ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X

ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ x - 33 16 - ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X
ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ x - kitchen vibe - ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X

ແຫ​ລ່ງຂ່າວ ຂປລ ລາຍ​ງານ​ວ່າ: ກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X, ໄດ້ໄຂຂຶ້ນ ແຕ່ວັນທີ 14-23 ຕຸລາ 2019  ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເຊິ່ງມີບັນດາສະຫາຍກຳມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາກຳມະການສູນກາງພັກ ທັງສົມບູນ ແລະ ສຳຮອງ,  ພ້ອມດ້ວຍທີ່ປຶກສາຄະນະບໍລິຫານງານສູນກາງພັກ, ເລຂາຄະນະພັກກະຊວງ, ອົງການ, ເລຂາພັກແຂວງ ແລະ ເຈົ້າແຂວງ ທີ່ບໍ່ແມ່ນກຳມະການສູນກາງພັກຈຳນວນໜຶ່ງ ເຂົ້າຮ່ວມ.

    ກອງປະຊຸມໄດ້ຄົ້ນຄວ້າຕີລາຄາ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ບັນຫາສຳຄັນ ຈຳນວນໜຶ່ງ ດັ່ງນີ້: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020; ຕີລາຄາ ແລະ ໃຫ້ທິດຊີ້ນຳກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ; ຄົ້ນຄວ້າໃຫ້ທິດຊີ້ນຳ ກ່ຽວກັບມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່; ໃຫ້ທິດຊີ້ນຳກ່ຽວກັບ ຜົນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃນໄລຍະຜ່ານມາ ແລະ ທິດທາງວຽກຈຸດສຸມໃນຕໍ່ໜ້າ; ຄົ້ນຄວ້າປະກອບຄວາມເຫັນ ແລະ ໃຫ້ທິດຊີ້ນຳ ຕໍ່ຮ່າງລາຍງານການເມືອງສະບັບທີໜຶ່ງ ຫລື ສະບັບເບື້ອງຕົ້ນ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ດຳເນີນຊີວິດການເມືອງພາຍໃນ ຄະນະບໍລິຫານງານສູນກາງພັກ ປະຈຳປີ 2019.

    ກອງປະຊຸມ ເປັນເອກະພາບກັນຕີລາຄາຄືນ ຜົນສຳເລັດທີ່ເປັນໜໍ່ແໜງ ປັດໄຈໃໝ່ ໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃນໜຶ່ງປີຜ່ານມາ, ພ້ອມນັ້ນ ກໍໄດ້ດຳເນີນການຄົ້ນຄ້ວາປະກອບຄຳເຫັນ ຕໍ່ບັນຫາຕ່າງໆ ທີ່ຕັ້ງຂຶ້ນໃນກອງປະຊຸມຢ່າງກົງໄປກົງມາ, ເລິກເຊິ່ງ ໂດຍສະເພາະ ແມ່ນສຸມໃສ່ວິເຄາະ, ໄຈ້ແຍກບັນຫາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ, ແຜນເງິນຕາ ປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020 ກໍຄື ວຽກງານຮັບປະກັນ ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ບັນຫາອື່ນໆ ທີ່ໄດ້ນຳມາສະເໜີຕໍ່ ກອງປະຊຸມຢ່າງມີຊີວິດຊີວາ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງມີຄວາມເປັນເອກະພາບຮັບຮອງເອົາວຽກງານ ແລະ ທິດທາງວຽກງານຈຸດສຸມໃນຕໍ່ໜ້າ ແນໃສ່ສ້າງການຫັນປ່ຽນອັນແຂງແຮງໃນແຕ່ລະຂົງເຂດວຽກງານ,  ສ້າງບັນດາປັດໄຈຕົວຈິງ ເພື່ອຄ້ຳປະກັນການສືບຕໍ່ສ້າງການຫັນປ່ຽນຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ສ້າງຂະບວນການແຂງແຮງຕໍ່ເນື່ອງ ເພື່ອສະເຫລີມສະຫລອງວັນສຳຄັນຂອງພັກ-ຂອງຊາດ, ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທັງສ້າງການຫັນປ່ຽນໃໝ່ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ເພື່ອຈັດຕັ້ງປະຕິບັດບັນດາເນື້ອໃນເຫລົ່ານັ້ນ ກອງປະຊຸມໄດ້ເນັ້ນໜັກເຖິງການສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ເລິກເຊິ່ງກວ່າເກົ່າ ຕໍ່ຄວາມຮັບຜິດ ຊອບການເມືອງ ຂອງຄະນະບໍລິຫານງານສູນກາງພັກ, ແຕ່ລະສະຫາຍກຳມະການສູນກາງ ນັບທັງເລຂາຄະນະພັກກະຊວງ, ອົງການ, ແຂວງ ໃນການນຳພາ-ຊີ້ນຳຜັນຂະຫຍາຍມະຕິ, ຄຳສັ່ງ ລວມທັງບັນດານິຕິກຳຕ່າງໆຂອງສູນກາງພັກ ແລະ ລັດຖະບານວາງອອກ, ພ້ອມທັງເປັນເຈົ້າການນຳພາ-ຊີ້ນຳ ແກ້ບັນຫາຕ່າງໆ ຢ່າງຈິງຈັງ, ຮັບປະກັນໝາກຜົນຕົວຈິງ.

ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ x - 17856024576 o 1024x423 - ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X

    ຄະນະບໍລິຫານງານສູນກາງພັກ ໄດ້ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງ ປະກອບອາວຸດ ແລະ ປະຊາຊົນລາວທັງຊາດ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນທົ່ວພັກ ແລະ ທົ່ວສັງຄົມ, ເຊີດຊູ ແລະ ເສີມຂະຫຍາຍຈິດໃຈຮັກຊາດ, ເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕິດພັນກັບການສູ້ຊົນ ເຮັດສຳເລັດໜ້າທີ່ໃນຄວາມຮັບຜິດຊອບຂອງຕົນ.  ກອງປະຊຸມຍັງໄດ້ມອບໃຫ້ຄະນະພັກແຕ່ລະຂັ້ນ ເປັນເຈົ້າການຈັດຕັ້ງເຊື່ອມຊຶມ, ກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X ໃຫ້ເປັນຂະບວນຟົດຟື້ນ, ແຂງແຮງ, ຕໍ່ເນື່ອງ ແລະ ບັນລຸຜົນສຳເລັດຕົວຈິງຢ່າງຈົບງາມ. ຂ່າວ: ຫລ້າ ພາບ: ຂັນໄຊ

ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ x - 5 - ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!