ເຕັກນິກຊ່ວຍໃຫ້ທ່ານເຊົາກັງວົນນຳສິ່ງທີ່ທ່ານຄວບຄຸມມັນບໍ່ໄດ້
ສິ່ງທີ່ທ່ານຄວບຄຸມບໍ່ໄດ້ ກໍແມ່ນສິ່ງທ່ີທ່ານບໍ່ມີທາງຄວບຄຸມມັນໄດ້ ຍິ່ງທ່ານຄິດຫລາຍກັບມັນຫລາຍປານໃດ ກໍຈະຍິ່ງຮ້າຍແຮງຫລາຍເທົ່ານັ້ນ.
ຢ່າຟ້າວຕົກໃຈໄປຫາກທ່ານເປັນຄົນທີ່ມັກເຄັ່ງຄຽດ ຫລື ວິຕົກກັງວົນກັບສິ່ງຕ່າງໆ ເພາະນັ້ນແມ່ນເລື່ອງປົກກະຕິ, ແຕ່ວ່ານິໄສແບບນີ້ມັນບໍ່ແມ່ນເລື່ອງທີ່ດີ ເພາະມັນສົ່ງຜົນກະທົບຕໍ່ສະພາບຈິດໃຈ ແລະ ຊີວິດປະຈຳວັນຂອງທ່ານໄດ້.
ເຖິງວ່າການຢຸດນິໄສແບບນີ້ນັ້ນອາດຈະບໍ່ແມ່ນເລື່ອງງ່າຍ, ແຕ່ກໍມີຫົນທາງຢູ່ຄືກັນ. ມື້ນີ້ພວກເຮົາມີເຄັດລັບທີ່ຈະຊ່ວຍໃຫ້ທ່ານບໍ່ເຄັ່ງຄຽດເມື່ອຕ້ອງພະເຊີນໜ້າກັບສິ່ງຕ່າງໆ ແລະ ສິ່ງທີ່ທ່ານຄວບຄຸມມັນບໍ່ໄດ້ ດັ່ງນີ້ :
1. ຮຽນຮູ້ທີ່ຈະປ່ອຍວາງ : ໜຶ່ງໃນສາເຫດທີ່ເຮັດໃຫ້ທ່ານມັກຈະເມື່ອຍໃຈຢູ່ສະເໝີກໍແມ່ນການປ່ອຍວາງບໍ່ເປັນ, ການປ່ອຍວາງນັ້ນຍາກ ແຕ່ຈົ່ງຈື່ໄວ້ວ່າມັນມີບາງສິ່ງບາງຢ່າງທີ່ທ່ານປ່ຽນແປງບໍ່ໄດ້ຢູ່ດີ ສິ່ງຕ່າງໆທີ່ເກີດຂຶ້ນໄປແລ້ວ ມັນບໍ່ສາມາດຍ້ອນກັບຄືນມາໄດ້ດອກ ເປັນຫຍັງທ່ານບໍ່ຍອມຮັບມັນ ແລ້ວປ່ອຍມັນໄປ ເພື່ອໃຫ້ທ່ານໄດ້ກ້າວໄປຂ້າງໜ້າຕໍ່ ແລະ ຈົດຈໍ່ໃສ່ກັບສິ່ງທີ່ສຳຄັນແທ້ໆ.
2. ເນັ້ນເປົ້າໝາຍໄປໃສ່ສິ່ງທີ່ທ່ານສາມາດຄວບຄຸມໄດ້ກໍພໍ : ຖ້າໃນອະດີດ ທ່ານເຮັດຜິດພາດໄປແລ້ວ ກໍຕ້ອງມາຄິດເຖິງສິ່ງທີ່ທ່ານສາມາດແກ້ໄຂມັນໄດ້ໃນຕອນນີ້ແທນ, ຖ້າທ່ານບໍ່ພໍໃຈກັບຜົນງານໃນເດືອນທີ່ຜ່ານມາ ກໍລອງພັດທະ ນາໂຕເອງໃນຕອນນີ້ໃຫ້ດີຂຶ້ນ ຢ່າເມົາລໍຊ້າທີ່ຈະແກ້ໄຂ ເພາະມັນອາດຈະສວາຍເກີນໄປ ເຊັ່ນ : ຖ້າທ່ານສອບເສັງຕົກ ທ່ານກໍອາດຈະຕ້ອງສ້າງນິໄສໃນການຮຽນຂຶ້ນມາໃໝ່ ຈົ່ງລືມວ່າມີສິ່ງທີ່ທ່ານສາມາດປ່ຽນແປງມັນໄດ້ ແລະ ຈົ່ງເນັ້ນເປົ້າໝາຍໄປໃສ່ສິ່ງເຫລົ່ານັ້ນຈະດີກ່ວາ.
