AI ສ້າງຄວາມໄດ້ປຽບໃນການແກ່ງແຍ້ງແຂ່ງຂັນທຸລະກິດໄດ້ຄືແນວໃດ


ເຄື່ອງມືຊ່ວຍສະເໝືອນຈິງອາດຈະຊ່ວຍໃຫ້ທຸລະກິດສາມາດປະຢັດລາຍຈ່າຍໄດ້ເຖິງ 50% ແລະ ເພີ່ມສະມັດຕະພາບຂອງງານຂຶ້ນເປັນ 40%.
ຍົກສູງປະສົບການໃຫ້ລູກຄ້າ
ອີງຕາມການຄົ້ນຄວ້າຂອງ Harvard Business Review ໃຫ້ຮູ້ວ່າ: ບໍລິສັດແຖວໜ້າໃນການດູແລລູກຄ້າທີ່ມີຄວາມສະໜິດສະໜົມ ສາມາດເພີ່ມລາຍຮັບຂຶ້ນເຖິງ 2,5 ເທົ່າ ຖ້າທຽບໃສ່ຄູ່ແຂ່ງໃນທຸລະກິດອັນດຽວກັນ. ຜົນງານຄົ້ນຄວ້າຂອງ AMA ກໍຊີ້ໃຫ້ເຫັນວ່າ: ການໃຫ້ຄຳປຶກສາ ແລະ ການໂອ້ລົມໃກ້ສິດກັບລູກຄ້າ ຈະຊ່ວຍໃຫ້ລູກຄ້າມີຄວາມພໍໃຈ ແລະ ບໍລິສັດມີລາຍຮັບເພີ່ມຂຶ້ນ.
ການດູແລລູກຄ້າເປັນຂອດໜຶ່ງທີ່ບໍ່ສາມາດຈະຂາດໄດ້ ແຕ່ກໍເປັນບັນຫາໜັກສະໝອງຂອງຫຼາຍຫົວໜ່ວຍທຸລະກິດອັນເນື່ອງຈາກມີການສິ້ນເປືອງໃນການຂັດເລືອກ, ການກໍ່ສ້າງບຸກຂະລາກອນ ແລະ ການໃຫ້ເງິນເດືອນທີ່ມະຫາສານ. ບັນຫາດັ່ງກ່າວອາດຈະຖືກແກ້ໄຂໃຫ້ຕົກໄປໄດ້ ດ້ວຍວິທີການອາໄສ ປັນຍາປະດິດ(AI) ໂດຍຜ່ານ chatbot, ເຄື່ອງມືຊ່ວຍສະເໝືອນຈິງ, ສູນດູແລ ແລະ ອື່ນໆ.
ຊຶ່ງຕ່າງກັບຄົນ, AI ສາມາດປະມວນຜົນຂໍ້ມູນ, ຄວາມມັກ, ຄວາມຕ້ອງການຂອງຜູ້ຊົມໃຊ້ໄດ້ຢ່າງວ່ອງໄວ. ຈາກນັ້ນກໍສາມາດວາງແນວທາງທີ່ເໝາະສົມໄດ້ຢ່າງຖືກຕ້ອງ ແລະ ພ້ອມກັນນັ້ນກໍເພີ່ມລະດັບຄວາມພໍໃຈຂອງລູກຄ້າ. ບໍ່ພຽງແຕ່ເຮັດວຽກ 24/7 ວັນເທົ່ານັ້ນ, ເຄື່ອງມືຊ່ວຍສະເໝືອນຈິງຍັງສະແດງໃຫ້ເຫັນຄວາມສະຫຼຽວສະຫຼາດຂອງມັນເຊັ່ນ: ສາມາດຮັບຮູ້ຮູບຮ່າງ, ສັງລວມສຽງເວົ້າ ແລະ ການສົນທະນາທີ່ເປັນກັນເອງກັບລູກຄ້າໄດ້ຢ່າງຄ່ອງແຄ້ວ.
ມີການກະຕວງ(ຄາດເດົາ) ທີ່ຊັດເຈນ
ໜຶ່ງໃນຜົນປະໂຫຍດທີ່ໂດດເດັ່ນຂອງ AI ກໍຄືການກະຕວງທີ່ຊັດເຈນ, ຫຼຸດຜ່ອນຂໍ້ຜິດພາດຈາກຄົນສ້າງຂຶ້ນ ເພື່ອໃຫ້ມີການຕັດສິນໃຈທີ່ຖືກຕ້ອງ. ບັນຫານີ້ມີປະໂຫຍດຫຼາຍສຳລັບຫົວໜ່ວຍທຸລະກິດ ໃນການປະມວນການເງິນ, ສ້າງແຜນງົບປະມານໃຫ້ແກ່ອະນາຄົດຂ້າງໜ້າ.
