11 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຢູນີເທວບໍລິການສູ່ສັງຄົມ

- 555 30 - 11 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຢູນີເທວບໍລິການສູ່ສັງຄົມ
- kitchen vibe - 11 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຢູນີເທວບໍລິການສູ່ສັງຄົມ

ຜ່ານໄລຍະເວລາ 11 ປີ ພາຍໃຕ້ເຄື່ອງໝາຍການຄ້າ “ຢູນີເທວ”, ບໍລິສັດ ສະຕາ ໂທລະຄົມ ຈຳກັດ ໄດ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ມີການພັດທະນາແບບກ້າວກະໂດດ ຈາກເຄືອຂ່າຍທີ່ນ້ອຍທີ່ສຸດໃນລາວກ້າວສູ່ອັນດັບ 1 ໃນການໃຫ້ບໍລິການສູ່ສັງຄົມ ດ້ານໂທລະຄົມມະນາຄົມຢ່າງທົ່ວເຖິງ ມີເຄືອຂ່າຍອິນເຕີເນັດ 3G; 4G; 4,5 G ກວມເອົາ 100% ທຸກແຂວງທົ່ວປະເທດ, ມີພື້ນຖານໂຄງລ່າງລະບົບສົ່ງສັນຍານມືຖືທີ່ໃຫຍ່ ແລະ ກວາງຂວາງທີ່ສຸດ ປະກອບມີສູນສະຖານີຫຼາຍກວ່າ 9.000 ແຫ່ງ, ມີລະບົບສາຍສົ່ງ ສາຍກາບແກ້ວໃຍແສງ 30.000 ກິໂລແມັດ ທີ່ປົກຄຸມເຖິງເຂດຫ່າງໄກສອກຫຼີກ ແລະ ມີການໃຫ້ການບໍລິການດ້ານເຕັກໂນໂລຊີທີ່ທັນສະໄໝໃນທຸກໆຂົງເຂດ ທີ່ເປັນການປະກອບສ່ວນສຳຄັນໃນການຫັນເປັນດິຈີຕອນ ຂອງ ສປປ ລາວ.

ການພັດທະນາຕົນເອງ ກໍຄືບັນດາຜະລິດຕະພັນ-ການບໍລິການທີ່ມີຄຸນນະພາບສູງ ອອກຮັບໃຊ້ສັງຄົມ ໂດຍມີຮ້ານຕົວແທນຈຳໜ່າຍສິນຄ້າຫຼາຍກ່ວາ 20.000 ຮ້ານ, ມີລູກຄ້ານໍາໃຊ້ບໍລິການຫຼາຍກ່ວາ 3.3 ລ້ານ ເລກໝາຍ ກວມເອົາ 57% ຂອງສ່ວນແບ່ງຕະຫຼາດມືຖື, ມີສ່ວນຮ່ວມປະກອບອັດຕາການນຳໃຊ້ໂທລະສັບ 18% ຂຶ້ນເປັນ 100% ປະກອບສ່ວນເຮັດໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ເຂົ້າເຖິງລະບົບໂທລະຄົມມະນາຄົມ ແລະ ການສື່ສານໄດ້ຢ່າງທົ່ວເຖິງ ເຮັດໃຫ້ໄລຍະເສັ້ນທາງໃນການພົວພັນຕິດຕໍ່ສື່ສານ ລະຫວ່າງແຂວງເຖິງເມືອງ ແລະ ເຂດຫ່າງໄກຊອກຫຼີກ ໄດ້ເຊື່ອມຈອດເຂົ້າໃຫ້ກັນຫຼາຍຂຶ້ນ ແລະ ມີຄວາມສະດວກສະບາຍໃນການຕິດຕໍ່ແລກປ່ຽນຂໍ້ມູນ-ຂ່າວສານ. ບໍລິສັດ ສະຕາຣ ໂທລະຄົມ ຈຳກັດ ໄດ້ປະກອບສ່ວນມອບພັນທະໃຫ້ລັດຖະບານລາວ ລວມ 485.5.ລ້ານໂດລາສະຫະລັດຮອດເດືອນ 09.2020 ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວຫຼາຍກ່ວາ 20,000 ຄົນ ອັນເປັນສ່ວນໜຶ່ງທີ່ສໍາຄັນ ປະກອບ ສ່ວນຢ່າງຕັ້ງໜ້າໃນການສົ່ງເສີມ ແລະ ພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ.