3. ປັບໃຊ້ແຜນທີ່ບໍ່ຕາຍໂຕ ແລະ ມີຄວາມຫົດຢືດ : ຢ່າຟ້າວຍອມແພ້ ຖ້າສິ່ງຕ່າງໆບໍ່ເປັນດັ່ງທີ່ທ່ານຕ້ອງການ, ລອງໃຊ້ແຜນອື່ນໆແທນກໍໄດ້ ທ່ານອາດຈະຕ້ອງປ່ຽນກົນລະຍຸດ, ປ່ຽນວິທີການຄິດ, ລອງຄິດເຖິງວິທີແກ້ບັນຫາແທນການຈະມານັ່ງກັງວົນກັບສິ່ງທີ່ບໍ່ເປັນດັ່ງໃຈ.
4. ອອກມາຈາກພື້ນທີ່ປອດໄພ (Comfort Zone) :ອີກໜຶ່ງວິທີທີ່ຈະຊ່ວຍໃຫ້ທ່ານເຊົາກັງວົນກໍຄື ການລອງເຮັດຫຍັງທີ່ແຕກຕ່າງໄປຈາກເກົ່າ ດ້ວຍການເປີດໃຈຮັບສິ່ງໃໝ່ໆ, ພົບພໍ້ຄົນໃໝ່ໆ, ລອງເຮັດສິ່ງໃໝ່ໆ ທ່ານອາດຈະພົບວ່າໂຕເອງເຮັດໄດ້ດີກ່ວາທີ່ຄິດ, ຈົ່ງອອກມາຈາກພື້ນທີ່ຄວາມສະດວກສະບາຍຂອງໂຕເອງ ຫລື (Comfort Zone) ຂອງໂຕເອງ ແລ້ວຄິດໃຫ້ຕ່າງໄປຈາກເກົ່າ.
5. ພາກພຽນພັດທະນາໂຕເອງໃຫ້ເປັນຄົນທີ່ດີກ່ວາເກົ່າ : ທ່ານຕ້ອງພະຍາຍາມແກ້ໄຂໂຕເອງໃຫ້ດີຂຶ້ນ ແທນການຈະມານັ່ງກັງວົນກັບສິ່ງທີ່ຄວບຄຸມບໍ່ໄດ້, ຮຽນຮູ້ຈາກຄວາມຜິດພາດໃນອະດີດ ແລະ ຢ່າພະຍາຍາມປ່ຽນແປງອະດີດ ເພາະມັນແມ່ນສິ່ງທີ່ທ່ານຄວບຄຸມບໍ່ໄດ້, ແຕ່ຈົ່ງປ່ຽນແປງພັດທະນາໂຕທ່ານໃຫ້ດີຂຶ້ນກ່ວາເກົ່າ.
6. ໃຊ້ເວລາກັບຄົນຄິດບວກ : ການວິຕົກກັງວົນຫລາຍເກີນໄປນັ້ນ ເຮັດໃຫ້ທ່ານສະຕິແຕກໄດ້, ລອງລົມກັບໝູ່ທີ່ມີທັດສະນະຄະຕິທີ່ດີ ຫລື ເບິ່ງໂລກໃນແງ່ບວກ, ລົມກັບຄົນທີ່ເຂົາຕັ້ງໃຈຟັງທ່ານ ແລະ ເຂົ້າໃຈທ່ານ, ເລົ່າໃຫ້ເຂົາຟັງວ່າທ່ານກັງວົນຫຍັງ ແລະ ເອົາຄຳແນະນຳຂອງພວກເຂົາມາປັບໃຊ້,ການລົມກັບຄົນທີ່ຄິດບວກ ຈະຊ່ວຍໃຫ້ທ່ານໄດ້ມຸມມອງແງ່ຄິດ ທັດສະນະຄະຕິໃໝ່ໆຫລາຍຂຶ້ນ.
7. ເປີດໃຈຮັບການປ່ຽນແປງ : ຫລາຍສິ່ງໃນຊີວິດນັ້ນເປັນເລື່ອງທີ່ບໍ່ແນ່ນອນ, ແຕ່ນີ້ແມ່ນສາເຫດທີ່ເຮັດໃຫ້ຊີວິດເຮົານັ້ນມີຄວາມໝາຍຂຶ້ນມາໄດ້. ດັ່ງນັ້ນ ຈົ່ງເປີດຮັບຄວາມປ່ຽນແປງ ເພາະການປ່ຽນແປງເປັນສິ່ງທີ່ບໍ່ສາມາດຫລີກເວັ້ນໄດ້, ແຕ່ໃຜຈະຮູ້ວ່າມັນມີຫຍັງຢູ່ໃນນັ້ນແດ່, ຢ່າຢ້ານ ແລະ ຈົ່ງເຂົ້າໄປຄົ້ນຫາມັນ.
