ເລື່ອງໄຟຟ້າ ທີ່ປະຊາຊົນຂ້ອງໃຈ

- 11 8 - ເລື່ອງໄຟຟ້າ ທີ່ປະຊາຊົນຂ້ອງໃຈ
- kitchen vibe - ເລື່ອງໄຟຟ້າ ທີ່ປະຊາຊົນຂ້ອງໃຈ

ພາຍໃນເດືອນນີ້ ແລະ ເດືອນຜ່ານມານັ້ນ ບໍ່ມີຫຍັງທີ່ຈະຮ້ອນຫູ ພວກເຮົາໄປກວ່າການຈົ່ມວ່າຂອງປະຊາຊົນກ່ຽວກັບ ຄ່າໄຟຟ້າທີ່ຖີບຂຶ້ນສູງກວ່າປົກກະຕິ ຈົນໜ້າຕົກໃຈ ຫຼາຍຄົນກໍຍັງຖິ້ມໂທດວ່າ ເປັນຍ້ອນວິທີການເກັບຄ່າໄຟຟ້າ ທີ່ເດົາເອົາຫັ້ນບໍ່?

ຕັ້ງແຕ່ເດືອນ ເມສາ ຫາ ປັດຈຸບັນ ພວກເຮົາຍັງເຫັນປະເດັນຄ່າໄຟຟ້າ ຄົວເຮືອນຂອງປະຊາຊົນຖີບຂຶ້ນເປັນເທົ່າຕົວ ຫຼືຫຼາຍກວ່ານັ້ນ, ບາງຄົນ ເຄີຍຈ່າຍຄ່າໄຟຟ້າ ປະຈຳເດືອນປະມານ 2-3 ແສນກີບ ກໍຂຶ້ນຮອດ 7-8 ແສນກີບຕໍ່ເດືອນ, ເຊິ່ງເປັນຈຳນວນທີ່ສູງຫຼາຍ ຖ້າທຽບໃສ່ ພື້ນຖານຂອງເສດຖະກິດພາຍໃນປະເທດ ແລະ ລາຍໄດ້ໂດຍສະເລ່ຍຂອງປະຊາຊົນ.

- Visit Laos Visit SALANA BOUTIQUE HOTEL - ເລື່ອງໄຟຟ້າ ທີ່ປະຊາຊົນຂ້ອງໃຈ

ໃນປັດຈຸບັນ ລາຍຮັບໂດຍສະເລ່ຍຂອງພະນັກງານລັດເຮົາກໍປະມານ 1,5-2,5 ລ້ານກີບຕໍ່ເດືອນ, ລາຍໄດ້ຂັ້ນຕໍ່າກໍແມ່ນ 1,1 ລ້ານກີບຕໍ່ເດືອນ. ຖ້າພວກເຮົາເບິ່ງພາບລວມຂອງປະຊາຊົນທົ່ວປະເທດ ທີ່ມີລາຍຮັບສະເລ່ຍໃສ່ຫົວຄົນ (GDP) 20 ລ້ານກີບຕໍ່ຄົນຕໍ່ປີ ກໍສະແດງວ່າເດືອນໜຶ່ງຕົກປະມານ 1,6 ລ້ານກີບຕໍ່ເດືອນ (ຫຼາຍຄົນກໍບໍ່ເຊື່ອດອກວ່າປະຊາຊົນເຂດຊົນນະບົດຫຼາຍເຂດ ຈະມີລາຍໄດ້ຮອດ 20 ລ້ານກີບຕໍ່ຄົນຕໍ່ປີ).

ຖ້າລາຍຮັບໃນລະດັບທີ່ກ່າວມານັ້ນ ແລ້ວ ເຂົາເຈົ້າຈະຕ້ອງໄດ້ເສຍຄ່າໄຟຟ້າ ຮອດ 7-8​ ແສນກີບ, ນັ້ນສະແດງວ່າ ຖ້າຄົວເຮືອນໃດທີ່ມີຜູ້ຫາເງິນຄົນດຽວນັ້ນ 50% ຂອງເງິນເດືອນເຂົາເຈົ້າຖືກຈ່າຍໄປໃສ່ຄ່າໄຟຟ້າ ກໍຈະເຮັດໃຫ້ ເກີດຄວາມເດືອນຮ້ອນຫຼາຍ ໂດຍສະເພາະ ຜູ້ທີ່ອາໄສໃນຕົວເມືອງ.

