ຖ້າກິນຢາ ຫ້າມດື່ມເຫລົ້າ

ຖ້າກິນຢາ ຫ້າມດື່ມເຫລົ້າ - 555 23 - ຖ້າກິນຢາ ຫ້າມດື່ມເຫລົ້າ
ຖ້າກິນຢາ ຫ້າມດື່ມເຫລົ້າ - kitchen vibe - ຖ້າກິນຢາ ຫ້າມດື່ມເຫລົ້າ

ເປັນຄຳຫ້າມທີ່ໃຜໆກໍບອກກັນ, ແຕ່ຢາກຮູ້ຫລືບໍ່ວ່າ ເປັນຫຍັງ ?

ເລື່ອງນີ້ກ່ຽວກັບຄຸນສົມບັດຂອງເຄື່ອງດື່ມປະເພດອານກໍຮໍເປັນສຳຄັນ ເລີ່ມກັນຕັ້ງແຕ່ໄຫລເຂົ້າສູ່ປາກກັນເລີຍ ສ່ວນໜຶ່ງຈະຖືກດູດຊຶມຜ່ານທາງເນື້ອເຍື່ອປາກ ແລະ ຫລອດອາຫານ ອີກສ່ວນໜຶ່ງຈະຖືກເຜົາຜານໄປພ້ອມໆກັບອາຫານໃນກະເພາະ, ແຕ່ທີ່ເຫລືອທີ່ເປັນສ່ວນໃຫຍ່ຈະແລ່ນຜ່ານໄປເຖິງລຳໄສ້ນ້ອຍເປັນຈຸດທີ່ຮ່າງກາຍສາມາດດູດຊຶມສູ່ກະແສເລືອດໄດ້ຢ່າງໄວວາ, ແຕ່ຈະໄວເທົ່າໃດນັ້ນຂຶ້ນຢູ່ກັບວ່າ ໃນເວລາດື່ມນັ້ນ ກະເພາະອາຫານວ່າງປານໃດ ຖ້າມີອາຫານຢູ່ ອານກໍຮໍຈະໃຊ້ເວລາເຂົ້າສູ່ກະແສເລືອດ 1 – 6 ຊົ່ວໂມງ, ແຕ່ຖ້າທ້ອງວ່າງ ບໍ່ມີຫຍັງຕົກເຖິງທ້ອງເລີຍ ເຄິ່ງຊົ່ວໂມງ – 2 ຊົ່ວໂມງ ກໍຈະເຂົ້າໄປປະສົມໃນກະແສເລືອດແລ້ວ ໂດຍລິດຂອງອານກໍຮໍຈະເຂົ້າໄປຂະຫຍາຍຫລອດເລືອດ, ກະຕຸ້ນກົດ ແລະ ນຳ້ຍ່ອຍໃນກະເພາະອາຫານ ຂະນະດຽວກັນກໍເລັ່ງການດູດຊຶມ ທັງຍັງມີຜົນຕໍ່ລະບົບປະສາດ ແລະ ຍັງເຂົ້າໄປຂັດຂວາງຂະບວນການທຳລາຍລິດຂອງອານກໍຮໍຂອງຕັບນຳອີກ.

ລິດທັງໝົດທີ່ວ່າມານີ້ ລ້ວນແຕ່ກ່ຽວຂ້ອງກັບການກິນຢາທັງໝົດ ໂດຍສະເພາະກຸ່ມຄົນເຫລົ່ານີ້ :

