ກົນ​ໄກ WTO ກຳລັງ​ວິ​ກິດ “ລະບຽບ​ການ​ຄ້າ​ໂລກ” ຜະ​ເຊີນ​ອັນຕະລາຍ

- 332 2 - ກົນ​ໄກ WTO ກຳລັງ​ວິ​ກິດ “ລະບຽບ​ການ​ຄ້າ​ໂລກ” ຜະ​ເຊີນ​ອັນຕະລາຍ
- kitchen vibe - ກົນ​ໄກ WTO ກຳລັງ​ວິ​ກິດ “ລະບຽບ​ການ​ຄ້າ​ໂລກ” ຜະ​ເຊີນ​ອັນຕະລາຍ

     ອົງການ​ການ​ຄ້າ​ໂລກ (WTO) ກຳລັງ​ຜະ​ເຊີນ​ວິ​ກິດ ​ໂດຍ​ສະ​ເພາະ​ກົນ​ໄກ​ການ​ຢຸດ​ຂໍ້​ຂັດ​ແຍ່ງ​ຂອງ​ສະມາຊິກ, ຫລັງ​ຈາກ​ສະມາຊິກ​ຄະນະ​ຜູ້​ຕັດສິນ​ຄະດີ​ໄດ້​ໝົດ​ວາລະ​ລົງ​ໃນ​ອາທິດ​ຜ່ານ​ມາ.

      “​ເດິ ທາມ” ລາຍ​ງານ​ວ່າ: “ອົງການ​ອຸທອນ” (Appellate Body) ​ເຊິ່ງປຽບ​ເໝືອນ​ສານ​ສຸດ​ທ້າຍ​ໃນ​ການ​ຕັດສິນ​ຂໍ້​ຂັດ​ແຍ່ງ​ຂອງ​ປະ​ເທດ​ສະມາຊິກ​ຂອງ WTO ບໍ່​ສາມາດ​ດຳ​ເນີນ​ການ​ຕໍ່​ໄປ​ໄດ້ ​ໂດຍ​ຕາມ​ກົດ​ຂອງ WTO ອົງການ​ອຸທອນ​ຕ້ອງມີ​ສະມາຊິກ​ຄະນະ​ຜູ້​ຕັດສິນ​ຢ່າງ​ໜ້ອຍ 3 ຄົນ ຈາກ​ທັງ​ໝົດ 7 ຄົນ, ​ແຕ່​ມີ​ສະມາຊິກ 2 ຄົນ​ຄົບ​ວາລະ ​ໃນ​ວັນ​ທີ 11 ທັນວາ ​ເຮັດ​ໃຫ້​ປັດຈຸບັນ​ເຫລື​ອຄະນະ​ຜູ້​ຕັດສິນ​ພຽງ 1 ຄົນ​ເທົ່າ​ນັ້ນ ​ເນື່ອງ​ຈາກອາ​ເມ​ລິ​ກາ​ຄັດຄ້ານ​ຂະ​ບວນການຄັດ​ເລືອກ ຈຶ່ງ​ເຮັດ​ໃຫ້ WTO ບໍ່​ສາມາດ​ຫາ​ຜູ້​ຕັດສິນ​ເພີ່​ມຕາມ​ຂໍ້​ກຳນົດ​ຂັ້ນຕໍ່າ 3 ຄົນ​ໄດ້.

- Visit Laos Visit SALANA BOUTIQUE HOTEL - ກົນ​ໄກ WTO ກຳລັງ​ວິ​ກິດ “ລະບຽບ​ການ​ຄ້າ​ໂລກ” ຜະ​ເຊີນ​ອັນຕະລາຍ

     ທັງ​ນີ້ ການ​ຄັດຄ້ານ​ຂະ​ບວນການ​ຄັດ​ເລືອກ​ສະມາຊິກ​ອົງການ​ອຸທອນ​ຂອງ​ອາ​ເມ​ລິ​ກາ ​ໄດ້​ເກີດ​ຂຶ້ນ​ເທື່ອ​ທຳ​ອິດສະ​ໄໝ​ອະດີດ​ປະທານ​າທິບໍດີ ບາຣັກ ​ໂອ​ບາ​ມາ ​ເຊິ່ງມີ​ສາ​ເຫດ​ຈາກ​ຄວາມ​ບໍ່ພໍ​ໃຈ​ຂອງ​ອາ​ເມ​ລິ​ກາ​ຕໍ່​ຂະ​ບວນການ​​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂອງ WTO.