ເພາະສະນັ້ນ, ຫຼາຍຄົນກໍຈົ່ມບໍ່ຫຸບປາກເລີຍວ່າ ຄືຊິມາສວນທາງກັບສິ່ງທີ່ຄວນເປັນແທ້ ເພາະ ສປປ ລາວ ເຮົາຜະລິດໄຟຂາຍໃຫ້ປະເທດນັ້ນປະເທດນີ້ ແຕ່ປະຊາຊົນພັດ ຍັງໃຊ້ໄຟຟ້າທີ່ລາຄາແພງເກີນກວ່າທີ່ຈະສາມາດຈ່າຍໄດ້, ເຊິ່ງປາກົດການນີ້ ບໍ່ແມ່ນວ່າເກີດຂຶ້ນແຕ່ເທື່ອດຽວ, ເຊິ່ງໃນປີ 2016 ນັ້ນ ພວກເຮົາກໍໄດ້ລົມກັນຢ່າງ ດຸເດືອດສົມຄວນແລ້ວ.

ຈາກການຖະແຫຼງຂ່າວຂອງ ພາກສ່ວນກ່ຽວນຂ້ອງ ເມື່ອຄ່າໄຟຟ້າຖີບສູງຂຶ້ນກວ່າປົກກະຕິ ເທື່ອກ່ອນ (2016) ເພິ່ນກໍວ່າ ເປັນຍ້ອນພະນັກງານເກັບຄ່າໄຟຟ້າຈຳນວນໜຶ່ງ ທີ່ມີຄວາມມັກງ່າຍ ແທນທີ່ ຈະຈົດເອົາຕົວເລກກົງເຕີຕາມຕົວຈິງ ແຕ່ພັດເດົາເອົາ, ເຊິ່ງພາໃຫ້ເກີດຄ່າໄຟ ສູງກວ່າຄວາມເປັນຈິງ. ຍ້ອນແນວນັ້ນ ຈຶ່ງນຳມາເຊິ່ງການອອກຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18/ນຍ ລົງວັນທີ 1 ມິຖຸນາ 2016​ ໃຫ້ພາກສ່ວນກ່ຽວຂ້ອງກວດສອບຢ່າງລະອຽດ ແລະ ຫາວິທີແກ້ໄຂດ່ວນ.

ຕົກມາໃນປີນີ້, ປາກົດການນີ້ໄດ້ເກີດຂຶ້ນອີກ ໃນຂະນະທີ່ທັງພາກສ່ວນກ່ຽວຂ້ອງ ເພິ່ນກໍອອກມາກ່າວວ່າ ອາດເປັນຍ້ອນອາກາດຮ້ອນຫລາຍ, ເຮັດໃຫ້ການຊົມໃຊ້ໄຟຟ້າຫລາຍຂຶ້ນ ແລະການຄິດໄລ່ຫົວໜ່ວຍລາຄານັ້ນ ກໍສູງຂຶ້ນຕາມລຳດັບ ເຮັດໃຫ້ ຫລາຍຄົວເຮືອນຕ້ອງໄດ້ເສຍຄ່າໄຟຟ້າ ແຕ່ປະຊາຊົນຈຳນວນໜຶ່ງບໍ່ຍອມເຊື່ອເລີຍວ່ານີ້ແມ່ນຄວາມຈິງ ເພາະຖ້າຂຶ້ນຍ້ອນໃຊ້ຫລາຍແທ້ ກໍບໍ່ອາດເຖິງຂະໜາດນັ້ນ.

ພວກເຮົາກໍອາດເຂົ້າໃຈວ່າ: ໃນຂະແໜງໄຟຟ້າພວກເຮົາໄດ້ມີຂໍ້ຫຍຸ້ງຍາກຫລາຍອັນ ໂດຍສະເພາະການເກັບໜີ້ສິນຈາກພາກສ່ວນຕ່າງໆ, ການຂາດຈັນຍາບັນຂອງພະ

ນັກງານບາງຈຳນວນ ແລະອື່ນໆ  ເຮັດໃຫ້ເກີດບັນຫາຕ່າງໆ ໜຶ່ງໃນນັ້ນ ກໍແມ່ນເລື່ອງຄ່າໄຟຟ້າແພງ. ແຕ່ແນວໃດກໍຕາມ, ຍັງເຊື່ອໝັ້ນວ່າທາງລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ຈະສາມາດແກ້ໄຂບັນຫານີ້ໃຫ້ລຸລ່ວງໄປໄດ້ດີໂດຍໄວ ເພື່ອຮັບປະກັນໃຫ້ປະຊາຊົນສາມາດນຳໃຊ້ ໄຟຟ້າທີ່ລາຄາຖືກລົງ.

- 5 - ເລື່ອງໄຟຟ້າ ທີ່ປະຊາຊົນຂ້ອງໃຈ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!