ເສດຖະກິດສະຫະລັດຍາກທີ່ຈະຟື້ນຕົວຄືນໄດ້ກ່ອນປີ 2022


ນັກເສະຖະສາດ Christophe Barraud Market Securities ຢືນຢັນວ່າ: ເສດຖະກິດສະຫະລັດ ຍາກທີ່ຈະຟື້ນຕົວຄືນໃໝ່ ກ່ອນປີ 2022, ຈະຕ້ອງໄດ້ໃຊ້ເວລາຍາວນານເພື່ອຟື້ນຟູຄືນໃໝ່ພາຍຫຼັງໂຄວິດ-19.
ອີງຕາມຜົນກວດສອບຂອງສູນຄວບຄຸມການສະໜອງ(ISM) ຂອງສະຫະລັດປະກາດເມື່ອວັນທີ 6 ກໍລະກົດນີ້ວ່າ: ຂະແໜງການບໍລິການຂອງສະຫະລັດໄດ້ເພີ່ມຂຶ້ນໃນເດືອນມີຖຸນາທີ່ຜ່ານມາ ດ້ວຍລະດັບ 57,1%, ຖ້າທຽບໃສ່ການຄາດຄະເນໄວ້ກ່ອນໜ້ານີ້ແມ່ນເພີ່ມຂືຶ້ນ 11,7%, ຊຶ່ງໃນເດືອນພຶດສະພາຢູ່ທີ່ 45,5%, ຫຼຸດ 10,7% ຖ້າທຽບໃສ່ເດືອນເມສາ ອັນເນື່ອງມາຈາກການລະບາດຂອງໂຄວິດ-19.
ຕົວຊີ້ວັດເພີ່ມຂຶ້ນ 20 ຄະແນນ ເພີ່ມຂຶ້ນ 61,6%, ຕົວເລກຊີ້ບອກດ້ານທຸລະກິດເພີ່ມຂຶ້ນ 25 ຄະແນນ ເພີ່ມຂຶ້ນ 66%, ໃນຂະນະດຽວກັນຕົວເລກຊີ້ວັດວຽກເຮັດງານທຳກໍເພີ່ມຂຶ້ນ 11,3 ຄະແນນ ເພີ່ມຂຶ້ນ 43,1%. ISM ໃຫ້ຮູ້ຕື່ມອີກວ່າ ໃນ 17 ຂະແໜງການທີ່ມີການກວດສອບນັ້ນ, ມີພຽງແຕ່ 3 ຂະແໜງການທີ່ເພີ່ມຂຶ້ນໃນເດືອນມີຖຸນາຜ່ານມາ.
ຢ່າງໃດກໍຕາມ ນັກເສດຖະສາດ Christophe Barraud Market Securities ຢືນຢັນວ່າ ເສດຖະກິດຂອງສະຫະລັດ ຍາກທີ່ຈະຟື້ນຕົວໄດ້ທັງໝົດກ່ອນປີ 2022. ເຂົາກ່າວວ່າ: ເສດຖະກິດຂອງສະຫະລັດຍັງຈະຕ້ອງໄດ້ໃຊ້ເວລາດົນຈຶ່ງຈະຟື້ນຟູເສດຖະກິດໄດ້ ພາຍຫຼັງ ໂຄວິດ-19.
ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດຂອງສະຫະລັດ. ຜະລິດຕະພັນພາຍໃນ(GDP) ຫຼຸດລົງ 5% ໃນງວດ I 2020. ນັກເສດຖະສາດສັນນິຖານວ່າ ເສດຖະກິດຂອງສະຫະລັດ ອາດຈະຫຼຸດລົງເຖິງ 30% ໃນງວດ II 2020 ກ່ອນທີ່ຈະກັບມາເພີ່ມຂຶ້ນໃນທ້າຍປີນີ້.
ຂ່າວ: ລູກເມືອງພວນ (ແຫຼ່ງຂ່າວ baoquocte)