ອົງການ​ກາ​ແດງ​ລາວ​ໄດ້​ຊ່ວຍ​ເຫຼືອ​ປະຊາຊົນ 13 ພັນກວ່າຄົນທີ່ປະສົບໄພນ້ຳຖ້ວມ 6 ​ແຂວງ​ພາກ​ກາງ​ ແລະ ​ພາກ​​ໃຕ້

- 3245 - ອົງການ​ກາ​ແດງ​ລາວ​ໄດ້​ຊ່ວຍ​ເຫຼືອ​ປະຊາຊົນ 13 ພັນກວ່າຄົນທີ່ປະສົບໄພນ້ຳຖ້ວມ 6 ​ແຂວງ​ພາກ​ກາງ​ ແລະ ​ພາກ​​ໃຕ້
- kitchen vibe - ອົງການ​ກາ​ແດງ​ລາວ​ໄດ້​ຊ່ວຍ​ເຫຼືອ​ປະຊາຊົນ 13 ພັນກວ່າຄົນທີ່ປະສົບໄພນ້ຳຖ້ວມ 6 ​ແຂວງ​ພາກ​ກາງ​ ແລະ ​ພາກ​​ໃຕ້

  ຫົວໜ້າກອງຊ່ວຍເຫຼືອບັນເທົາທຸກອົງການກາແດງລາວ ໄດ້ລາຍງານກ່ຽວກັບການເຄື່ອນໄຫວ ແລະ ຊ່ວຍປະຊາຊົນ 6 ແຂວງພາກໃຕ້ ແລະ ພາກກາງທີ່ປະສົບໄພນ້ຳຖ້ວມໃນໄລຍະຜ່ານມາວ່າ: ພາຍຫຼັງ ເກີດນ້ຳນອງໄຫລຖ້ວມເຮືອນຊານບ້ານຊ່ອງໃນ 6 ແຂວງໃນຕົ້ນເດືອນກັນຍາຜ່ານມາເຊັ່ນ: ຄຳມ່ວນ,ສະຫວັນ,ສາລະວັນ,ຈຳປາສັກເຊກອງແລະອັດຕະປື ,ມີ 44ຕົວເມືອງ, 1.525 ບ້ານ , 153.799 ຄອບຄົວ 764.936 ຄົນທີໄດ້ຜົນກະທົບຢ່າງໜັກ .

  ດັ່ງນັ້ນ ອົງການກາແດງລາວ ແຕ່ງຕັ້ງຄະນະຮັບຜິດຊອບ, ປະຕິບັດຕາມພາລະບົດບາດການຊ່ວຍເຫຼືອສຸກເສີນໃຫ້ແກ່ຜູ້ປະສົບໄພ, ໄດ້ແຕ່ງຕັ້ງຫນ່ວຍກູ້ໄພ 2 ຈຸດລົງໄປຊ່ວຍເຫຼືອຍົກຍ້າຍປະຊາຊົນຈາກບ່ອນທີ່ມີຄວາມສ່ຽງໄປຢູ່ເຂດທີ່ປອດໄພ, ໄດ້ຕິດຕັ້ງເຄື່ອງກອງນ້ຳສະອາດ ​ເອພີ 700 ທີ່ຂາດເຂີນນໍ້າດື່ມນໍ້າໃຊ້ໃນ 6 ​ເມືອງ, 14 , ​ 1,589 ຄອບຄົວ, 6923 ຄົນ ໄດ້​ຊ່ວຍ​ເຫຼືອ​ ​ເຂົ້າ , ອາຫານ​ແຫ້ງ,​ ເຄື່ອງຮັບ​ໃຊ້​ປະຈຳ​ວັນ ແລະ ນ້ຳດື່ມ ​ໃນ 6 ​ແຂວງ 15 ​ເມືອງ 30 ບ້ານ 3,298 ຄອບຄົວ 16,695 ຄົນ . ​ເປັນ​ມູນ​ຄ່າ 1 ຕື້ກວ່າກີບ ແລະ  ມີ 6 ​ບໍລິສັດ​ທີ່​ປະກອບສ່ວນນຳເອົາເງິນ ແລະ ວັດຖຸສິ່ງຂອງເຂົ້າ​ໃນ​ການ​ຊ່ວຍ​ນ້ຳ​ຖ້ວມ 6​ ແຂວງ​ພາກ​ກາງ ​ແລະ ​ພາກ​ໃຕ້​ໃນ​ຄັ້ງ​ນີ້​ເຊັ່ນ: ບໍລິສັດ​ພູ​ເດັນ​ໂຊ​ປະກັນ​ໄພ, ບໍລິສັດ​ລົງທຶນ​ພັດທະນາ​ລາວ,​ ບໍລິສັດ​ກໍ່ສ້າງ​ລົງທຶນ​ຖື​ຮຸ້ນ​ຢູນານ, ​ບໍລິສັດ​ຄອນ​ຊັບ ​ແລະ ​ບໍລິສັດ​ຊາວ​ອິດ​ເອ​ເຊຍ​ທາວ​ເວີ.

- Visit Laos Visit SALANA BOUTIQUE HOTEL - ອົງການ​ກາ​ແດງ​ລາວ​ໄດ້​ຊ່ວຍ​ເຫຼືອ​ປະຊາຊົນ 13 ພັນກວ່າຄົນທີ່ປະສົບໄພນ້ຳຖ້ວມ 6 ​ແຂວງ​ພາກ​ກາງ​ ແລະ ​ພາກ​​ໃຕ້
- 4 - ອົງການ​ກາ​ແດງ​ລາວ​ໄດ້​ຊ່ວຍ​ເຫຼືອ​ປະຊາຊົນ 13 ພັນກວ່າຄົນທີ່ປະສົບໄພນ້ຳຖ້ວມ 6 ​ແຂວງ​ພາກ​ກາງ​ ແລະ ​ພາກ​​ໃຕ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!