- Visit Laos Visit SALANA BOUTIQUE HOTEL - 11 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຢູນີເທວບໍລິການສູ່ສັງຄົມ

- 30724777 39ea 4b5b 9bbc ebc71b637b42 1024x726 - 11 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຢູນີເທວບໍລິການສູ່ສັງຄົມ

ດ້ານການພັດທະນາຂອງ ຢູນີເທວສູ່ສັງຄົມ, ຢູນີເທວໄດ້ຫັນເປັນດິຈີຕອນ ແລະ ສະໜອງບັນດາບໍລິການດ້ານລະບົບເຕັກໂນໂລຊີທີ່ທັນສະໄໝສູ່ສັງຄົມ ໃນຫຼາຍໆໂຄງການ ອັນເປັນອີກໜຶ່ງພາບພົດຂອງ ບໍລິສັດ ສະຕາ ໂທລະຄົມ ໃນການໃຫ້ການບໍລິການສູ່ສັງຄົມ ປະກອບສ່ວນສຳຄັນໃນການຫັນເປັນດິຈີຕອນຂອງ ສປປ ລາວ ໃນຍຸກປະຕິວັດອຸດສາຫະກຳ 4.O ຂອງໂລກເປັນຕົ້ນແມ່ນ ຢູມັນນີ ລະບົບການເງິນເທິງມືຖື, ລະບົບການຄຸ້ມມຄອງພົນລະເມືອງ ທີ່ໄດ້ສໍາເລັດການຜັນຂະຫຍາຍໃຫ້ລັດຖະບານລາວ, ສະໜອງລະບົບເຄື່ອຂ່າຍອິນເຕີເນັດຄວາມໄວສູງ (Fiber network, Fiber High Speed Internet, 4G,ເປີດໃຫ້ທົດລອງນໍາໃຊ້ລະບົບ 5G ເພື່ອກຽມຄວາມພ້ອມສູ່ 5G ແລະ Mobile Application). ແລະ ມີສູນດາຕ້າທີ່ໃຫ້ບໍລິການຝາກຂໍ້ມູນຂ່າວສານລະບົບ (Data Center – DC) ແລະ ສູນສຳຮອງສູນຂໍ້ມູນຫຼັງຈາກໄພພິບັດ (Disaster Recovery – DR); ສະໜອງບັນດາວິທີການປັບປຸງແກ້ໄຂບັນຫາ (Solution) ໃນຂົງເຂດອົງການຈັດຕັ້ງພັກ-ລັດຖະບານ;ບັນດາຊອບແວຣ (Software –Solution) ໃຫ້ບັນດາຫົວໜ່ວຍທຸລະກິດ, ບັນດາທະນາຄານ ແລະ ອົງການຈັດຕັ້ງຕ່າງໆໃນຂອບເຂດທົ່ວປະເທດ ແລະ ຍັງເປັນຜູ້ໃຫ້ຄຳປຶກສາ,​ ໃຫ້ວິທີການປັບປຸງແກ້ໄຂບັນຫາ (Solution) ກ່ຽວກັບລະບົບຕ່າງໆເຊັ່ນ: DataCenter, AI, Cybersecurity, Cloud (Camera, Storage, Server, VDI) ແລະ ອື່ນໆ.

