ການສັງຫານຫມູ່ຢູ່ໂຮງຮຽນມັດທະຍົມໂຄລຳໄບ


ເຫດການວັນນີ້ໃນອະດີດ
ການສັງຫານຫມູ່ຢູ່ໂຮງຮຽນມັດທະຍົມໂຄລຳໄບເປັນເຫດຍິງ ສັງຫານ ແລະ ພະຍາຍາມລອບວາງລະເບີດໂຮງຮຽນມັດທະຍົມໂຄລຳໄບ ລັດໂຄໂລລາໂດ ສະຫະລັດອາເມລິກາ ເກີດຂຶ້ນໃນວັນທີ 20 ເມສາ 1999 ເມື່ອ ເອຣິກ ແຮຣິສ ແລະ ດີແລນ ຄລີໂບດ ນັກຮຽນເກຣດ 12 ພະຍາຍາມວາງລະເບີດຢູ່ໂຮງອາຫານແຕ່ລະເບີດບໍ່ເຮັດວຽກ ທັງສອງຈິ່ງໃຊ້ປືນກວາດຍິງນັກຮຽນ, ຄູ, ອາຈານ ກ່ອນຈະຍ້າຍໄປຢູ່ຫ້ອງສະຫມຸດ ເຊິ່ງພວກເຂົາສັງການນັກຮຽນ 10 ຄົນ ແລະ ຍິງສູ່ກັບຕຳຫລວດກ່ອນຈະຍິງໂຕເອງຕາຍ. ທັງຄູ່ເຫດການນີ້ ເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນບາດເຈັບ 24 ຄົນ.
ເຫດຈູງໃຈຂອງຜູ້ກໍ່ເຫດຍັງບໍ່ເປັນທີ່ແນ່ນອນແຕ່ພົບຫລັກຖານວ່າ ແຮຣິສ ແລະ ຄລີໂບລ ມີ ມີປັນຫາທາງຈິດ ມີບັນທຶກທັງສອງວາງແຜນມາດົນ ແລະ ຕັ້ງຈິດໃຈໃຫ້ເຫດການນີ້ມີຜູ້ເສຍຊີວິດຫລາຍທີ່ສຸດໃນປະຫວັດສາດ ສະຫະລັດຫນັງສືພິມ ຢູເອສ ເວທູເດ ໃຫ້ຮູ້ວ່າ: (ຫາກເປັນໄປຕາມທີ່ຜູ້ກໍ່ເຫດວາງແຜນ ອາດຖືເປັນການກໍ່ການຮ້າຍ).
ການສັງຫານຫມູ່ຢູ່ໂຮງຮຽນມັດທະຍົມ ໂຄລຳໄບ ເປັນເຫດຍິງກັນໃນໂຮງຮຽນ ອັນດັບ ຫ້າ ຂອງປະຫວັດສາດສະຫະລັດ ແລະ ມີການກໍ່ເຫດຮຽນແບບຕາມມາຫລາຍຄັ້ງ ເຫດການນີ້ຍັງສົ່ງຜົນຕາມມາຫລາຍຢ່າງເຊັ່ນ: ກົນລະຍຸດ ຕຳຫລວດໃນການຮັບມືກັບເຫດການໃຊ້ຊີວິດ ແລະ ຄວາມປອດໄພໃນໂຮງຮຽນກົດຫມາຍອາວຸດປືນ ຄວາມຮຸນແຮງໃນວິດີໂອເກມ.