IMF ເຕືອນໂຄວິດ-19 ອາດເຮັດໃຫ້ ເສດຖະກິດໂລກປີນີ້ຫລຸດຖອຍ


ກອງທຶນການເງິນສາກົນ (IMF) ເຕືອນວ່າ: ການແຜ່ລະບາດຂອງໄວຣັສໂຄໂຣນາ ສາຍພັນໃໝ່ ຕົ້ນຕໍໂຣກໂຄວິດ-19 ອາດຈະເຮັດໃຫ້ເສດຖະກິດໂລກປະສົບສະພາບຫລຸດຖອຍໃນປີນີ້ ກ່ອນຈະຟື້ນຕົວໃນປີ 2021.
IMF ລະບຸວ່າ: ການແຜ່ລະບາດຢ່າງໜັກຂອງໄວຣັສໂຄໂຣນາຈະເປັນສາເຫດເຮັດໃຫ້ເສດຖະກິດໂລກຫລຸດຖອຍໃນປີ 2020 ເຊິ່ງອາດຈະຮ້າຍແຮງກວ່າໄລຍະເກີດວິກິດການເງິນໂລກໃນປີ 2008-2009 ແຕ່ຜົນຜະລິດທາງເສດຖະກິດຈະເລີ່ມຟື້ນຕົວໃນປີ 2021.
ນອກຈາກນີ້ ທ່ານ ນາງ ຄຣິສຕາລິນາ ຈໍຈີວາ ຜູ້ອຳນວຍການ IMF ຍິນດີທີ່ລັດຖະບານຫລາຍປະເທດດຳເນີນມາດຕະການຫລຸດຜ່ອນທາງການເງິນ ເພື່ອກະຕຸ້ນເສດຖະກິດ ແລະ ປົກປ້ອງບໍລິສັດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19.
ທ່ານ ນາງ ຈໍຈີວາ ອອກລາຍງານທ່າອ່ຽງເສດຖະກິດໂລກສະບັບໃໝ່ ຫລັງສຳເລັດກອງປະຊຸມຮ່ວມກັບບັນດາລັດຖະມົນຕີກະຊວງການເງິນ ແລະ ຜູ້ອຳນວຍການທະນາຄານກາງຈາກຸ່ມ G20 ເຊິ່ງເຫັນພ້ອມຈະຮ່ວມກັນຮ່ວມມືກັບບັນຫາການແຜ່ລະບາດຂອງໂຄວິດ-19.