ອາເມລິກາທົດລອງລະບົບປ້ອງກັນລູກສອນໄຟຂ້າມທະວີບ




ສຳນັກງານປ້ອງກັນລູກສອນໄຟ (MDA) ຂອງອາເມລິກາ ຖະແຫລງວ່າປະສົບຜົນສຳເລັດໃນການທົດລອງໃຊ້ລະບົບປ້ອງກັນລູກສອນໄຟຈາກພາກພື້ນດິນ (GMD) ກວດຈັບ ແລະ ທຳລາຍລູກສອນໄຟໄລຍະໄກຂ້າມທະວີບ.
ການທົດລອງດັ່ງກ່າວ ເປັນການຍິງທົດລອງຢ່າງຮີບດ່ວນໃນສະຖານະການຈຳລອງເທື່ອທຳອິດຂອງລະບົບປ້ອງກັນລູກສອນໄຟ GMD ໂດຍລະບົບດັ່ງກ່າວເຊິ່ງຕັ້ງຢູ່ຖານທັບອາກາດແວນເດນເບິກ ໃນລັດກາລິຟໍເນຍ ສາມາດຍິງທຳລາຍລູກສອນໄຟຈຳລອງທີ່ຍິງມາຈາກເກາະມາຣແຊລ ໃນມະຫາສະໝຸດປາຊີຟິກໄດ້ ໂດຍເຂົ້າສະ ກັດ ແລະ ເຮັດໃຫ້ລູກສອນໄຟຈຳລອງເກີດລະເບີດຂຶ້ນເໜືອທະເລ.
ກະຊວງປ້ອງກັນປະເທດອາເມລິກາ ແຈ້ງວ່າ: ໄດ້ວາງແຜນທົດລອງລະບົບປ້ອງກັນລູກສອນໄຟໄລຍະໄກຂ້າມທະວີບ (ICBM) ໄວ້ກ່ອນໜ້ານີ້ເປັນເວລາດົນແລ້ວ, ແຕ່ການທົດລອງມີຂຶ້ນເໝາະກັບ ສປປ ເກົາຫລີ ຍິງລູກ ສອນໄຟສະກັດລົງທະເລຍີ່ປຸ່ນໃນສອງວັນກ່ອນ ເຊິ່ງຖືເປັນການຍິງທົດລອງລູກສອນໄຟທີ່ຝ່າຝືນມະຕິສະຫະປະ ຊາດຊາດເປັນຄັ້ງທີ 9 ແລ້ວໃນປີນີ້.
+ ອາເມລິກາເລັ່ງຍົກເລີກສາຍການບິນ ສປປ ເກົາຫລີ ກົດດັນໂຄງການນິວເຄຼຍ
+ ສປປ ເກົາຫລີ ຍິງລູກສອນໄຟສະກັດ ຕົກໃນນ່ານນ້ຳຍີ່ປຸ່ນ
+ ອາເມລິກາ-ສ.ເກົາຫລີ ເຕືອນຈະໃຊ້ແຜນຕອບໂຕ້ທັນທີ ຖ້າ ສປປ ເກົາຫລີ ທ້າທາຍອີກ
ພົນເຮືອໂທ ຈິມ ໄຊຣິງ ຜູ້ອຳນວຍການສຳນັກງານປ້ອງກັນລູກສອນໄຟຂອງອາເມລິກາ ລະບຸວ່າ: ຜົນສຳເລັດ ໃນການທົດລອງດັ່ງກ່າວຖືເປັນບາດກ້າວສຳຄັນ.
ໃນວັນທີ 30 ພຶດສະພານີ້, ອາເມລິກາ ລວມທັງຍີ່ປຸ່ນ ແລະ ສ.ເກົາຫລີ ໄດ້ຖະແຫລງປະນາມການທົດລອງລູກ ສອນໄຟຂອງ ສປປ ເກົາຫລີ ເທື່ອຫລ້າສຸດ ເຊິ່ງຕົກລົງໃນນ່ານນ້ຳເຂດເສດຖະກິດຈຳເພາະຂອງຍີ່ປຸ່ນ ໂດຍປະທາ ນາທິ ບໍດີ ໂດນັນ ທຣຳ ຂອງອາເມລິກາ ລົງຂໍ້ຄວາມທາງທະວິດເຕີວ່າ: ສປປ ເກົາຫລີ ໄດ້ສະແດງການຫລົບຫລູ່ ປະເທດໃກ້ ຄຽງ.


ກ່ອນໜ້ານີ້, ຜູ້ຊ່ຽວຊານຂອງ ສ.ເກົາຫລີ ລະບຸວ່າ: ການຍິງລູກສອນໄຟສະກັດຂອງ ສປປ ເກົາຫລີ ອາດເປັນ ການທົດສອບປະສິດທິພາບຂອງເຄື່ອງຈັກຫລັກໃນຈະຫລວດນຳສົ່ງລູກສອນໄຟຂັ້ນທຳອິດ ເຊິ່ງຈະນຳໄປໃຊ້ກັບ ລູກສອນໄຟໄລຍະໄກຂ້າມທະວີບໄດ້.
ທັງນີ້, ສປປ ເກົາຫລີ ເຄີຍຍິງທົດລອງລູກສອນໄຟສະກັດມາແລ້ວເທື່ອໜຶ່ງ ໃນເດືອນເມສາຜ່ານມາ, ສ່ວນ ການຍິງທົດລອງລູກສອນໄຟສອງຄັ້ງກ່ອນໜ້ານີ້ ເປັນການທົດລອງລູກສອນໄຟໄລຍະກາງ ແລະ ໃກ້ ເຊິ່ງທ່ານ ກິມ ຈົງ ອິນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ໄປເຂົ້າຊົມການທົດລອງດັ່ງກ່າວ ແລະ ຊີ້ວ່າເປັນຄວາມກ້າວໜ້າ ຂອງປະເທດໃນການພັດທະນາອາວຸດທີ່ສາມາດໂຈມຕີອາເມລິກາໄດ້.