ADB ຄາດວ່າເສດຖະກິດຂອງອາຊີຈະບໍ່ສົດໃສ ເນື່ອງຈາກຄວາມອ່ອນແອຂອງການຄ້າແລະການລົງທຶນ

adb ຄາດວ່າເສດຖະກິດຂອງອາຊີຈະບໍ່ສົດໃສ ເນື່ອງຈາກຄວາມອ່ອນແອຂອງການຄ້າແລະການລົງທຶນ - 66 5 - ADB ຄາດວ່າເສດຖະກິດຂອງອາຊີຈະບໍ່ສົດໃສ ເນື່ອງຈາກຄວາມອ່ອນແອຂອງການຄ້າແລະການລົງທຶນ
adb ຄາດວ່າເສດຖະກິດຂອງອາຊີຈະບໍ່ສົດໃສ ເນື່ອງຈາກຄວາມອ່ອນແອຂອງການຄ້າແລະການລົງທຶນ - kitchen vibe - ADB ຄາດວ່າເສດຖະກິດຂອງອາຊີຈະບໍ່ສົດໃສ ເນື່ອງຈາກຄວາມອ່ອນແອຂອງການຄ້າແລະການລົງທຶນ

ອີງຕາມບົດລາຍງານການຄາດຄະເນການພັດທະນາໃນອາຊີປະຈໍາປີ2019 ສະບັບປັບປຸງ ໃນວັນທີ 25 ກັນຍານີ້ ທີ່ຕົວກຽວ ປະເທດຢີ່ປຸ່ນ, ເຊິ່ງເປັນບົດລາຍງານທາງເສດຖະກິດອັນສໍາຄັນຂອງທະນາຄານພັດທະນາອາຊີ (ADB), ຄາດວ່າການຂະຫຍາຍຕົວທາງດ້ານເສດຖະກິດຂອງບັນດາປະເທດກໍາລັງພັດທະນາໃນອາຊີ ຍັງຄົງເຂັ້ມແຂງ, ແຕ່ສະພາບໃນຕໍ່ໜ້າຈະບໍ່ສົດໃສເທົ່າທີ່ຄວນ ແລະ ຄວາມສ່ຽງຕໍ່ເສດຖະກິດຂອງພາກພື້ນແມ່ນເພີ່ມຂຶ້ນ ເນື່ອງຈາກການຄ້າແລະ ການລົງທຶນຈະມີແນວໂນມຫລຸດລົງ.ຄາດວ່າອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຂອງ 45 ປະເທດກໍາລັງ ພັດທະນາໃນອາຊີຈະຂະຫຍາຍຕົວ5,4% ໃນປີນີ້, ກ່ອນທີ່ຈະເພີ່ມຂຶ້ນເລັກນ້ອຍເປັນ 5,5% ໃນປີ 2020. ການຄາດຄະເນໃໝ່ຫລ້າສຸດທີ່ໃຫ້ອັດຕາການຂະຫຍາຍຕົວຫລຸດລົງເປັນຜົນມາຈາກການຄາດເນສະທອນເຖິງສະພາບການຄ້າສາກົນທີ່ບໍ່ຊັດເຈນ, ເຊິ່ງເປັນສ່ວນໜຶ່ງຂອງຄວາມເຄັ່ງຕຶງທາງການຄ້າທີ່ເພີ່ມຂຶ້ນ ລະຫວ່າງ ສປ ຈີນແລະ ສະຫະລັດ, ພ້ອມກັບການຂະຫຍາຍຕົວທາງດ້ານເສດຖະກິດທີ່ຊ້າລົງຂອງບັນດາປະເທດເສດຖະກິດກ້າວໜ້າ ແລະ ບັນດາປະເທດທີ່ກໍາລັງພັດທະນາທີ່ມີເສດຖະກິດຂະໜາດໃຫຍ່ໃນອາຊີ. ໃນນັ້ນລວມທັງ ສປຈີນ, ອິນເດຍ, ສາທາລະນະລັດເກົາຫລີ ແລະ ໄທ.ຖ້າບໍ່ລວມເອົາປະເທດເສດຖະກິດອຸດສະຫະກໍາໜ້າໃໝ່ເຊັ່ນ: ຮົງກົງ, ສາທາລະນະລັດເກົາຫລີ; ສິງກະໂປ ແລະ ໄທເປ, ຈີນ, ອາຊີທີ່ກໍາລັງພັດທະນາຄາດວ່າຈະຂະຫຍາຍຕົວທີ່ອັດຕາ 6,0% ໃນປີນີ້ ແລະ ປີໜ້າ.