  • ເລີ່ມຈາກອາການເມົາຄ້າງ ເພາະຜ່ານງານລ້ຽງສັງສັນເດິກ, ດື່ມ (ເຫລົ້າ)ຫລາຍ, ນອນໜ້ອຍ ຄົນກຸ່ມນີ້ຫ້າມກິນຢາແກ້ປວດທີ່ມີລິດເປັນກົດ ເຊັ່ນ : ແອສໄປຣິນ ເປັນເດັດຂາດ ເພາະອາດເຮັດໃຫ້ເປັນບາດແຜໃນກະເພາະອາຫານ.
  • ຜູ້ທີ່ມີຄວາມດັນສູງ ຫລື ຫລອດເລືອດຫົວໃຈຕີບ ຈົນຕ້ອງກິນຢາຂະຫຍາຍຫລອດເລືອດເປັນປະຈຳ ຂໍບອກວ່າຕ້ອງຫ້າມດື່ມເຫລົ້າເປັນເດັດຂາດ ເພາະເຫລົ້າຈະໄປເລັ່ງໃຫ້ຫລອດເລືອດຂະຫຍາຍໂຕຫລາຍເກີນໄປຈົນອາດເຮັດໃຫ້ຄວາມດັນຫລຸດຕໍ່າໄວເກີນໄປ ຈົນອາດເຮັດໃຫ້ເກີດອາການວິນ, ໜ້າມືດ, ໝົດສະຕິ.
  • ຜູ້ທີ່ໃຊ້ຢາຂ້າເຊື້ອ ຫາກກິນຮ່ວມກັບອານກໍຮໍເຂົ້າໄປ ອາດເຮັດໃຫ້ເມົາຫລາຍກ່ວາປົກກະຕິ, ມີອາການໃຈສັ່ນ, ເຕັ້ນໄວກ່ວາປົກກະຕິ ແລະ ອາດເຮັດໃຫ້ວິນຫົວ, ປຸ້ນທ້ອງ ແລະ ຮາກໄດ້.
  • ຜູ້ທີ່ກິນຢາຖ່າຍພະຍາດ ຫລື ຢາຂ້າແມ່ທ້ອງ ບາງຊະນິດຫ້າມດື່ມອານກໍຮໍກ່ອນ ຫລື ຫລັງ 24 ຊົ່ວໂມງ ເພາະເຫລົ້າຈະເຂົ້າໄປຊ່ວຍເຮັດໃຫ້ຢາດູດຊຶມດີຫລາຍເກີນໄປ ຂະນະທີ່ຕ້ອງການໃຫ້ມີການດູດຊຶມໃຫ້ໜ້ອຍທີ່ສຸດ ເພາະຈະໄດ້ບໍ່ເຮັດໃຫ້ເລືອດເຂັ້ມຂຸ້ນສູງເກີນໄປ ແລະ ອາດເຮັດໃຫ້ມີອາການເຈັບຫົວ, ມຶນງົວ ເປັນຜົນຂ້າງຄຽງ.
  • ຜູ້ທີ່ເປັນເບົາຫວານ ຫລື ຜູ້ທີ່ກິນຢາຫລຸດນຳ້ຕານເປັນປະຈຳ ກໍລະນີນີ້ກໍອັນຕະລາຍ ເພາະເຫລົ້າຈະມີຜົນຕໍ່ຂະບວນການທຳລາຍອານກໍຮໍຂອງຕັບ, ຂັດຂວາງການສ້າງກລູໂກສ ຈຶ່ງອາດເຮັດໃຫ້ມີອາການໜ້າມືດໃຈສັ່ນ ຈົນອາດໝົດສະຕິໄດ້ ເພາະນຳ້ຕານໃນເລືອດຫລຸດຕໍ່າເກີນໄປ ແລະ ຍັງເຮັດໃຫ້ເກີດການສະສົມຂອງກົດແລັກຕິກຫລາຍຂຶ້ນ ເຮັດໃຫ້ເກີດອາການເມົາ, ໜ້າແດງ, ໃຈສັ່ນ, ໃຈເຕັ້ນໄວ, ເຈັບຫົວ ແລະ ອາດມີອາການເພຍ, ວິນຫົວປວດຮາກ, ຮາກ ຫລື ບາງຄົນອາດມີອາການງ່ວງນອນ, ມຶນງົວ, ເຊື່ອງຊຶງຫລາຍຍິ່ງຂຶ້ນໄດ້.
  • ທີ່ຮ້າຍທີ່ສຸດອາດຈະເປັນການທີ່ກິນເຫລົ້າຮ່ວມກັບຢາລະງັບປະສາດ ທີ່ຍິ່ງກິນດົນເທົ່າໃດ ຮ່າງກາຍກໍຈະຍິ່ງສ້າງພູມຕ້ານທານ ດື້ຢາຫລາຍຂຶ້ນ ຈົນອາດເກີດອັນຕະລາຍໄດ້ ຄືກັນກັບຜູ້ທີ່ກິນເຫລົ້າກັບຢານອນຫລັບ, ຢາສະຫງົບປະສາດ ຂໍບອກວ່າ ທັງສອງຈະໄປຊ່ວຍກັນເສີມລິດໄປຊ່ວຍກັນກົດທັບປະສາດພາກສ່ວນກາງ ຜົນກໍຄື ອາດເສຍຊີວິດໄດ້ໂດຍບໍ່ຮູ້ໂຕ.

ເມື່ອຮູ້ແນວນີ້ແລ້ວກ່ອນຈະດື່ມຫຍັງຄວນເອົາໃຈໃສ່ຕົນເອງຈັກໜ້ອຍ ເພາະຄວາມບັນເທີງພຽງຊົ່ວຄາວອາດສົ່ງຜົນເຖິງສຸຂະພາບ ແລະ ຊີວິດກໍເປັນໄດ້.

ຖ້າກິນຢາ ຫ້າມດື່ມເຫລົ້າ - 5 - ຖ້າກິນຢາ ຫ້າມດື່ມເຫລົ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!