ສປປ ເກົາຫລີ ຮຽກຮ້ອງໃຫ້ປະຊາຊົນກຸ້ມຕົນເອງ ບໍ່ຂຶ້ນກັບສິນຄ້າຈາກຕ່າງປະເທດ


ຮຽບຮຽງໂດຍ: ລູກເມືອງພວນ
ອີງຕາມແຫຼ່ງຂ່າວຈາກ ຫວຽດນາມ, ວັນທີ 30 ພຶດ ສະພານີ້ວ່າ: ພາຍຫຼັງກອງປະຊຸມພົບປະສຸດຍອດ ຄັ້ງທີສອງຢູ່ຮ່າໂນ້ຍລະຫວ່າງ ດໍໂນທຼຳ ແລະ ກີມຈອງອູນ ທີ່ບໍ່ມີຜົນສຳເລັດ. ໂທລະພາບ ຂອງ ສປປ ເກົາຫລີ ໄດ້ອອກມາຮຽກຮ້ອງໃຫ້ປະຊາຊົນ ກຸ້ມຕົນເອງ ບໍ່ຕ້ອງອີງໃສ່ສິນຄ້າຈາກຕ່າງປະເທດ. ໜັງສືພິມຂອງ ສປປ ເກົາຫລີ ຂຽນວ່າ: “ພວກອິດທິກຳ ລັງປໍລະປັກ ກຳລັງສົ່ງຜະລິດຕະພັນ ທີ່ເສດເຫຼືອ ແລະ ລາຄາຖືກໄປປະເທດຕ່າງໆ ພາຍໃຕ້ ຮູບການ ເຄື່ອງຊ່ວຍເຫຼືອ ເພື່ອປົກປິດ ແລະ ເຮັດໃຫ້ເຂົາເຈົ້າຫຼົງເຊື່ອ ”, ໜັງສືພິມຍັງເນັ້ນໜັກເຖິງຄວາມຈຳເປັນ ທີ່ຈະຕ້ອງກຸ້ມຕົນເອງທາງດ້ານສິນຄ້າທີ່ມີຄຸນະພາບ ແລະ ລາຄາຖືກ, ຫຼາກຫຼາຍຮູບແບບສິນຄ້າ. ແຕ່ໜັງສືພິມ ດັ່ງກ່າວກໍບໍ່ໄດ້ປະຕິເສດ ທີ່ຈະນຳໃຊ້ສິນຄ້າຕ່າງປະເທດທີ່ມີຄຸນະພາບ ເພື່ອເອົາເປັນບົດຮຽນໃຫ້ຕົນເອງໃນການຜະລິດ. ໜັງສືພິມດັ່ງກ່າວເວົ້າວ່າ: “ ການເພິ່ງຕົນ ເອງກຸ້ມຕົນເອງເປັນວຽກ ທີ່ຫຍຸ້ງຍາກສັບສົນ ແຕ່ມັນປຽບເໝືອນກັນກັບຢາວິ ເສດເພື່ອເພີ່ມກຳລັງແຮງ ຂອງຊາດ”. ຖ້າຫາກອີງໃສ່ແຕ່ສິນຄ້າຈາກຕ່າງປະເທດແມ່ນບໍ່ຕ່າງຫຍັງກັບ “ ຢາເບື່ອ ”

