ອົງການອະນາໄມໂລກຍູ້ແຮງການຄົ້ນຄວ້າໂຄວິດ-19 ທີ່ບໍ່ສະແດງອາການ

ອົງການອະນາໄມໂລກຍູ້ແຮງການຄົ້ນຄວ້າໂຄວິດ-19 ທີ່ບໍ່ສະແດງອາການ - 589 1 - ອົງການອະນາໄມໂລກຍູ້ແຮງການຄົ້ນຄວ້າໂຄວິດ-19 ທີ່ບໍ່ສະແດງອາການ
ອົງການອະນາໄມໂລກຍູ້ແຮງການຄົ້ນຄວ້າໂຄວິດ-19 ທີ່ບໍ່ສະແດງອາການ - kitchen vibe - ອົງການອະນາໄມໂລກຍູ້ແຮງການຄົ້ນຄວ້າໂຄວິດ-19 ທີ່ບໍ່ສະແດງອາການ

ທ່ານ Ghebreyesus ໃຫ້ຮູ້ວ່າ ໂລກໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງກ່ຽວກັບໂຄວິດ-19 ແຕ່ກໍຍັງມີຫຼາຍບັນຫາທີ່ພວກເຮົາບໍ່ທັນຮູ້ກ່ຽວກັບເຊື້ອໄວຣັດຊະນິດນີ້. ທ່ານ ເນັ້ນອີກວ່າ ນີ້ແມ່ນໄວຣັດສາຍພັນໃໝ່ ສະນັ້ນພວກເຮົາຈຶ່ງຈະຕ້ອງໄດ້ຮຽນຮູ້ກ່ຽວກັບມັນ.

ຜູ້ອຳນວຍການໃຫ່ຍອົງການອະນາໄມໂລກທ່ານ Tedros Adhanom Ghebreyesus ໃຫ້ຮູ້ວ່າ ການຄົ້ນຄວ້າກ່ຽວກັບກໍລະນີຕິດເຊື້ອໂຄວິດ-19 ບໍ່ສະແດງອາການກຳລັງດຳເີນການຄົ້ນຄວ້າຢູ່ ແລະ WHO ກໍຮັບຮູ້ວ່ານັບມື້ມີຫຼາຍໂຄງການຄົ້ນຄວ້າບັນກາດັ່ງກ່າວຢູ່ໃນຂະນະນີ້.

ອົງການອະນາໄມໂລກຍູ້ແຮງການຄົ້ນຄວ້າໂຄວິດ-19 ທີ່ບໍ່ສະແດງອາການ - Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກຍູ້ແຮງການຄົ້ນຄວ້າໂຄວິດ-19 ທີ່ບໍ່ສະແດງອາການ

ທ່ານ ຢືນຢັນວ່າ ການຊອກຫາ, ການກັກຕົວ ແລະ ການກວດຫາເຊື້ອຕໍ່ກັບຜູ້ທີ່ສະແດງອາການນັ້ນ ແລະ ການຊອກຫາ ແລະ ກັກຕົວຜູ້ທີ່ໃກ້ສິດກັບຜູ້ຕິດເຊື້ອ ແມ່ນມີຄວາມສຳຄັນຫຼາຍໃນການສະກັດກັ້ນການແຜ່ລະບາດຂອງເຊື້ອໂຄວິດ-19. ມີຫຼາຍປະເທດທີ່ມີຜົນສຳເລັດໃນການສະກັດກັ້ນການແຜ່ລະບາດ ແລະ ສາມາດຄວບຄຸມເຊື້ອໄວຣັດໂຄວິດ-19ໄດ້ດ້ວຍແນວທາງດັ່ງກ່າວ.

ຜຸ້ອຳນວຍການໃຫ່ນ WHO ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ວາງມາດຕະການກ່າວເຕືອນທີ່ພົວພັນເຖິງໂຄວິດ-19 ໃນເມື່ອຫາກມີຂໍ້ມູນໃໝ່ອອກມາ. ອົງການດັ່ງກ່າວຈະເຮັດວຽກ 24/7 ເພື່ອຜັກດັນການຄົ້ນຄວ້າຊອກຫາຜູ້ໃກ້ສິດກັບຜູ້ຕິດເຊື້ອໂຄວິດ-19  ກໍຄືການພັດທະນາວິທີການປິ່ນປົວ ແລະ ການຄົ້ນຄວ້າວັດແຊັງເພື່ອສະກັດກັ້ນໂຄວິດ-19.

ຂ່າວ: ລູກເມືອງພວນ 

ອົງການອະນາໄມໂລກຍູ້ແຮງການຄົ້ນຄວ້າໂຄວິດ-19 ທີ່ບໍ່ສະແດງອາການ - 5 - ອົງການອະນາໄມໂລກຍູ້ແຮງການຄົ້ນຄວ້າໂຄວິດ-19 ທີ່ບໍ່ສະແດງອາການ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!