- 8bb968d1 5354 4054 9ca1 ed5d95b96272 1024x768 - 11 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຢູນີເທວບໍລິການສູ່ສັງຄົມ
- 26f4d294 aff9 4b7f 8b6b 3047a734f99b 1024x682 - 11 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຢູນີເທວບໍລິການສູ່ສັງຄົມ
- c08bb14e 4e2b 4941 b0e1 8bc60db89c81 - 11 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຢູນີເທວບໍລິການສູ່ສັງຄົມ

ຍ້ອນຢູນີເທວໄດ້ສະໜອງຜະລິດຕະພັນ ແລະ ບໍລິການທີ່ມີຄຸນນະພາບສູງ ຮັບໃຊ້ໃຫ້ແກ່ສັງຄົມໄດ້ຮັບການຍອມຮັບຈາກຜູ້ນຳພັກ-ລັດຖະບານ, ບັນດາກະຊວງແລະອົງການ, ໄດ້ຮັັບຫຼາກຫຼາຍລາງວັນ ທັງລະດັບປະເທດ ແລະ ສາກົນ ທີ່ເປັນການຢັ້ງຢືນຄຸນນະພາບຂອງເຄືອຂ່າຍອັນດັບ 1 ໃນລາວ ເປັນຕົ້ນແມ່ນ ລາງວັນທຸລະກິດດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2019 ແລະ ລາງວັນບູລິມະສິດດີເດັ່ນ ຂະແໜງ ICT ຈາກງານລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2020. ບັດຖະບານລາວ ຍັງໄດ້ປະດັບຫຼຽນໄຊແຮງງານ ຊັ້ນ III ໃນປີ 2014 ແລະ ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ໃຫ້ ຢູນີເທວໃນປີ 2019. ຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງຂອງ ຢູນີເທວ ຍັງໄດ້ຮັບລາງວັນລະດັບສາກົນຄື: ລາງວັນ Speed test Awards Fastest Mobile Network 2019 Laos ແລະ ລາງວັນ Speed test Awards Fastest 2020 ຈາກOokla® ທີ່ເປັນການຢັ້ງຢືນວ່າ ຢູນິເທວ ແມ່ນເຄື່ອຂ່າຍມືຖືທີ່ໄວທີ່ສຸດໃນລາວ.

ບໍລິການ ຢູມັນນີ ເປັນບໍລິການກະເປົາເງິນເທິງມືຖື ທີ່ໄດ້ຮັບລາງວັນຫຼຽນເງິນ “Silver Stevie® Winner”ຈາກງານ ອາຊີ – ປາຊີຟິກ Stevie Awards ປີ 2020 ແລະ ລະບົບຄຸ້ມຄອງພົນລະເມືອງ ທີ່ຢູນີເທວ ເປັນເຈົ້າການຜັນຂະຫຍາຍລະບົບໃຫ້ແກ່ລັດຖະບານລາວ ໄດ້ຮັບຫຼາຍລາງວັນຄື: ລາງວັນ ລາງວັນຫຼຽນຄຳ “Gold Winner IT World Awards 2020”ຈາກງານລາງວັນໄອທີໂລກ (2020 IT World Awards Winners) ແລະ ລາງວັນລາງວັນຫຼຽນທອງ “Bronze Stevie winner”ຈາກງານ ອາຊີ – ປາຊີຟິກ Stevie Awards ປີ 2020.

