ຄົນຂາຍຊີ້ນເອົາຄ່າຫົວແທນໜີ້

ຄົນຂາຍຊີ້ນເອົາຄ່າຫົວແທນໜີ້ - 62 - ຄົນຂາຍຊີ້ນເອົາຄ່າຫົວແທນໜີ້
ຄົນຂາຍຊີ້ນເອົາຄ່າຫົວແທນໜີ້ - kitchen vibe - ຄົນຂາຍຊີ້ນເອົາຄ່າຫົວແທນໜີ້

ລູກເມືອງພວນ

ອີງຕາມແຫຼ່ງຂ່າວຈາກໜັງສືພິມ ບາວເມີຍ ຂອງຫວຽດນາມໃນວັນທີ 2/3 ນີ້ໃຫ້ຮູ້ວ່າ ເຈົ້າໜ້າທີ່ຕຳຫຼວດແຂວງ ບັກຢາງ ໄດ້ກັກຕົວທ້າວ ຕາວັນຮຽນ ອາຍຸ 39 ປີຢູ່ທີ່ເທສະບານເມືອງ ໂຟອຽນ ແຂວງ ທາຍຫງວຽນ ໃນຂໍ້ຫາຂ້າຄົນ.

ຄົນຂາຍຊີ້ນເອົາຄ່າຫົວແທນໜີ້ - Visit Laos Visit SALANA BOUTIQUE HOTEL - ຄົນຂາຍຊີ້ນເອົາຄ່າຫົວແທນໜີ້

ອີງຕາມຂໍ້ມູນເອກະສານໃນປີ 2016 ທ້າວຮ່ຽນ ແລະ ນາງ…(ບໍ່ອອກຊື່) ອາຍຸ 38 ປີ ຢູ່ແຂວງ ບັກຢາງ ໄປຄ້າຂາຍຊີ້ນ ແລ້ວຮັກກັນ. ສອງປີຕໍ່ມາ ຮ່ຽນໄດ້ເອົາເງິນໃຫ້ຄົນຮັກຂອງຕົນເອງຢືມຈຳນວນ 250 ລ້ານດົ່ງ ເພື່ອເປັນທຶນໃນການຄ້າຂາຍ.

ມາເຖິງເດືອນກຸມພາຜ່ານມານີ້, ຍ້ອນມີຄວາມຕ້ອງການເງິນເພື່ອຄ້າຂາຍ ຈຶ່ງໄດ້ບອກໃຫ້ແຟນສາວສົ່ງເງິນທີ່ຢືມໄປນັ້ນຄືນໃຫ້ຕົນເອງ ແຕ່ບໍ່ເປັນຜົນ, ຈຶ່ງຄິດວ່າແຟນສາວຫຼອກລວງຕົນເອງເພື່ອເອົາເງິນ, ທ້າວ ຮ່ຽນ ຈຶ່ງເກີດແນວຄວາມຄິດຂ້າແຟນສາວ ແລ້ວຈະຂ້າຕົວເອງຕາຍຕາມ.

ເພື່ອປະຕິບັດແຜນກົນອຸບາຍດັ່ງກ່າວ ຮ່ຽນ ຈຶ່ງໄດ້ນັດແຟນສາວໄປເຮືອນພັກ ຢູ່ທີ່ເທສະບານເມືອງ ຮຽບຮວາ ແຂວງ ບັກຢາງ. ເມື່ອແຟນສາວເຫັນດີ ເຂົາຈຶ່ງໄດ້ຕຽມເອົາພ້າອີ່ໂຕ້ ແລະ ຢາຂ້າຫຍ້າ ແລ້ວກໍໄປເປີດຫ້ອງໄວ້ຖ້າ.

ຄໍ່າຄືນວັນທີ 16/2 ຜ່ານມາ ແຟນສາວໄດ້ກໍໄດ້ໄປຕາມນັດ ກໍຖືກທ້າວ ຮ່ຽນເອົາຊີວິດ. ເມື່ອກໍ່ເລື່ອງສຳເລັດ ຜູ້ກ່ຽວກໍໂຕນໜີເມືອບ້ານເກີດຂອງຕົນ ແລ້ວກິນຢາຂ້າຫຍ້າຫວັງຂ້າຕົນເອງ ແຕ່ຄົນໃນເຮືອນຮູ້ເຫັນກ່ອນ ຈຶ່ງກູ້ໄພເອົາໄປໂຮງໝໍທັນ ຈຶ່ງບໍ່ຕາຍ.

ຕໍ່ກັບເລື່ອງດັ່ງກ່າວ ເຈົ້າເມືອງ ເມືອງຕຽນຟ໊ອງ ໃຫ້ຮູ້ວ່າ: ທ້າວ ຮ່ຽນ ເປັນຜູ້ດຸໝັ່ນຂະຫຍັນພຽນຊອກຢູ່ທຳກິນ. ທ້າວ ຮ່ຽນມີເມຍ ແລະ ລູກ 4 ຄົນ. ເສດຖະກິດຄອບຄົວກໍພໍຢູ່ພໍກິນ, ເມື່ອໄດ້ຍິນຂ່າວວ່າ ຮ່ຽນ ເປັນອາດສະຍາກອນ ເຮັດໃຫ້ທຸກຄົນໃນບ້ານຕົກຕະລຶງ.

ຄົນຂາຍຊີ້ນເອົາຄ່າຫົວແທນໜີ້ - 3 - ຄົນຂາຍຊີ້ນເອົາຄ່າຫົວແທນໜີ້
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!