ຖະແຫລງຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII

ຖະແຫລງຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ viii - 205 - ຖະແຫລງຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII
ຖະແຫລງຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ viii - kitchen vibe - ຖະແຫລງຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII

ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ​ໄດ້ຖະ​ແຫລ​ງຂ່າວ​ ກ່ຽວ​ກັບ​ຜົນສຳ​ເລັດ​ກອງ​ປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ​ໃນ​ວັນ​ທີ 2 ກໍລະກົດ 2020 ນີ້​ວ່າ: ກອງປະຊຸມຄັ້ງນີ້ ໄດ້ດໍາເນີນມາເປັນ ເວລາ 7 ວັນ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະປະຈໍາສະພາແຫ່ງຊາດ ແລະ ການສຸມເຫື່ອແຮງສະຕິປັນຍາຂອງ ບັນດາສະມາຊິກສະພາແຫ່ງຊາດ, ການປະ ກອບສ່ວນຂອງລັດຖະບານ, ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງຕາມພາລະບົດບາດຂອງຕົນ ເຂົ້າໃນການດໍາເນີນກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຂອງຊາດຕາມສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ໄດ້ຮັບຜົນສໍາເລັດຕາມຄາດຫມາຍທີ່ວາງໄວ້.

ຂ້າພະເຈົ້າ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ມີ ຄວາມຍິນດີ ແລະ ຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕໍາ, ຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກໍາມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາ ຊົນລາວບັນດາເຜົ່າ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວ ທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບ ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ດັ່ງນີ້: ກອງປະຊຸມໄດ້ເລີ່ມໄຂຂຶ້ນ ໃນຕອນເຊົ້າວັນທີ 24 ມິຖຸນາ 2020 ແລະ ໄດ້ດໍາເນີນມາເຖິງຕອນເຊົ້າວັນທີ 2 ກໍລະກົດ 2020 ເຊິ່ງໄດ້ໃຊ້ເວລາດໍາເນີນກອງປະຊຸມທັງໝົດ 7 ວັນ (ບໍ່ລວມວັນພັກລັດຖະການ). ໃນກອງປະຊຸມຄັ້ງນີ້, ນອກຈາກການເຂົ້າຮ່ວມຂອງສະມາຊິກສະພາແຫ່ງຊາດຊຸດທີ VIII ຍັງມີການນໍາຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ແຂກ ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ຖະແຫລງຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ viii - Visit Laos Visit SALANA BOUTIQUE HOTEL - ຖະແຫລງຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ຈໍານວນ 3 ສະບັບ ຄື: 1. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ເເຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ (6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020. 2. ມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງແທນກໍາມະການ ຄະນະປະຈໍາສະພາແຫ່ງຊາດ ແລະ ແຕ່ງຕັ້ງປະ ທານກໍາມາທິການແຜນການ, ການເງິນ ແລະ ການກວດສອບສະພາແຫ່ງຊາດ ແລະ 3. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ (ການຊອກຄົ້ນ ສໍາຫລວດ, ຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ, ຫີນຜາ, ຫີນແຮ່ ແລະ ຊາຍ).

ກອງປະຊຸມຄັ້ງນີ້, ໄດ້ພິຈາລະນາຮັບຮອງເອົາການປັບປຸງກົດໝາຍ ຈໍານວນ 5 ສະບັບ ຄື:ການປັບປຸງກົດໝາຍວ່າດ້ວຍພາສີ, ການປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ແລະ ກົດ ໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ. ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະເໜີໃຫ້ 5 ພາກສ່ວນ ປະກອບດ້ວຍ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທະນາຄານແຫ່ງ ສປປ ລາວ ຂຶ້ນຊີ້ແຈງ ຕໍ່ຄໍາຊັກຖາມກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ, ເຊິ່ງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນຢູ່ໃນກອງປະຊຸມ ເປັນຕົ້ນ ສະພາບການພັດທະນາເສດຖະກິດ-ສັງຄົມໃນເງື່ອນໄຂທີ່ໄດ້ຮັບຜົນກະທົບຈາກການເກີດລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19; ການສ້າງວຽກເຮັດງານທໍາ ເພື່ອຮອງຮັບແຮງງານລາວທີ່ກັບມາຈາກຕ່າງປະເທດ, ການສົ່ງເສີມການຜະລິດກະສິກໍາ ເພື່ອຮັບປະກັນໃຫ້ຕະຫລາດພາຍໃນ ແລະ ສົ່ງອອກ; ບັນຫາການສົ່ງເສີມຫົວໜ່ວຍການຜະລິດຂະໜາດນ້ອຍ-ຂະໜາດກາງ; ບັນຫາການຄິດໄລ່ລາຄາໄຟຟ້າ ທີ່ມີລາຄາສູງ; ບັນຫາອັດຕາການແລກປ່ຽນເງິນຕາຕ່າງປະເທດ ແລະ ບັນຫາອື່ນໆຈໍານວນໜຶ່ງ. ພ້ອມດຽວກັນ, ທ່ານນາຍົກລັດຖະມົນຕີ ໃນນາມຫົວໜ້າລັດຖະບານ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມສະພາແຫ່ງຊາດ ທັງເປັນການໃຫ້ຄວາມກະຈ່າງແຈ້ງຕື່ມຕໍ່ຄໍາຖາມທີ່ສະມາຊິກສະພາແຫ່ງຊາດ ຍົກຂຶ້ນດ້ວຍບັນຍາກາດທີ່ດີ ແລະ ສ່ອງແສງໃຫ້ເຫັນຄວາມຮັບຜິດຊອບຮ່ວມກັນ ຂອງສະພາແຫ່ງຊາດ ແລະ ລັດຖະບານ ຕໍ່ປະ ຊາຊົນ.

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນໄລ ຍະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ມີປະຊາຊົນບັນດາ ເຜົ່າ ສົ່ງຄໍາຄິດຄໍາເຫັນຜ່ານໂທລະສັນສາຍດ່ວນ (156) ຫລາຍກວ່າ 479 ສາຍ ສາມາດສັງລວມໄດ້ ເປັນ 72 ບັນຫາ ມາຍັງກອງປະຊຸມສະພາແຫ່ງຊາດ ເຊິ່ງພົວພັນເຖິງການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ, ໃນນີ້ບັນຫາທີ່ພົ້ນເດັ່ນ ແມ່ນພົວພັນເຖິງຄ່າໄຟຟ້າເເພງ, ບັນຫາທີ່ດິນ, ການກໍ ສ້າງເສັ້ນທາງ, ການຄຸ້ມຄອງການແລກປ່ຽນເງິນຕາ, ການແກ້ໄຂບັນຫາຢາເສບຕິດ ແລະ ການປະຕິ ບັດຄໍາຕັດສິນຂອງສານ. ຕໍ່ກັບຄໍາຄິດເຫັນຂອງປະຊາຊົນ ທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມ ຈະໄດ້ສັງລວມ ແລະ ມອບໃຫ້ກໍາມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

ຖະແຫລງຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ viii - 3 - ຖະແຫລງຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!