ທາບທາມຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ

ໃນວັນທີ 18 ກໍລະກົດນີ້ທີ່ນະຄອນຫລວງວຽງຈັນ, ກະຊວງຍຸຕິທຳໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍວິສາຫະກິດ ເພື່ອລະດົມຄຳຄິດເຫັນຂອງບັນດາກະຊວງ, ອົງການ ແລະ ພາກທຸລະກິດ, ໂດຍສະເພາະຂະແໜງອຸດສາຫະກຳ ແລະ ການຄ້າແຫ່ງຊາດ, ຜູ້ປະກອບການທາງດ້ານທະນາຄານ-ການເງິນຕ່າງໆ ເພື່ອສ້າງເງື່ອນໄຂ ແລະ ສິ່ງອຳນວຍຄວາມສະດວກໃນການດຳເນີນທຸລະກິດເຂົ້າສູ່ຂະບວນການຕາມກົດໝາຍໃຫ້ດີຂຶ້ນກວ່າເກົ່າ.
ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນກະຊວງຍຸຕິທຳ ກ່າວວ່າ: ກົດໝາຍວ່າດ້ວຍການລົ້ມລະລາຍວິສາຫະກິດໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1994 ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດຂອງຫົວໜ່ວຍທຸລະກິດຕ່າງໆກ້າວເຂົ້າສູ່ຂະບວນການກົດໝາຍ ແຕ່ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາເຫັນວ່າຄວາມຮັບຮູ້, ເຂົ້າໃຈ ແລະ ການປະຕິບັດຍັງບໍ່ທັນມີປະສິດຜົນດີເທົ່າທີ່ຄວນ, ການເຂົ້າສູ່ຂະບວນການລົ້ມລະລາຍຕາມກົດໝາຍ ທີ່ເຮົາມີໃນໄລຍະຜ່ານມາແມ່ນໜ້ອຍທີ່ສຸດ ໂດຍຜ່ານການກວດກາມີພຽງ 1-2 ຄະດີລົ້ມລະລາຍເທົ່ານັ້ນ, ແຕ່ກໍຍັງບໍ່ທັນເຕັມຮູບແບບຕາມເນື້ອໃນກົດໝາຍທີ່ກຳນົດໄວ້. ດັ່ງນັ້ນ ໂດຍອີງໃສ່ການຂະຫຍາຍຕົວຂອງສະພາບເສດຖະກິດ-ສັງຄົມຂອງປະເທດເຮົາ, ໂດຍສະເພາະການເຊື່ອມໂຍງເສດຖະກິດກັບຕ່າງປະເທດ ມັນມີຄວາມຈຳເປັນທີ່ຈະຕ້ອງໄດ້ປັບປຸງກົດໝາຍດັ່ງກ່າວ ຈຶ່ງເປັນວຽກງານໜຶ່ງທີ່ສຳຄັນຫລາຍ ແລະ ກໍເປັນຕົວຊີ້ວັດຂອງທະນາຄານໂລກທີ່ໄດ້ຕີລາຄາໃນການຈັດລະດັບຂອງປະເທດຕ່າງໆ ໃນການອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດຂອງຫົວໜ່ວຍທຸລະກິດນັ້ນ, ເຊິ່ງຜ່ານມາເຮັດໃຫ້ການຈັດລະດັບປະເທດເຮົາແມ່ນຢູ່ໃນລະດັບທີ່ບໍ່ດີປານໃດ.
ກົດໝາຍວ່າດ້ວຍການລົ້ມລະລາຍວິສາຫະກິດ ສະບັບເກົ່າມີ 56 ມາດຕາ, ສຳລັບສະບັບປັບປຸງຄາດວ່າຈະມີເຖິງ 100 ກວ່າມາດຕາ ແລະ ຖ້າກົດໝາຍສະບັບປັບປຸງນີ້ສຳເລັດ ທາງກະຊວງກໍຈະນຳໄປໂຄສະນາເຜີຍແຜ່ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດຕ່າງໆໄດ້ຮັບຮູ້, ເຂົ້າໃຈ ແລະ ເລີ່ມຫັນເອົາກິດຈະກຳ ໃນການເຄື່ອນໄຫວດຳເນີນທຸລະກິດເຂົ້າສູ່ຂະບວນການຕາມກົດໝາຍເທື່ອລະກ້າວ ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດປັບໂຕ, ແກ້ໄຂສະພາບຄ່ອງຂອງຕົນໃຫ້ດີຂຶ້ນ.