ເຄື່ອງມືຊ່ວຍສະເໝືອນຈິງນີ້, ຖືກນຳໃຊ້ຢ່າງກວ້າງຂວາງໃນການປະມວນການເງິນ, ການທະນາຄານ ດ້ວຍວິທີການເກັບກຳຂໍ້ມູນຈາກຜູ້ຊົມໃຊ້ ແລະ ຈາກການຕະຫຼາດ. ເຄື່ອງມືຊ່ວຍສະເໝືອນຈິງ AI ລວມມີ robot ແລະ chatbot ເພື່ອຄຸ້ມຄອງສາລະບານການລົງທຶນ, ສ້າງແຜນຍຸດທະສາດ, ຕີລາຄາຄຸນນະພາບດ້ານສິນເຊື່ອ, ຫຼີ້ກລ່ຽງລະດັບຄວາມສ່ຽງໃນການຕັດສິນໃຈຊື້ຂາຍຫຼັກຊັບ.
ຫຼຸດຜ່ອນການໃຊ້ຈ່າຍ
ຫຼຸດຜ່ອນການໃຫ້ເງິນເດືອນ, ການກໍ່ສ້າງບຸກຄະລາກອນ, ການຊື້, ການຈ້າງ, ຄ່າທ່ອງທ່ຽວ ແລະ ການຕະຫຼາດ…ຜົນງານການຄົ້ນຄວ້າຂອງ McKinsey ກໍຊີ້ໃຫ້ເຫັນວ່າ: ບັນດາບໍລິສັດທີ່ນຳໃຊ້ AI ຈະເພີ່ມລາຍຮັບທາງການເງິນເຖິງ 120% ໃນປີ 2030.
ຜ່ານການປະເມີນຜົນການນຳໃຊ້ເຄື່ອງມືຊ່ວຍສະເໝືອນຈິງຂອງກຸ່ມບໍລິສັດ FPT ໃຫ້ຮູ້ວ່າ: ເຄື່ອງມືຊ່ວຍສະເໝືອນຈິງຊ່ວຍໃຫ້ຫົວໜ່ວຍທູລະກິດສາມາດປະຢັດລາຍຈ່າຍໄດ້ເຖິງ 50% ແລະ ເພີ່ມສະມັດຕະພາບຂອງການເຮັດວຽກຂືຶ້ນ 40%. ຊຶ່ງແຕກຕ່າງກັບສູນຄວບຄຸມບັນຊາປົກກະຕິ, ສູນຄວບຄຸມບັນຊາດ້ວຍ AI ສາມາດລວບລວມເອົາບັນດາເຕັກໂນໂລຢີທີ່ກ້າວໜ້າເຊັ່ນ: ການວິເຄາະສຽງເວົ້າ, ຄວບຄຸມການສົນທະນາ…ໂດຍເປັນກັນເອງ, ສຳພັນກັບລູກຄ້າ, ສັງລວມຂໍ້ມູນ ແລະ ຮັບສາຍຈາກລູກຄ້າ.
ຕົວແທນ FPT ຊີ້ໃຫ້ເຫັນວ່າ: ຫົວໜ່ວຍທຸລະກິດທີ່ນຳໃຊ້ສູນຄວບຄຸມດ້ວຍ AI ສາມາດລົມສາຍກັບລູກຄ້າໄດ້ 100 ສາຍຕໍ່ໜື່ງນາທີ, 300.000 ສາຍຕໍ່ 1 ເດືອນ ອັນໄດ້ເປັນການຫຼຸດບຸກຄະລາກອນດູແລລູກຄ້າລົງ.
ພາຍຫຼັງໂຄວິດ-19 ຈົບລົງ ທິດທາງໃນການຫັນໄປນຳໃຊ້ເຄື່ອງມືຊ່ວຍສະເໝືອນຈິງດ້ວຍ AI. ຫົວໜ່ວຍທຸລດກິດຕ່າງໆອາດຈະຫັນເປັນອັດຕະໂນມັດຫຼາຍຂຶ້ນ ຊຶ່ງກ່ອນໜ້ານີ້ການດູແລລູກຄ້າແມ່ນຕ້ອງການຄົນຈຳນວນຫຼວງຫຼາຍ. ເປັນອັນທີ່ເຫັນຈະແຈ້ງວ່າການນຳໃຊ້ ເຄື່ອງມືສະເໝືອນຈິງໄດ້ຊ່ວຍປະຢັດລາຍຈ່າຍເຫັນຢ່າງເຫັນກັບຕາ.