ເງິນກີບຄ່າຫຼຸດ ສຸດກັງວົນ


ໂດຍ: ມຶກບໍ່ແຫ້ງ
ທ່າມກາງຝົນຕົກໜັກ ນໍ້າຍຶ່ງ ຈົນຖ້ວມຫຼາຍພາກນັ້ນ ຄ່າເງິນກີບພັດຫຼຸດ ລົງໄປເລື້ອຍໆ ເຮັດໃຫ້ຄວາມກັງວົນໃຈ ໄດ້ໄຫຼສູ່ທຸກຄົນໃນວົງກວ້າງ ໂດຍສະເພາະ ພໍ່ຄ້າຊາວຂາຍ ກໍຄືປະຊາຊົນຜູ້ຫາເຊົ້າກິນຄ່ຳທົ່ວໄປ.
ໃນສະພາບທີ່ ປະຊາຊົນຈຳນວນຫຼາຍ ກຳລັງປະເຊີນກຳກັບໄພນໍ້າຖ້ວມ ໃນຫຼາຍພາກຂອງປະເທດ ເຊິ່ງໄຮ່ນາ ຮົ້ວສວນ ຖືກນໍ້າຖ້ວມ ຮວມທັງເຮືອນຊານ ນັ້ນ ໄດ້ສ້າງຄວາມອຸກອັ່ງໃຈ ບໍ່ໜ້ອຍ ເພາະບໍ່ມີເວລາ ໃນການສ້າງສາເສດ ຖະກິດຄອບຄົວ, ຜົນຜະລິດກໍເສຍຫາຍ, ຂາດລາຍໄດ້ ຊໍ້າບໍ່ໜໍາຄ່າຄອງຊີບ ພັດຖີບຕົວສູງຂຶ້ນ ເນື່ອງຈາກ ເງິນກີບອ່ອນຄ່າ.






ໂດຍພື້ນຖານແລ້ວຄ່າຄອງຊີບໃນປະເທດເຮົາກໍຖືວ່າສູງສົມຄວນຢູ່ແລ້ວ (ລຳດັບຕົ້ນໆ ຂອງອາຊຽນ)ເມື່ອທຽບໃສ່ລາຍໄດ້ ໂດຍສະເລ່ຍຂອງປະ ຊາຊົນ ແຕ່ເມື່ອ ພົບພໍ້ກັບໄພພິບັດ ບວກກັບ ຄ່າເງິນກີບ ທີ່ນັບມື້ນັບຫຼຸດລົງນີ້ ຍິ່ງສ້າງຄວາມກັງວົນໃຈ ໃຫ້ແກ່ປະຊາຊົນຫຼາຍຂຶ້ນ.