8. ຢ່າໂທດໂຕເອງ : ທ່ານບໍ່ສາມາດຄວບຄຸມໄດ້ທຸກຢ່າງ ດັ່ງນັ້ນ ຢ່າໂທດໂຕເອງ, ທ່ານອາດຈະເຄີຍເຮັດຫຍັງບໍ່ດີມາກ່ອນ, ແຕ່ທ່ານກໍສາມາດເອົາມັນມາເປັນບົດຮຽນເພື່ອພັດທະນາຕົນເອງໄດ້. ການໂທດໂຕເອງມີແຕ່ຈະເຮັດໃຫ້ສິ່ງ ຕ່າງໆຮ້າຍແຮງລົງເລື້ອຍໆ, ສິ່ງທີ່ທ່ານຄວນເຮັດແມ່ນແນມຫາຄົນທີ່ເຄີຍເຮັດຜິດພາດມາ ແລ້ວຮຽນຮູ້ວ່າເຂົາແກ້ໄຂມັນໄດ້ແນວໃດ, ໃຫ້ກຳລັງໃຈໂຕເອງວ່າທ່ານກໍເຮັດໄດ້ຄືກັນ.
9. ຝຶກສະມາທິ ແລະ ມີສະຕິຢູ່ສະເໝີ : ນັ່ງສະມາທິ, ຝຶກລົມຫາຍ ໃຈ, ເຮັດໃຫ້ເປັນກິດຈະວັດປະຈຳວັນ ແລ້ວທ່ານຈະພົບວ່າມັນສົ່ງຜົນດີຕໍ່ທ່ານຢ່າງຫລາຍ.
10. ປັບປ່ຽນວິຖີຊີວິດ : ວິຖີຊີວິດແມ່ນໜຶ່ງໃນສາເຫດຂອງຄວາມກັງວົນ ເຊັ່ນ : ທ່ານກັງວົນວ່າໂຕເອງຕຸ້ຍເກີນໄປ, ແຕ່ທ່ານກໍຍັງບໍ່ຍອມເຮັດຫຍັງ ມີແຕ່ຢູ່ເສີຍໆ ເປັນຫຍັງທ່ານບໍ່ລອງປ່ຽນແປງມັນເທື່ອລະເລັກເທື່ອລະໜ້ອຍ ເຊັ່ນ : ລອງອອກກຳລັງກາຍທຸກມື້, ຫລີກເວັ້ນອາຫານທີ່ມີແຕ່ແປ້ງ, ນຳ້ຕານ ແລະ ນຳມັນ, ນອນຫລັບໃຫ້ພຽງພໍ ບາງ ເທື່ອທ່ານອາດຈະຄິດວ່າໂຕເອງເຮັດບໍ່ໄດ້ດອກ, ແຕ່ສັດຕູແທ້ໆກໍແມ່ນໂຕທ່ານເອງທີ່ຄອຍຂັດຂວາງ ສະນັ້ນ ທ່ານຕ້ອງເອົາຊະນະໂຕເອງໃຫ້ໄດ້.
11. ເຊົາຫລິ້ນໂລກອອນລາຍ ຫລື ລອງຢຸດພັກເອົາໄວ້ກ່ອນ : ການຫລິ້ນຢູ່ກັບໂລກອອນລາຍຫລາຍເກີນໄປນັ້ນ ເຮັດໃຫ້ທ່ານວິຕົກກັງວົນໄດ້ງ່າຍຫລາຍ ເຊິ່ງໂລກອອນລາຍທີ່ວ່ານີ້ ກໍມີຕັ້ງແຕ່ ເຟສບຸກ, ທະວິດເຕີ, ກຸ່ມແຊັດ ແລະອື່ນໆ ມັນເກີດການປຽບທຽບໂຕເອງກັບຄົນອື່ນຢູ່ສະເໝີ ວ່າເປັນຫຍັງເຮົາຈຶ່ງບໍ່ມີ, ບໍ່ດີ, ບໍ່ເດັ່ນ, ບໍ່ງາມ, ບໍ່ຫລໍ່ ຫລື ບໍ່ເກັ່ງຄືກັບຄົນອື່ນ ຖ້າທ່ານຄິດວ່າການຫລິ້ນໂລກອອນລາຍມັນເຮັດໃຫ້ທ່ານຮູ້ສຶກບໍ່ດີ ທ່ານກໍຄວນຈະເຊົາຫລິ້ນມັນ ແລ້ວຫັນໄປເຮັດຫຍັງທີ່ມີປະໂຫຍດ ຫລື ໃຫ້ຄວາມສຸກກັບໂຕທ່ານແທນຈະດີກ່ວາ.