ເກີດແຜ່ນດິນໄຫວຢູ່ຕວກກີ-ເກຣັກ ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 4 ຄົນ


ກະຊວງສາທາລະນະສຸກຕວກກີລາຍງານຈຳນວນຜູ້ເສຍຊີວິດຫລ້າສຸດຈາກແຜ່ນດິນໄຫວ ລະດັບ 7,0 ໃນທະເລອີຈຽນວ່າມີຢ່າງໜ້ອຍ 4 ຄົນ ແລະ ມີຜູ້ບາດເຈັບອີກປະມານ 120 ຄົນ ເຊິ່ງເຈົ້າໜ້າທີ່ກູ້ໄພກຳລັງເລັ່ງຄົ້ນຫາຜູ້ທີ່ອາດຕົກຄ້າງຢູ່ໃຕ້ຊາກຫັກພັງ ໂດຍເບື້ອງຕົ້ນທາງການປະເມີນວ່າ: ມີອາຄານຖະຫລົ່ມຢ່າງໜ້ອຍ 20 ຫລັງ.
ລາຍງານລະບຸວ່າ: ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ທະເລອີຈຽນສົ່ງຜົນໃຫ້ເກີດສຶນາມິຂະໜາດນ້ອຍ ທັງຢູ່ຝັ່ງເມືອງອິດເມຍຂອງຕວກກີ ແລະ ຢູ່ເກາະຊາມອສຂອງເກຣັກນຳອີກ ເຊິ່ງທ່ານ ຄີເຮຍກອສ ມິດໂຊຕາກິສ ນາຍົກລັດຖະມົນຕີເກຣັກ ເປີດເຜີຍວ່າ: ແຜ່ນດິນໄຫວເຮັດໃຫ້ມີຜູ້ບາດເຈັບເລັກໜ້ອຍຢູ່ເກຣັກຢ່າງໜ້ອຍ 4 ຄົນຖືກນຳສົ່ງໂຮງໝໍ ແລະ ມີອາຄານເສຍຫາຍບາງສ່ວນ, ພ້ອມເຕືອນປະຊາຊົນໃຫ້ລະວັງຜົນກະທົບຈາກແຜ່ນດິນໄຫວ ລວມທັງອາບເຕີຊັອກທີ່ອາດຈະຕາມມາ ແລະ ຄວນຢູ່ຫ່າງແຄມຝັ່ງເພື່ອຄວາມປອດໄພ.