ແຕ່ງຕັ້ງປະທານອົງການກວດກາພັກ-ລັດ ແຂວງໄຊສົມບູນ ຄົນໃໝ່
August 12, 2020 - 3:51 PM


ພິທີມອບ-ຮັບ ໜ້າທີ່ ລະຫວ່າງ ປະທານຄະນະກວດກາພັກ, ອົງການກວດກາລັດ ແຂວງໄຊສົມບູນ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ສິງຫາ ນີ້ ທີ່ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພົຕ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ.


ຕາມມະຕິຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ຊຶ່ງໄດ້ຕົກລົງໃຫ້ທ່ານ ບຸນຜັນ ພົມມະຈັນ ກຳມະການປະຈຳພັກແຂວງ, ປະທານກວດກາພັກ-ລັດ ແຂວງຜູ້ເກົ່າອອກພັກການ-ຮັບອຸດໜູນບຳນານ ແລະ ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ໄດ້ແຕ່ງຕັ້ງ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຮອງປະທານອົງການກວດກາພັກແຂວງ ຂຶ້ນເປັນປະທານອົງການກວດກາພັກ-ລັດ ແຂວງໄຊສົມບູນຜູ້ໃໝ່.