ດ້ານວຽກງານຊ່ວຍເຫຼືອສັງຄົມ ເຊັ່ນ: ໂຄງການສະໜັບສະໜູນອິນເຕີເນັດນໍາໃຊ້ໂດຍບໍ່ເສຍຄ່າໃຫ້ແກ່ໂຮງຮຽນ 1.000 ແຫ່ງໃນທົ່ວປະເທດ, ມອບທຶນຊ່ວຍເຫຼືອສະໜັບສະໜູນໃຫ້ແກ່ນັກຮຽນທີ່ຂາດທຶນຮອນຫຍຸ້ງຍາກ ຈໍານວນ 148 ທຶນ ມູນຄ່າ 296.000.000ກີບ ,​ ມອບການຊ່ວຍເຫຼືອແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດເຊັ່ນ: ຊ່ວຍເຫຼືອປະຊາຊົນໃນເຫດເຂື່ອນແຕກທີ່ແຂວງອັດຕະປື ແລະ ຊ່ວຍເຫຼືອບ້ານປະຊາຊົນຖືກໄຟໃໝ້ທີ່ແຂວງຊຽງຂວາງ ມູນຄ່າ 60.050.000 ກີບ. ຢູນີເທວ ຍັງໄດ້ໃຫ້ການຊ່ວຍເຫຼືອອຸປະຖໍາຢ່າງຕັ້ງໜ້າແກ່ ລັດຖະບານລາວ ໃນການຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ມູນຄ່າ 5,2ຕື້ ກີບ. ນອກນີ້, ຢູນີເທວ ຍັງໄດ້ຈັດຕັ້ງວຽກງານຝຶກອົບຮົມ ໃຫ້ຄວາມຮູ້ໃນການນໍາໃຊ້ລະບົບເທັກໂນໂລຊີຂໍ້ມູນຂ່າວສານ – ໂທລະຄົມມະນາຄົມ ໃຫ້ແກ່ພະນັກງານລັດຖະກອນ – ລັດວິສາຫະກິດ  ແລະ ບັນດາຫົວໜ່ວຍທຸລະກິດ ເພື່ອຍົກສູງຄວາມຮູ້ຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານຕົວຈິງນັ້ນກໍຄືການເພີ່ມດັດຊະນີການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານ ແລະ ສ້າງປັດໃຈໃນການສ້າງລັດຖະບານເອເລັກໂຕຣນິກ ປະກອບກອບສ່ວນໃນການຫັນເປັນດິຈີຕອນຂອງ ສປປ ລາວ ກ້າວສູ່ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ.

ອຸປະສັກ ແລະສິ່ງທ້າທາຍ ເປັນສິ່ງທີ່ສໍາຄັນທີ່ສຸດແມ່ນການຄວາມຕັ້ງໃຈແລະຄວາມເອົາໃຈໃສ່ເພື່ອບັນລຸເປົ້າໝາຍອັນດຽວກັນຂອງຢູນີເທວ ເພື່ອປະຕິບັດຕາມຄຳຂັວນທີ່ວ່າ “ດຳເນີນທຸລະກິດທີ່ຕິດພັນກັບໜ້າທີ່ທາງດ້ານສັງຄົມ” ຢູນີເທວຈະສືບຕໍ່ພັດທະນາແລະສ້າງສິ່ງໃໝ່ສະໜອງແກ່ລູກຄ້າແລະສັງຄົມຢ່າງມີປະສິດທິພາບ, ແຕກຕ່າງແລະໝັ້ນຄົງ ເພື່ອເປົ້າໝາຍ 3 ຄື: (1) ຍົກສູງລະດັບເຕັກໂນໂລຢີ ກໍ່ຄືຄຽງຄູ່ປະກອບສ່ວນໃນການພັດທະນາແກ່ປະເທດຊາດ (2)ເປັນຜູ້ນໍາໜ້າໃນການສ້າງສັນບຸກເບີກສິ່ງໃໝ່ໆ (3) ສົ່ງເສີມການພັດທະນາແລະຄວາມຄິດສ້າງສັນສ່ວນບຸກຄົນຢ່າງບໍ່ຢຸດຢັ້ງ ເພື່ອນໍາສິ່ງທີ່ດີທີ່ສຸດສູ່ສັງຄົມລາວໂດຍຄຽງຄູ່ກັບການນຳໃຊ້ເຕັກໂນໂລຢີເພື່ອຜົນປະໂຫຍດແກ່ທຸກຄົນໃນສັງຄົມ.

 

- 3 - 11 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຢູນີເທວບໍລິການສູ່ສັງຄົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!