ຜູ້ສະໝັກເລືອກຕັ້ງນາຍົກລັດຖະມົນຕີ ຍີ່ປຸ່ນ ຖືກວິພາກວິຈານຢ່າງໜັກ


ຂ່າວຈາກ vnexpress, ວັນທີ 3 ກັນຍານີ້ ໃຫ້ຮູ້ວ່າ: ອະດີດລັດຖະມົນຕີການຕ່າງປະເທດຂອງຍີ່ປຸ່ນ Kishida, ອາຍຸ 63 ປີ ຜູ້ຮັບສະໝັກເລືອກຕັ້ງເປັນນາຍົກລັດຖະມົນຕີ ປ່ຽນແທນ ຊິນໂຊອາເບະ, ໄດ້ຖ່າຍເອົາພາບພັນລະຍາຂອງຕົນທີ່ຢືນຢູ່ຂ້າງໂຕລົງໃນທະວິດເຕີ ເມື່ອວັນທີ 31 ສິງຫາຜ່ານມາ ເບິ່ງຄືກັບວ່າເປັນຄົນຮັບໃຊ້, ໃນຂະນະທີ່ຕົນເອງໃສ່ຊຸດສາກົນ ນັ່ງກິນເຂົ້າທີ່ເມຍແຕ່ງມາໃຫ້, ສ່ວນພັນລະຍາໃສ່ຊຸດຄົວກິນ ຈັບມືຢືນເຝົ້າຄອຍໃຫ້ການຮັບໃຊ້.ເຂົາຂຽນຄຳອະທິບາຍຢູ່ກ້ອງຮູບນັ້ນວ່າ: “ຂ້ອຍສຸດທີ່ຮູ້ບຸນຄຸນເມຍທີ່ໄດ້ເສຍສະຫຼະມາແຕ່ບ້ານເກີດເມືອງນອນທີ່ຢູ່ຫ່າງໄກຈາກ ໂຕກຽວຕັ້ງ 800 ກິໂລແມັດ ເພື່ອມາຊຸກຍູ້, ສະໜັບສະໜູນຜູ້ເປັນຜົວ ທີ່ຈະລົງຊີງຕຳແໜ່ງປະທານພັກເສລີປະຊາທິປັດ ປ່ຽນແທນທ່ານ ຊິນໂຊອາເບະ.
ຜູ້ໃຊ້ສື່ສັງຄົມອອນລາຍຄົນໜຶ່ງຂຽນວ່າ: “ບໍ່ໜ້າເຊື່ອເລີຍເມື່ອເຫັນພາບນີ້, ຂ້ອຍຄິດວ່າແມ່ນຄົນຮັບໃຊ້ທີ່ຄອຍດູແລທ່ານເອງ”.
ຫຼາຍຄົນວິຈານວ່າ: ພາບດັ່ງກ່າວຈະສົ່ງຜົນກະທົບຕໍ່ອະນາຄົດຂອງ Kishida ໃນພັກ LDP ກໍຄືການຊີງຕຳແໜ່ງນາຍົກລັດຖະມົນຕີຂອງທ່ານເອງໃນຄັ້ງນີ້.
ການເລືອກຕັ້ງປະທານພັກ LDP ຈະມີຂຶ້ນໃນວັນທີ 14 ກັນຍາທີ່ຈະມາເຖິງນີ້. ແລະຫຼາຍຄົຍຄາດວ່າທ່ານ Yoshihide Suga ຫົວໜ້າຫ້ອງການລັດຖະບານຈະໄດ້ຮັບໄຊຊະນະ.
ແປຂ່າວ: ລູກເມືອງພວນ.