ທ່ານ ຢະຊຸຍຸກິ ສະວະດະ, ຫົວໜ້ານັກເສດຖະສາດຂອງທະນາຄານ ເອດີບີ ກ່າວວ່າ:ຄວາມຄັດແຍ່ງທາງການຄ້າ ລະຫວ່າງ ສປ ຈີນ ແລະ ສະຫະລັດອາເມລິກາ ອາດຈະແກ່ຍາວໄປຮອດປີ 2020 ໃນຂະນະທີ່ບັນດາປະເທດ ເສດຖະກິດໃຫຍ່ຂອງໂລກ ອາດຈະປະສົບກັບບັນຫາຫລາຍກ່ວາທີ່ຄາດການໄວ້. ໃນອາຊີ, ສະພາບທາງ ການຄ້າທີ່ອ່ອນແອລົງ ແລະ ການລົງທຶນທີ່ຫລຸດລົງ ເປັນບັນຫາໃຫຍ່ທີ່ສໍາຄັນ,ສິ່ງເຫລົ່ານີ້ແມ່ນບັນຫາທັງໝົດທີ່ຜູ້ສ້າງນະໂຍບາຍ ຈະຕ້ອງໄດ້ຕິດຕາມຢ່າງໃກ້ຊິດ. ສ່ວນຄວາມຄາດຫວັງການຂະຫຍາຍຕົວ ແມ່ນແຕກຕ່າງກັນໃນທົ່ວອະນຸພາກພື້ນຂອງອາຊີທີ່ກໍາລັງພັດທະນາ, ຄວາມຊັກຊ້າທາງດ້ານການຄ້າໂລກ ບວກກັບ ການຫລຸດລົງໃນຂະແໜງວົງຈອນເອເລັກໂຕຣນິກ ເປັນຜົນໃຫ້ການຄາດຄະເນຫລຸດລົງ ສໍາລັບ ສປ ຈີນ ແລະ ບັນດາປະເທດທີ່ມີເສດຖະກິດເປີດຫລາຍຂຶ້ນໃນພາກພື້ນອາຊີຕາເວັນອອກ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້.

ຕາມບົດລາຍງານການຄາດຄະເນການພັດທະນາໃນອາຊີປີ 2019 ສະບັບໃໝ່ຫລ້າສຸດຄາດວ່າ ເສດຖະກິດຂອງ ສປ ຈີນ ຈະຂະຫຍາຍຕົວໃນອັດຕາ 6,2% ໃນປີນີ້ ແລະ 6,0% ໃນປີໜ້າ, ພາກພື້ນອາຊີຕາເວັນອອກໂດຍລວມ ແມ່ນຄາດວ່າຈະຂະຫຍາຍຕົວ5,5% ໃນປີ 2019 ແລະ 5,4% ໃນປີ 2020, ໃນຂະນະທີ່ພາກພື້ນອາຊີຕາເວັນອອກສຽງໃຕ້ ຈະຂະຫຍາຍຕົວ4,5% ແລະ 4,7% ຕາມລໍາດັບ.

adb ຄາດວ່າເສດຖະກິດຂອງອາຊີຈະບໍ່ສົດໃສ ເນື່ອງຈາກຄວາມອ່ອນແອຂອງການຄ້າແລະການລົງທຶນ - 4 - ADB ຄາດວ່າເສດຖະກິດຂອງອາຊີຈະບໍ່ສົດໃສ ເນື່ອງຈາກຄວາມອ່ອນແອຂອງການຄ້າແລະການລົງທຶນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!