ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19, ມູນຄ່າ 180 ລ້ານກວ່າກີບ
June 10, 2020 - 12:31 PM

ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບເຄື່ອງຊ່ວຍ ເຫຼືອເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຈາກກະຊວງອຸດສາຫະ ກຳ ແລະ ການຄ້າ ແລະ ກອງທຶນວັດທະນະທຳ ແລະ ການສຶກສາ ຫົວຢຽນ ເມືອງຊົງຊິງ ສປ ຈີນ ເພື່ອນຳໄປແຈກຢາຍໃຫ້ນັກ ຮຽນໃນເຂດທີ່ຫ່າງໄກ ແລະ ຍັງຂາດເຂີນ.
ເຄື່ອງຊ່ວຍເຫລືອປະກອບມີ: ຜ້າອັດປາກ ຈຳນວນ 40.000 ອັນ, ສະບູ 960 ກ້ອນ, ນໍ້າຢາລ້າງມື 10 ແກັດ (100 ຕຸກ ຫຼື 100 ລິດ) ລວມມູນຄ່າທັງໝົດ 181.900.000 ກີບ.
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ .