ສິງກະໂປ ຈະອອກຮ່າງກົດໝາຍຕ້ານຂ່າວປອມ

ສິງກະໂປ ຈະອອກຮ່າງກົດໝາຍຕ້ານຂ່າວປອມ - 2F2E5F58 0051 4779 A565 579CB7F6FBD1 - ສິງກະໂປ ຈະອອກຮ່າງກົດໝາຍຕ້ານຂ່າວປອມ
ສິງກະໂປ ຈະອອກຮ່າງກົດໝາຍຕ້ານຂ່າວປອມ - kitchen vibe - ສິງກະໂປ ຈະອອກຮ່າງກົດໝາຍຕ້ານຂ່າວປອມ

ຮຽບຮຽງໂດຍ: ລູກເມືອງພວນ


ໃນມໍ່ໆນີ້, ລັດຖະບານສິງກະໂປ ຈະອອກຮ່າງກົດໝາຍ ທີ່ພົວພັນເຖິງບັນຫາ ສະກັດກັ້ນຂ່າວປອມ.


ສຳນັກຂ່າວ The Guardian ໃຫ້ຮູ້ວ່າ: ຢູ່ໃນກອງປະຊຸມສະພາ, ລັດຖະບານສິງກະໂປຈະປະກາດນຳໃຊ້ຮ່າງກົດໝາຍຢ່າງເປັນທາງການ ກົດໝາຍສະບັບທີ່ວ່ານີ້ສາມາດ ອະນຸຍາດໃຫ້ເຈົ້າໜ້າທີ່ຝ່າຍກົດໝາຍ ມີສິດລຶບທຸກຂໍ້ມູນຂ່າວສານ, ບົດຂ່າວທີ່ມີລັກສະນະປອມແປງ, ເຜີຍແຜ່ຂ່າວລື ອັນໄດ້ສ້າງຄວາມເຂົ້າໃຈຜິດ ແລະ ສ້າງຄວາມຂັດແຍ່ງໃນໝູ່ປະຊາຊົນ ແລະ ສັງຄົມໄດ້ໃຫ້ສຳພາດຕໍ່ສື່ມວນຊົນພາຍໃນ, ນາຍົກລັດຖະມົນຕີ ສິງກະໂປ ເປີດເຜີຍວ່າ: ກົດໝາຍສະບັບດັ່ງກ່າວ ແມ່ນແນໃສ່ຫຼຸດຜ່ອນຂ່າວປອມ ຊຶ່ງກຳລັງລະບາດຢູ່ໃນໜ້າສື່ສັງຄົມອອນລາຍ ເຊັ່ນ Facebook, Twitter ນັບທັງ Google ອີກດ້ວຍ.

ນາຍົກລັດຖະມົນຕີ ສິງກະໂປ ລີ້ ຮຽນ ລ໊ອງ. ພາບຈາກ: South China Morning Post
 ທ່ານ ລີ້ ໃຫ້ຮູ້ວ່າ: ກົດໝາຍສະບັບໃໝ່ນີ້, ກ່ອນອື່ນໝົດ ອົງການປະຕິບັດກົດ ໝາຍ ຈະກ່າວເຕືອນໃຫ້ຕົ້ນກຳເນີດຂອງຂ່າວປອມ ຕ້ອງປັບປຸງຫົວຂໍ້ ແລະ ເນື້ອໃນທີ່ບໍ່ມີຄວາມຊັດເຈນກ່ອນ. ຖ້າຫາກບໍ່ປະຕິບັດຕາມ, ບັນດາອົງການທີ່ກ່ຽວຂ້ອງ ຈະທຳລາຍຂ່າວສານປອມດັ່ງກ່າວຖິ້ມທັນທີ ພ້ອມທັງລົງໂທດຕາມຄວາມເໝາະສົມໃນກົດໝາຍສະບັບນີ້. ທ່ານເວົ້າຕໍ່ອີກວ່າ: “ຕໍ່ກັບກໍລະນີທີ່ມີລັກສະນະ ຮີບດ່ວນ, ພວກເຮົາຈະອີງໃສ່ກົດໝາຍດັ່ງກ່າວ ເຂົ້າຈັດການກັບຂ່າວປອມ ກ່ອນທີ່ມັນສະສ້າງຄວາມເສຍຫາຍ ທີ່ບໍ່ສາມາດຈະຟື້ນຟູໄດ້ ”

ບັນດາບໍລິສັດສື່ອອນລາຍໃນລະດັບຕົ້ນໆຂອງໂລກເຊັ່ນ: Google, Facebook ແລະ Twitter ປັດຈຸບັນກຳລັງຖືກລັດຖະບານສິງກະໂປ ຮຽກຮ້ອງໃຫ້ຮ່ວມມື ເພື່ອຮັບປະກັນໃຫ້ກົດໝາຍສະບັບໃໝ່ນີ້ ຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ສິງກະໂປ ຈະອອກຮ່າງກົດໝາຍຕ້ານຂ່າວປອມ - 5 - ສິງກະໂປ ຈະອອກຮ່າງກົດໝາຍຕ້ານຂ່າວປອມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!