ດູເຕີເຕ(Duterte) ຍັງສືບຕໍ່ຕິຕຽນ ໄອແລນ (Iceland)


ຮຽບຮຽງໂດຍ: ລູກເມືອງພວນ
ຄັ້ງນິ້ເປັນຄັ້ງທີສອງແລ້ວ, ທີ່ປະທານາທິບໍດີ ດູເຕີເຕ ອອກມາຕິຕຽນຢ່າງຮຸນແຮງຕໍ່ການນຳຂອງ ໄອແລນ, ຊຶ່ງເປັນຊາດທີ່ອອກມາວິພາກວິຈານສົງຄາມຕ້ານຢາເສບຕິດທີ່ນອງເລືອດຢູ່ ຟີລິບປິນ.
ປະທານາທິບໍດີ ຟີລິບປິນ ດູເຕີເຕ ກ່າວຢູ່ໃນກຸງມານິລາ ໃນວັນທີ 28 ສິງຫາຜ່ານມານີ້ວ່າ: “ ພວກທ່ານຮູ້ບໍ່ວ່າ: ໄອແລນ ໄດ້ອານຸຍາດໃຫ້ຜູ້ຍິງສາມາດເອົາລູກຢູ່ໃນທ້ອງ 6 ເດືອນອອກໄດ້. ຖ້າເປັນເຊັ່ນນັ້ນ, ເດັກນ້ອຍເກີດມາຈະມີຊີວິດຢູລອດໄດ້ບໍ ? ”. ດູເຕີເຕ ກ່າວວ່າ: ຜູ້ນຳ ໄອແລນ “ ໂງ່ຈ້າ ”, ນີ້ເປັນເທື່ອທີສອງທີ່ຜູ້ນຳ ຟີລິບປິນ ອອກມາຕິຕຽນ ໄອແລນ. ຄັ້ງທີໜຶ່ງແມ່ນທ່ານໄດ້ຕິຕຽນ ໄອແລນວ່າ: ໄອແລນ ເປັນປະເທດທີ່ເຕັມໄປແຕ່ຫິມະ, ໃນຫ່ວາງເດືອນ ກໍລະກົດທີ່ຜ່ານມາ.
ຂໍ້ຂັດແຍ່ງດັ່ງກ່າວ ເກີດມາຈາກ ໄອແລນ ເປັນຜູ້ສະເໜີຕໍ່ສະຫະປະຊາຊາດ ໃຫ້ດຳເນີນຄະດີກັບ ດູເຕີເຕ ໃນສົງຄາມຕ້ານຢາເສບຕິດນອງເລືອດຢູ່ໃນ ຟີລິບປິນ ພາຍຫຼັງ ດູເຕີເຕ ຂຶ້ນກຳອຳນາດ. ມີຄົນຕາຍໃນສົງຄາມດັ່ງກ່າວປະມານ 1.000 ຄົນ.

