ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ

ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ - 2354 - ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ
ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ - kitchen vibe - ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ

​ປີ 2019 ​ເປັນ​ປີ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ທາ​ງພຸດທະ​ສາດສະໜາ​ສຳລັບ​ປະ​ເທດ​ລາວ​ເຮົາ ຍ້ອນ​ວ່າ​ໄດ້​ມີ​ການ​ຈັດ​ກິດຈະກຳ​ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ​ໃນ​ບັນດາ​ປະ ​ເທດ​ລຸ່ມ​ແມ່ນ້ຳຂອງ​ອັນ​ໄດ້​ແກ່: ລາວ, ​​ໄທ, ມຽນມາ, ຫວຽດນາມ ​ແລະ ກຳປູ​ເຈຍ. ການຈັດ​ໃຫ້​ມີ​ກິດຈະກຳ​ດັ່ງກ່າວ​ໃນ​ຄັ້ງນີ້​ຖື​ເປັນຄັ້ງທີ II ​ໂດຍ​ຄັ້ງທີ I ​ໄດ້​ຈັດ​ຂຶ້ນ​ໃນ​ປີ 2015.

​       ໂຄງການ​ດັ່ງກ່າວ​ຖື​ເປັນ​ໂຄງການ​ໜຶ່ງ​ທີ່​ສຳຄັນ​ຕໍ່​ຊາວ​ພຸດ​ໃນ​ຫ້າ​ປະ​ເທດ​ທີ່​ໄດ້​ຮ່ວມ​ກັນ​ມີ​ສັດທາ​ປະຕິບັດ​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ຄວາມ​ເຊື່ອມ​ສຳພັນ​ທະ​ໄມຕີ ​ໂດຍ​ຜ່ານ​ອົງການ​ພຸດທະ​ສາດສະໜາ​ໃນ​ຫ້າ​ປະ​ເທດ​ເຂົ້າຮ່ວມ​ເພື່ອ​ ​ເສີມ​ສ້າງ​ມິດຕະພາບ, ຄວາມ​ຮັກ​ໄຄ່, ຄວາມ​ສຳພັນ​ທະ​ໄມຕີ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຫ້າ​ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຊາວ​ພຸດ​ທີ່​ຍັງ​ມີ​ສັດທາ​ຢືດໜ່ຽວ​ອານຸລັກ​ຮັກສາ​ພຸດທະ​ສາດສະໜາ​ໃຫ້​ຢືນຍົງຄົງ​ຕົວ​ຢູ່​ໃນ​ແຫລມ​ສຸວັນນະ​ພູມ​ແຫ່ງ​ນີ້​ໃຫ້​ມີ​ຄວາມ​ຈະ​ເລີ​ນງອກ​ງາມ ​ແລະ ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ​ໄປ​ດ້ວຍ​ອາ​ລິ​ຍະ​ທຳ​ຕາມ​ຮອຍພຸດ​ທະ​ບາດ​ອົງ​ສຳ​ມາ​ສຳ​ພະພຸດທະ​ເຈົ້າ.

ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ - Visit Laos Visit SALANA BOUTIQUE HOTEL - ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ

​       ໃນ​ສະ​ໄໝ​ພຸດທະການ, ອານາຈັກ​ສີ​ໂຄດ​ຕະບອງ ​ແລະ ອານາຈັກ​ສຸວັນນະ​ພູມ​ພະພຸດທະ​ເຈົ້າ​ເຄີຍ​ສະ​ເດັດ​ມາ​ເຜີຍ​ແຜ່​ພຸດທະ​ສາດສະໜາ​ເຂດ​ລຸ່ມ​ແມ່ນ້ຳຂອງ​ທິດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ກາຍ​ເປັນ​ປະຫວັດ​ການ​ແຫ່ງ​ຍຸກ​ສາດສະໜາ​ພຸດ​ມີ​ຄວາມ​ຈະ​ເລີ​ນຮຸງ​ເຮືອງ​ໄປ​ຄຽງ​ຄູ່​ກັບ​ການ​ຂະຫຍາຍຕົວ​ຂອງ​ປະຫວັດສາດ​ຄົນ​ຫລາຍ​ເຊື້ອຊາດ, ​ເປັນ​ມູນ​ເຊື້ອ​ແຫ່ງ ອາ​ລິ​ຍະ​ທຳ​ຈົນ​ມາ​ຮອດ​ຍຸກປັດຈຸບັນ.