ເຂົ້າສານ ໃນທ້ອງຕະຫຼາດ ໂດຍສະເລ່ຍແລ້ວ ຂາຍ 1 ໝື່ນ ລາຄາ 80-90 ພັນກີບ ແຕ່ໃນປັດຈຸບັນ ແມ່ນລາຄາຫຼັກ ແສນ ຫຼື ຫຼາຍກວ່ານັ້ນ.
ນອກນັ້ນ, ເຄື່ອງບໍລິໂພກ ແລະ ອຸປະໂພກຫຼາຍປະເພດທີ່ນຳເຂົ້າມາແຕ່ ປະເທດເພື່ອນບ້ານ ຄືໄທນັ້ນກໍຖີບຕົວສູງຂຶ້ນ ຕາມຄ່າເງິນບາດ, ແມ່ຄ້າ ຊາວຂາຍ ທົ່ວໄປໄດ້ຮັບຜົນກະທົບ ແລະບາງຜ່ອງກໍສວຍໃຊ້ ສະຖານະການ ແບບນີ້ ຂຶ້ນລາຄາສິນຄ້າ ຂອງເຂົາເຈົ້າ ເຮັດໃຫ້ ປະຊາຊົນ ຜູ້ຊົມໃຊ້, ຜູ້ບໍລິ ໂພກ ມີຄວາມກັງວົນໃຈຫຼາຍຂຶ້ນກັບສະຖານະການໃນປັດຈຸບັນ.
ໃນສະພາບທີ່ ການຊື້-ຂາຍດ້ວຍເງິນຕາຕ່າງປະເທດ ໂດຍສະເພາະ ສະ ກຸນເງິນບາດໄທ ແລະ ເງິນໂດລານັ້ນ ຍັງມີຢູ່ທົ່ວໄປ, ພ້ອມນັ້ນ ຮ້ານແລກ ປ່ຽນເງິນຕາ ກໍຖືໂອກາດນີ້ປັບອັດຕາ ການແລກປ່ຽນສູງຂຶ້ນກວ່າທະນາ ຄານຫຼາຍ ເຊິ່ງເປັນການເອົາປຽບປະຊາຊົນຢ່າງຊັດເຈນ.
ສຳລັບເລື່ອງ ບັນຫາ ຮ້ານແລກປ່ຽນເງິນຕານີ້ ແມ່ນໄດ້ມີຂ່າວກ່ອນໜ້າ ນີ້ວ່າທາງການເພິ່ນຈະແກ້ໄຂຂັ້ນເດັດຂາດ ໂດຍຈະມີການຄວບຄຸມ ຄັກແນ່ ແຕ່ເຖິງປານນັ້ນ ກໍຍັງບໍ່ສາມາດເຮັດໄດ້ ແລະ ບັນດາຮ້ານແລກປ່ຽນເງິນ ຕາເຫຼົ່ານັ້ນ ຍັງສືບຕໍ່ປັ່ນປ່ວນ ເລື່ອງອັດຕາເງິນ ທີ່ສົ່ງຜົນກະທົບຕໍ່ຄ່າເງິນ ກີບບໍ່ໜ້ອຍ.
ນັກຊ່ຽວຊານທາງດ້ານເສດຖະສາດຫຼາຍທ່ານກໍວ່າ ສາເຫດ ທີ່ເງິນກີບ ອ່ອນຄ່າລົງນັ້ນແມ່ນມາຈາກ ສະພາບ ການຂະຫຍາຍຕົວທາງດ້ານ ເສດຖະ ກິດ, ການອ່ອນຄ່າຂອງສະກຸນເງິນຫຼັກ, ສ່ວນແຕກຕ່າງ ຂອງດອກ ເບ້ຍ ພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ.
ນອກນັ້ນ, ການຄວບຄຸມການນຳໃຊ້ ເງິນຕາຕ່າງປະເທດ ແມ່ນຍັງມີ ຄວາມຫຍຸ້ງຍາກ ເພາະ ຄົນລາວຈຳນວນຫຼວງຫຼາຍ ຍັງນິຍົມໃຊ້ ເງິນຕາ ຕ່າງປະເທດໃນການຊື້-ຂາຍສິນຄ້າ, ທ້າຍອາທິດມາ ຄົນລາວເຮົາ ຫຼັ່ງໄຫຼ ໄປຊື້ສິນຄ້າຢູ່ປະເທດໃກ້ຄຽງ ຈົນເຮັດໃຫ້ ບ້ານເຮົາໂດຍສະເພາະ ນະຄອນຫຼວງວຽງຈັນ ມິດງຽບ, ອັນນີ້ ກໍເປັນອີກ ອັນໜຶ່ງ ທີ່ເຮັດໃຫ້ ຄ່າເງິນກີບເໜັງຕີງ.
ບໍ່ວ່າສາເຫດໃດກໍຕາມ ທີ່ເຮັດໃຫ້ ເງິນກີບອ່ອນຄ່າລົງ ໜ້າທີ່ອັນຮີບ ດ່ວນຂອງພວກເຮົາໃນປັດຈຸບັນ ກໍຄືການຊອກຊ່ອງທາງ ໃນການແກ້ໄຂ ບັນຫາສະເພາະໜ້າ ແລະ ຍາວນານ ເພື່ອຮັບປະກັນ ໃຫ້ສະຖຽນລະພາບ ຂອງເງິນກີບເຮົາໃຫ້ດີກວ່ານີ້ ເພື່ອຮັບປະກັນໃຫ້ຄ່າຄອງຊີບ ທີ່ປະຊາຊົນສາ ມາດດຳລົງຊີວິດໄດ້ຢ່າງສະບາຍໃຈ.