ສາກົນຈະໃຫ້ການຊ່ວຍເຫຼືອ ເບຣູດ ໂດຍບໍ່ຜ່ານມືຂອງລັດຖະບານ ໃນຈຳນວນເງິນ 298 ລ້ານໂດລາ


ແຫຼ່ງຂ່າວ CAND ຫວຽດນາມ ໂດຍອ້າງອີງແຫຼ່ງຂ່າວຈາກ Bloomberg ວັນທີ 10 ສິງຫານີ້ໃຫ້ຮູ້ວ່າ: ວັນທີ 9 ສິງຫາ, ຜູ້ນຳ 30 ປະເທດໃນທົ່ວໂລກໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການຊ່ວຍເຫຼືອປະຊາຊົນ ເລບານອນ ທີ່ໄດ້ຮັບຜົນກະທົບຈາກເຫດລະເບີດສາງເຄມີຄັ້ງໃຫ່ຍໃນວັນທີ 4 ສິງຫາຜ່ານມາ, ໃນຈຳນວນເງິນ 298 ລ້ານໂດລາ, ນັບທັງ 30 ລ້ານໂດລາຂອງຝຼັ່ງປະກອບສ່ວນ.
ບັນດາຜູ້ນຳດັ່ງກ່າວເວົ້າວ່າ: “ໃນສະຖານະການອັນຕະຂັດຄັດສົນແບບນີ້, ເລບານອນຈະບໍ່ຖືກໂດດດ່ຽວ”, “ການຊ່ວຍເຫຼືອຈະຕ້ອງເປັນໄປຢ່າງລາບລື້ນ ພາຍໃຕ້ການນຳພາຂອງສະຫະປະຊາຊາດ ແລະ ຈະຖືກສົ່ງໃຫ້ກັບມືຂອງປະຊາຊົນເລບານອນຢ່າງມີປະສິດທິຜົນ ແລະ ໂປ່ງໃສ”.
ໃນວັນດຽວກັນ, ສຳນັກງານພັດທະນາສາກົນຂອງສະຫະລັດ(USAID) ກໍປະກາດວ່າຈະໃຫ້ການຊ່ວຍເຫຼືອ 15 ລ້ານໂດລາ ໃຫ້ແກ່ປະຊາຊົນ ເລບານອນ ແຕ່ຈະບໍ່ມອບໃຫ້ລັດຖະບານ ແຕ່ຈະສົ່ງໃຫ້ບັນດາມະຫາວິທະຍາໄລທີ່ສະຫະລັດມີຄວາມໄວ້ວາງໃຈ ເພື່ອເອົາໄປແຈກຢາຍໃຫ່ປະຊາຊົນ.
ປະທານາທິບໍດີ ເລບານອນ Michel Aoun ໄດ້ສະແດງຄວາມຂອບໃຈຕໍ່ປະທານາທິບໍດີ Emmanuel Macron ຂອງຝຼັ່ງ ທີ່ໄດ້ມີຫົວຄິດປະດີດສ້າງໃນການຊ່ວຍເຫຼືອດັ່ງກ່າວ ເພາະພວກເຮົາຕ້ອງການຫຼາຍສິ່ງຫຼາຍຢ່າງໃຫ້ແສງສະຫວ່າງ ເບຣູດ ໄດ້ກັບຄືນມາ.
ຂ່າວ: ລູກເມືອງພວນ