ນັກເຄື່ອນໄຫວດ້ານສິ່ງແວດລ້ອມປີນຂຶ້ນຫຼັງຄາເຮືອບິນ
October 11, 2019 - 11:02 AM


ຮຽບຮຽງໂດຍ: ລູກເມືອງພວນ
ສະມາຊິກກຸ່ມເຄື່ອນໄຫວ ດ້ານສິ່ງແວດລ້ອມຄົນໜຶ່ງ Extinction Rebellion ປີນຂຶ້ນໄປນອນຢູ່ເທິງຫຼັງຄາເຮືອບິນ British Airways ໃນສະໜາມບິນ ລອນດອນ ດົນກ່ວາ 20 ນາທີ ກ່ອນທີ່ຈະຖືກຄຸມຕົວໃຫ້ລົງ.
ກຸ່ມເຄື່ອນໄຫວດັ່ງກ່າວ ໃຫ້ຮູ້ວ່າ ມີສະມາຊິກຄົນໜຶ່ງໃນກຸ່ມ Ireland James Brown ມີຄວາມບົກຜ່ອງທາງສາຍຕາໄດ້ປີນຂຶ້ນໄປເທິງຫຼັງຄາເຮືອບິນຢູ່ໃນສະໝາມບິນລອນດອນ ຊີຕີ ໃນວັນທີ 10 ຕຸລານີ້. ແຕ່ເປັນອັນທີ່ແນ່ນອນວ່າ ເມື່ອຖືກຄຸມໃຫ້ລົງມາ ກໍຖືກເຈົ້າໜ້າທີ່ຄຸມຕົວທັນທີ.
ການເຄື່ອນໄຫວປະທ້ວງໃນສະໝາມບິນເປັນສ່ວນໜຶ່ງການເຄື່ອນໄຫວຂອງກຸ່ມ Extinction Rebellion ໃນທົ່ວປະເທດອັງກິດ ຮຽກຮ້ອງໃຫ້ສະກັດກັ້ນການປ່ຽນແປງທາງອາກາດ ເຊັ່ນດຽວກັນຂະບວນການຕໍ່ຕ້ານໃນທົ່ວໂລກ.

