ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ

ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ - kitchen vibe - ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ

ໃນວັນທີ 18 ພຶດສະພາ ນີ້ ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ທ່ານ ຄາເມຣອນ ອິມເບີ ຫົວໜ້າອົງການ ຮາໂລທຣາສ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບທ່ານ ປອ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ຈຸດປະສົງກໍ່ເພື່ອປຶກສາຫາລື ແລະ ຂໍຄໍາຄິດເຫັນກ່ຽວກັບທືນຊຸດໃຫມ່ທີ່ລັດຖະບານປະເທດອັງກິດ ແລະ ສະຫະລັດອາເມຣິກາ ສືບຕໍ່ໃຫ້ທືນສະໜັບສະໜູນເກັບກູ້ລະເບີດທີ່ບໍ່ທັນແຕກ ເຊິ່ງປີທີ່ຜ່ານລັດຖະບານປະເທດອັງກິດກໍ່ໄດ້ໃຫ້ທືນສະໜັບສະໜູນເກັບກູ້ລະເບີດຢູ່ແຂວງສະຫວັນນະເຂດ ເຊິ່ງມາຮອດປັດຈຸບັນ ທາງລັດຖະບານປະເທດອັງກິດກໍ່ໄດ້ມອບທຶນຊຸດໃໝ່ໃຫ້ເປັນຈຳນວນ 1,08 ລ້ານໂດລາ(ລ້ານແປດໂດລາ) ນອກຈາກນີ້ຍັງມີທືນຊ່ວຍເຫຼືອຈາກປະເທດສະຫະລັດອາເມຣິກາ ທີ່ວ່າກຳລັງພິຈາລະນາມອບທຶນໃຫ້ປະເທດລາວ 7 ລ້ານໂດລາສະຫະລັດ ສຳລັບນຳໃຊ້ພາຍໃນ 20 ເດືອນ ໃນປັດຈຸບັນນີ້ແມ່ນມີທຶນຈາກສາຫະລັດອາເມຣິກາຢູ່ແລ້ວທຶນໜຶ່ງ ເປັນທືນ 4 ປີ ແລະ ມາຮອດປັດຈຸບັນດຳເນີນກິດຈະກຳມາໄດ້ 2 ປີແລ້ວ ສ່ວນທຶນໃໝ່ທີ່ຈະມານີ້ແມ່ນມາເພີ່ມເຕີມ. ຫລັງຈາກທີ່ໄດ້ຮັບທືນຈາກສະຫະລັດອາເມຣິກາ ທາງໂຄງການຈະມີແຜນຈ້າງພະນັກງານຕື່ມອີກ 300 ກວ່າຄົນ ສະນັ້ນພະນັກງານໃນອົງການລວມທັງພະນັກງານເກົ່າ ກໍ່ຈະມີປະມານ 900 ກວ່າຄົນ, ທືນທີ່ໄດ້ຮັບໃໝ່ນີ້ຫຼັກໆແມ່ນໄດ້ເນັ້ນໃສ່ການເກັບກູ້ສຸມໃສ່ 4 ເມືອງຄື: ເມືອງເຊໂປນ, ນອງ, ພີນ ແລະ ເມືອງວິລະບູລີ ອາດຈະມີວຽກງານເພີ່ມເຕີມອີກຄືເມືອງ ພະລານໄຊ ແລະ ເມືອງ ອາດສະພັງທອງ.

ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ - 55 1 300x226 - ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ

ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ - Visit Laos Visit SALANA BOUTIQUE HOTEL - ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ
ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ - Visit Laos Visit SALANA BOUTIQUE HOTEL - ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ

ຈາກນັ້ນ ທ່ານ ປອ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ສະແດງຄວາມຂອບໃຈທີ່ໂຄງການຮາໂລທຣາສ ໄດ້ລົງມາເຮັດວຽກ ແລະ ຊ່ວຍເຫຼືອເກັບກູ້ລະເບີດທີ່ຍັງບໍທັນແຕກໃນເມືອງຕ່າງໆພາຍໃນແຂວງທີ່ຖືກຜົນກະທົບ  ສໍາລັບໂຄງການດັ່ງກ່າວນີ້ພາກສ່ວນທີ່ກ່ຽວຂ້ອງອຳນາດການປົກຄອງທ້ອງຖິ່ນກໍ່ເຫັນດີເປັນເອກະພາບ ໂດຍສັງລວມແລ້ວການເກັບກູ້ລະເບີດຢູ່ແຂວງສະຫວັນນະເຂດ ຖ້າຢັ້ງຢືນຄວາມທົ່ວເຖິງ, ຮັບປະກັນ ແມ່ນຍັງຍາກຫຼາຍທີ່ທາງພາກສ່ວນກ່ຽວຂ້ອງຍັງຈະຕ້ອງຄົ້ນຄວ້າກັນຕື່ມ, ຜ່ານມາອົງການເກັບກູ້ລະເບີດແມ່ນເຮັດໄດ້ດີແລ້ວ ແຕ່ກໍ່ຍັງມີບາງອັນທີ່ຍັງຈະສືບຕໍ່ປັບປຸງ, ຜັນຂະຫຍາຍໜ້າວຽກເປັນຕົ້ນ ການລົງເຮັດວຽກຕົວຈິງຂອງພະແນກການທີ່ກ່ຽວຂ້ອງໃນການປະສານສົມທົບກັບອຳນາດປົກຄອງທີ່ກ່ຽວຂ້ອງລວມໄປເຖິງບັນຫາເລື່ອງງົບປະມານນຳອີກ.

ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ - 3 - ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ
ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ - 5 - ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ
ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ - 4 - ອັງກິດ ແລະ ສະຫະລັດອາເມລິກາສະຫນັບສະຫນູນທຶນເກັບກູ້ລະເບີດບໍ່ທັນແຕກທີ່ສະຫວັນນະເຂດ