EU ຈະບໍ່ເຂົ້າຂ້າງສະຫະລັດເພື່ອຕ້ານກັບ ຈີນ

eu ຈະບໍ່ເຂົ້າຂ້າງສະຫະລັດເພື່ອຕ້ານກັບ ຈີນ - 576 - EU ຈະບໍ່ເຂົ້າຂ້າງສະຫະລັດເພື່ອຕ້ານກັບ ຈີນ
eu ຈະບໍ່ເຂົ້າຂ້າງສະຫະລັດເພື່ອຕ້ານກັບ ຈີນ - kitchen vibe - EU ຈະບໍ່ເຂົ້າຂ້າງສະຫະລັດເພື່ອຕ້ານກັບ ຈີນ

ວັນທີ 14 ມີຖຸນານີ້, ຂ້າຫຼວງໃຫ່ຍຂອງ ສະຫະພາບເອີໂຣບ ດ້ານການຕ່າງປະເທດ, ທ່ານ Josep Borrell ຮຽກຮ້ອງວ່າ: ຈຳເປັນຕ້ອງມີ “ໂຄງການໃຫ່ຍ ແລະ ມີຄວາມຕັ້ງໜ້າເພື່ອຄວາມຮ່ວມມືລະຫວ່າງ EU – ຈີນ”. ຄຳປະກາດດັ່ງກ່າວ ມີຂຶ້ນພຽງໜຶ່ງວັນກ່ອນທີ່ທ່ານຈະພ້ອມກັບ ລັດຖະມົນຕີຕ່າງປະເທດຂອງ 27 ປະເທດໃນEUຈະມີກອງປະຊຸມທາງໄກກັບລັດຖະມົນຕີການຕ່າງປະເທດຂອງສະຫະລັດ.

ກອງປະຊຸມຈະສຸມໃສ່ເລື່ອງຂອງຈີນ ແລະ ສະໜາມຮົບປ່ອຍຂ່າວທີ່ບໍ່ມີມູນຄວາມຈິງ ຫຼື ບິດເບືອນ ແລະ ກໍຢູ່ໃນອາທິດນີ້ເອງຈະມີກອງປະຊຸມສຸດຍອດລະຫວ່າງ EU – ຈີນ ເກີດຂຶ້ນເປັນຄັ້ງທຳອິດພາຍໃຕ້ການເປັນປະທານຂອງຄະນະກຳມະການເອີໂຣບ Ursula von der Leyenແລະ ປະທານສະພາເອີໂຣບ Charles Michel. ສອງຜູ້ນຳຂອງກຸ່ມຈະພ້ອມກັນສັນທະນາກັບນາຍົກລັດຖະມົນຕີຂອງຈີນ ຫຼີເຄີສຽງກ່ຽວກັບບັນຫາເຂົ້າເຖິງການຕະຫຼາດ.

eu ຈະບໍ່ເຂົ້າຂ້າງສະຫະລັດເພື່ອຕ້ານກັບ ຈີນ - Visit Laos Visit SALANA BOUTIQUE HOTEL - EU ຈະບໍ່ເຂົ້າຂ້າງສະຫະລັດເພື່ອຕ້ານກັບ ຈີນ

ບົດຄວາມທີ່ຕີພິມໃນໜ້າ ເວບໄຊ ຢ່າງເປັນທາງການໃນວັນທີ 14 ມີຖຸນານີ້, ທ່ານ Borrel  ກ່າວວ່າ EU ຈະບໍ່ເລືອກຂ້າງໃນການປະເຊີນໜ້າລະຫວ່າງສະຫະລັດ ແລະ ຈີນ ແລະ ກ່າວເນັ້ນວ່າ ນະໂຍບາຍຂອງ EU ຈະສູມໃສ່ລັດທິຫຼາຍທິດທາງ ແລະ ເພື່ອຄວາມຮ່ວມມື.

“ໃນຂະນະທີ່ມີຄວາມເຄັ່ງຕຶງລະຫວ່າງສະຫະລັດ ແລະ ຈີນ ຊຶ່ງເປັນບັນຫາການເມືອງຫຼັກຂອງໂລກ ເຮັດໃຫ້ຫຼາຍຝ່າຍຈະຕ້ອງເລືອກຂ້າງ ແຕ່ສຳລັບຊາວເອີໂຣບ ຈະເຮັດຕາມວິທີຂອງຕົນເອງ ຕໍ່ກັບຄວາມທ້າທາຍ ຊຶ່ງແມ່ນການແກ້ງແຍ້ງແຂ່ງຂັນດັ່ງກ່າວສ້າງຂຶ້ນ”Borrel ກ່າວ.

ການປະກາດດັ່ງກ່າວເປັນສັນຍາລັກທີ່ຈະແຈ້ງວ່າ ປັດຈຸບັນ EU ໄດ້ປ່ຽນຖ້ອຍທຳນອງອ່ອນສຽງ ພາຍຫຼັງເອີ້ນ ຈີນວ່າ “ຄູ່ປໍລະປັກໃນລະບົບ”. ຖ້ອຍທຳນອງດັ່ງກ່າວໄດ້ເວົ້າຢູ່ໃນນະໂຍບາຍຂອງ EU ພາຍໃຕ້ການນຳຂອງການຳເອີໂຣບຮຸ້ນກ່ອນ.

“ການພົວພັນຂອງພວກເຮົາກັບ ຈີນ ບໍ່ສາມາດທີ່ຈະປະຕິເສດໄດ້ຄວາມຫຍຸ້ງຍາກ ແລະ ຫຼາຍຮູບການປະເຊີນໜ້າ, ແຕ່ບໍ່ມີຄວາມໝາຍວ່າ ພວກເຮົາກຳລັງຈັບມືກັນເຂົ້າຮ່ວມການແກ້ງແຍ້ງແຂ່ງຂັນທີ່ເປັນລະບົບ” ທ່ານ Borrell ກ່າວ.

ເຖິງແມ່ນວ່າເອີໂຣບຍັງບໍ່ທັນໂນ້ມນ້າວໃຫ້ ຈີນ ເປີດກວ້າງຕະຫຼາດກໍຕາມ ແຕ່ນີ້ຄືການເຈລະຈາດ້ວຍຄວາມຈິງໃຈທີ່ຈະນຳຜົນປະໂຫຍດມາໃຫ້ທັງສອງຝ່າຍ. ທ່ານ  Borrel ກ່າວວ່າ: “ພວກເຮົາບໍ່ໄດ້ປິດອຳຫຍັງເລີຍ, ທັງ 27 ປະເທດຂອງສະຫະພາບເອີໂຣບນັ້ນ ກໍມີທັງເຫັນດີເຫັນພ້ອມ ແລະ ມີທັງບໍ່ເຫັນດີກໍມີ. ຈຳນວນໜຶ່ງກໍຊຸກຍູ້ໃຫ້ມີຄວາມສຳພັນ, ຈຳນວນໜຶ່ງຢາກໃຫ້ມີຄວາມສະເມີພາບ”.

ຂ່າວ: ລູກເມືອງພວນ( ແຫຼ່ງຂ່າວ tienphong)

eu ຈະບໍ່ເຂົ້າຂ້າງສະຫະລັດເພື່ອຕ້ານກັບ ຈີນ - 3 - EU ຈະບໍ່ເຂົ້າຂ້າງສະຫະລັດເພື່ອຕ້ານກັບ ຈີນ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!