນ​ລະຫວ່າງ​ກອງ​ປະຊຸມ​ຄະນະ​ລັດຖະບານ​ອິນ​ໂດ​ເນ​ເຊຍ ​ເຊິ່ງມີ​ທ່ານ ​ໂຈ​ໂກ ວິ​ໂດ​ໂດ ​ເປັນ​ປະທານ ​ໂດຍ​ທ່ານ ວິ​ໂດ​ໂດ ກ່າວ​ໃນ​ການ​ຖະ​ແຫລ​ງຂ່າວ​ພາຍຫລັງ​ກອງ​ປະຊຸມ​ວ່າ: ການ​ຕັດສິນ​ໃຈຄັ້ງນີ້​ເປັນ​ການ​ຕັດສິນ​ໃຈ​ທີ່​ສຳຄັນ ​ໂດຍ​ໃນ​ກອງ​ປະຊຸມ​ລັດຖະບານ​ຄັ້ງຕໍ່ໆ​ໄປ​ຈະ​ມີ​ການ​ຫາລື​ໃນ​ບັນຫາ​ກ່ຽວ​ກັບ​ດ້ານ​ເຕັກນິກ​ ​ເຊັ່ນ​ການ​ອອກ​ແບບ​ເມືອງ.

     ທັງ​ນີ້ ​ເຊື່ອ​ວ່າ​ເມືອງ​ຫລວງ​ແຫ່ງ​ໃໝ່​ອາດ​ຈະ​ເປັນ​ເມືອງ​ທີ່​ມີ​ສະໜາມ​ບິນ, ທ່າ​ເຮືອ ​ແລະ ​ໂຄງ​ລ່າງ​ພື້ນຖານ​ອື່ນໆ​ຢູ່​ແລ້ວ.

- 4 - ອິນໂດເນເຊຍປະກາດຍ້າຍເມືອງຫລວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!