​       ເພາະສະນັ້ນ, ການ​ກຳ​ເນີ​ດຂອງ​ກິດຈະກຳ​​ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ ຈຶ່ງ​ມີ​ຄວາມ​ໝາຍ​ທັງ​ເປັນ​ນິມິດ​ໝາຍ​ໃຫ້​ແກ່​ການ​ເຊື່ອມ​ສຳພັນ, ຄວາມ​ຮັກ, ຄວາມ​ສາມັກຄີ ຂອງ​ປະຊາຊົນ​ຫ້າ​ປະ​ເທດ​ຕອນ​ລຸ່ມ​ແມ່ນ້ຳຂອງ, ຫລ້າ​ສຸດ​ໃນ​ວັນ​ທີ 26 ຕຸລາ ຜ່ານ​ມາ​ໄດ້​ມີ​ມວນ​ຊົນ​ຊາວ​ນະຄອນຫລວງ​ວຽງ​ຈັນ​ຫລາຍ​ກ່າວ​ສາມ​ໝື່ນ​ຄົນ​ພ້ອມ​ກັນ​ນຳ ຝ່າຍ​ສົງ, ພະສົງ​ສຳມະ​ເນນ​ຂອງ​ຫ້າ​ປະ​ເທດ ​ແລະ ການ​ນຳ​ຄະ​ລື​ຫັດ, ຝ່າຍ​ລາວ​ໄດ້​ແກ່ ການ​ນຳ​ພັກ-ລັດຖະບານ ​ແລະ ຊາວ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຮ່ວມ​ກັນ​ປູກ​ຕົ້ນມະ​ຫາ​ໂພ​ທີ່​ນຳ​ມາ​ຈາກ​ປະ​ເທດ​ອິນ​ເດຍ, ມີ​ການ​ໄຫວ້​ພະ​ຮັບ​ສິນ, ຟັງ​ທຳ​ມະ​ເທສະໜາ ​ແລະ ຮ່ວມ​ກັນ​ໃສ່​ບາດ​ດ້ວຍ​ຄວາມ​ສັດທາ​ອັນ​ຍິ່ງ​ໃຫຍ່​ພາຍຫລັງ​ຂະ​ບວນທຳ​ມະ​ຍາດຕຣາ​ໄດ້ ​ໄປ​ເຄື່ອນ​ໄຫວ​ທາງ​ພາກ​ເໜືອ​ຂອງ​ລາວ ​ແລະ ປະ​ເທດ​ເພື່ອນ​ບ້ານ​ຄື​ມຽນມາ, ຫວຽດ ນາມ​ເຂົ້າມາ​ທາງ​ອຸດົມ​ໄຊ, ຫລວງ​ພະ​ບາງ ​ແລະ ສູ່​ນະຄອນຫລວງ​ວຽງ​ຈັນ​ກ່ອນ​ເຂົ້າໄທ​ຕໍ່​ໃສ່​ແຂວງ​ພາກ​ເໜືອ​ຂອງ​ກຳປູ​ເຈຍ​ຄື​ແຂວງ​ຊຽມຣຽບ.

ໂຄງການ​ເຄື່ອນ​ໄຫວ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ​ໄດ້​ສຳ​ເລັດ​ລົງ​ໃນ​ວັນ​ທີ 31 ຕຸລານີ້​ເອງ.

ກ່າວ​ເຖິງ​ໂຄງການ​ທີ່​ກ່າວ​ມາ​ນີ້​ແມ່ນ​ຫາ​ກໍ​ເລີ່​ມປະຕິບັດ​ມາ​ໄດ້ 2 ຄັ້ງ​ໂດຍ​ຂໍ້​ລິ​ເລີ່​ມ​ໂຄງການ​ຈາກ​ອຸດົມ​ການ​ຂອງ ພະ​ອາຈານ​ໃຫຍ່ ມະຫາ​ຜ່ອງ ສຳມະ​ເລີກ ອະດີດ​ປະທານ​ອົງການ​ພຸດທະ​ສາດສະໜາ​ສຳພັນ​ແຫ່ງ​ປະ​ເທດ​ລາວ ​ເຊິ່ງປັດຈຸບັນ​ເພິ່ນ​ໄດ້​ລະ​ສັງຂານ​ໄປຫລາຍ​ປີ​ແລ້ວ.

​ແນວ​ໃດ​ກໍ​ຕາມ, ດ້ວຍ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ເພື່ອ​ເສີມ​ສ້າງ​ຄວາມ​ຮັກ, ຄວາມ​ສາມັກຄີ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະທຳ, ອະລິຍະ​ທຳ​ໃນ​ຂົງ​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ ​ໃຕ້​ກໍ​ຄື​ການ​ເຊື່ອມ​ສຳພັນ​ຂອງ​ຄອບຄົວ​ໃຫຍ່​ອາ​ຊຽນ​ໃຫ້​ເປັນ​ປຶກ​ແຜ່ນ​ພາຍ​ໃຕ້​ຮູບ​ການ ​ເຄື່ອນ​ໄຫວ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ​ໃຫ້​ກາຍ​ເປັນ​ພະລັງ​ແຫ່ງ​ຄວາມ​ສັດທາ, ​ເມດຕາ, ກະລຸນາ ​ແລະ ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຮັກ​ຫໍ່​ທາງ​ດ້ານສິລະ​ປະວັດ​ທະນະ​ທຳ​ອັນ​ມີ​ສາສະໜາ​ພຸດ​ເປັນ​ສິ່ງ​ເບີກທາງ​ດົນ​ບັນດານ, ສັກກາລະ​ບູຊາ,​ ​ເຄົາລົບ​ນັບຖື​ດ້ວຍ​ສັດທາ​ອັນ​ແຮງກ້າ​ຂອງ​ຊາວ​ພຸດ​ທັງ​ຫ້າ​ປະ​ເທດ.

ຊາວ​ນະຄອນຫລວງ​ວຽງ​ຈັນ​ກໍ​ຄື​ຊາວ​ລາວ​ທົ່ວ​ປະ​ເທດ​ຂໍ​ຍິນ​ດີ​ເຫລື້ອມ​ໃສ​ດ້ວຍ​ຈິດ​ໃຈ​ຮັກ​ຫໍ່​ອັນ​ບໍລິສຸດ​ຂໍອະນຸ​ໂມທະນາ​ໃຫ້​ພາລະກິດ​ການ​ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ ຈົ່ງ​ຈະ​ເລີ​ນງອກ​ງາມ​ໝັ່ນ​ຄົງ​ໄປ​ດ້ວຍ​ພະ​​ໄຕຣຍະ​ສາມ​ປະການ​ຄື: ພະພຸດ, ພະ​ທຳ ​ແລະ ພະສົງ ຈົ່ງ​ຍືນ​ຍົງ​ໄປ​ຕະຫລອດ​ການ​ລະ​ນານ​ດ້ວຍ​ເທີນ./.

ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ - 2354 - ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ

ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ - 3 - ເຊື່ອມ​ສຳພັນ​ທຳ​ມະ​ຍາດຕຣາ 5 ​ແຜ່ນດິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!