     ຂະນະ​ທີ່ ທ່ານ ​ໂດ​ນັລ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ຄົນ​ປັດຈຸບັນ ມີ​ແນວທາງ​ທີ່​ຈະ​ແຈ້ງ​ໃນ​ການ​ປະຕິ​ເສດ​ລະບົບ​ພະຫຸ​ພາຄີ ​ເຊິ່ງສ້າງ​ຄວາມ​ກັງວົນ​ຕໍ່​ລະບຽບ​ການ​ຄ້າ​ຂອງ​ໂລກ ​ໂດຍ​ໜຶ່ງ​ໃນ​ເຫດຜົນ​ການ​ຄັດຄ້ານ​ຂອງ​ອາ​ເມ​ລິ​ກາ​ຕໍ່​ລະບົບ​ການ​ເຮັດ​ວຽກ​ຂອງ WTO ​ໃນ​ຄັ້ງນີ້ BBC ລະບຸ​ວ່າ: ມາ​ຈາກ​ຄຳ​ຕັດສິນ​ຂໍ້​ຂັດ​ແຍ່ງ​ໃນ​ບັນຫາ “ການ​ທຸ້ມຕະຫລາດ” ​ເຊິ່ງອາ​ເມ​ລິ​ກາ​ມີ​ວິທີ​ການ​ຄິດ​ໄລ່​ເປັນ​ຂອງ​ຕົນ​ເອງ​ວ່າ​ສິນຄ້າ​ນຳ​ເຂົ້າຈາກ​ປະ​ເທດ​ໃດ​​ເຂົ້າຂ່າຍ​ການ​ທຸ້ມ​ຕະຫລາດ ທີ່​ເອີ້ນ​ວ່າ: “zeroing”.

     ຂະນະ​ທີ່​ອົງການ​ອຸທອນ​ຕັດສິນ​ວ່າ: ວິທີ​ການ​ຄິດ​ໄລ່​ຂອງ​ອາ​ເມ​ລິ​ກາ​ຂັດ​ແຍ່ງ​ກັບ​ເຈດ​ຕະນາ​ວ່າ​ດ້ວຍ​ການ​ຕໍ່ຕ້ານ​ການ​ທຸ່ມ​ຕະຫລາດ​ຂອງ WTO ​ເຊິ່ງສ້າງ​ຄວາມ​ບໍ່ພ​ໃຈ​ໃຫ້​ແກ່​ອາ​ເມ​ລິ​ກາ ຄວາມ​ບໍ່ພໍ​ໃຈ​ດັ່ງກ່າວ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຍື່ນ​ຂໍ້​ສະ​ເໜີ​ໃຫ້​ເກີດ​ການ “ປະຕິ​ຮູບ” ກົດ​ເກນ​ຂອງ WTO.

     ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ຫລາຍ​ຝ່າຍ​ຕັ້ງຄຳ​ຖາມ​ວ່າ: ຖ້າ​ຄຳ​ຕັດສິນ​ເອື້ອອຳນວຍ​ຜົນ​ຕໍ່​ປະ​ເທດ​ທີ່​ຍື່ນ​ຮຳ​ຮ້ອງ “ອາ​ເມ​ລິ​ກາ” ພາຍ​ໃຕ້​ການ​ນຳ​ຂອງ​ທ່ານ ທຣຳ ​ເຊິ່ງມີ​ຈຸດ​ຢືນ​ທີ່​ຈະ​ແຈ້ງ​ຈາກ​ນະ​ໂຍບາຍ “ອາ​ເມ​ລິ​ກາ​ຕ້ອງ​ມາ​ກ່ອນ (America First)” ​ແລະ ​ເຄີຍ​ປະກາດ​ວ່າ​ຈະ​ນຳ​ພາ​ອາ​ເມ​ລິ​ກາ​ອອກ​ຈາກ WTO ອາດ​ບໍ່​ຍອມຮັບ​ຄຳ​ຕັດສິນ ​ແລະ ​ເລັ່ງ​ໃຫ້​ເກີດ​ການ​ຖອນ​ຕົວ​ອອກ​ຈາກ WTO ​ໄດ້.

- 5 - ກົນ​ໄກ WTO ກຳລັງ​ວິ​ກິດ “ລະບຽບ​ການ​ຄ້າ​ໂລກ” ຜະ​ເຊີນ​ອັນຕະລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!