WHO ເນັ້ນເຖິງອັນຕະລາຍ “ໄຂ້ຫວັດໃຫຍ່” ຕໍ່ເດັກນ້ອຍ-ແມ່ຍິງຖືພາ ໄລຍະໂຄວິດ-19 ລະບາດ

ຄະນະຜູ້ຊ່ຽວຊານຈາກອົງການອະນາໄມໂລກ (WHO) ກ່າວເຖິງອັນຕະລາຍຂອງພະຍາດໄຂ້ຫວັດໃຫຍ່ຕໍ່ເດັກນ້ອຍ ແລະ ແມ່ຍິງຖືພາ ລະຫວ່າງເກີດການລະບາດໃຫຍ່ຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ພ້ອມຮຽກຮ້ອງທຸກຝ່າຍເຝົ້າລະວັງ ແລະ ດຳເນີນການກວດພະຍາດຢ່າງຈິງຈັງ.
ວັນທີ 3 ພະຈິກນີ້, ທ່ານ ນາງ ມາເຣຍ ແວນ ເຄິກໂຮບ ຫົວໜ້າຝ່າຍເຕັກນິກປະຈຳໂຄງການສະຖານະການສຸກເສີນທາງສຸຂະພາບຂອງອົງການອະນາໄມໂລກ ຖະແຫລງຂ່າວວ່າ: ຍັງບໍ່ມີໃຜຮູ້ວ່າ: ລະດູໄຂ້ຫວັດໃຫຍ່ໃນປີນີ້ທີ່ກຳລັງຈະມາເຖິງເບື້ອງໂລກເໜືອໃນບໍ່ຊ້າຈະເປັນແນວໃດ, ແຕ່ປັດຈຸບັນມີການເຝົ້າລະວັງພະຍາດໄຂ້ຫວັດໃຫຍ່ຢ່າງຈິງຈັງແລ້ວ ເຖິງວ່າເປັນໄລຍະເກີດການລະບາດໃຫຍ່ຂອງໂຄວິດ-19, ພ້ອມແນະນຳຜູ້ທີ່ສ່ຽງເປັນພະຍາດໄຂ້ຫວັດໃຫຍ່ເຂົ້າຮັບການສັກວັກຊີນໃນປີນີ້.
ທ່ານ ເຈເນັດ ດິອາດ ຫົວໜ້າຝ່າຍແກ້ໄຂທາງຄລີນິກຂອງອົງການອະນາໄມໂລກ ເຫັນກົງກັບທ່ານ ແວນ ເຄິກໂຮບ ໂດຍເນັ້ນວ່າ: ການເຝົ້າລະວັງຢ່າງເຂັ້ມງວດເປັນເຄື່ອງມືສຳຄັນໃນການຮັບມືລະດູໄຂ້ຫວັດໃຫຍ່ ແລະ ເຖິງວ່າພະຍາດໄຂ້ຫວັດໃຫຍ່ ແລະ ໂຄວິດ-19 ຈະມີອາການຄ້າຍຄືກັນ ແຕ່ຍັງມີຄວາມແຕກຕ່າງທີ່ເຮັດໃຫ້ສາມາດແບ່ງແຍກພະຍາດທັງສອງໄດ້.
ທ່ານ ດິອາດ ເນັ້ນວ່າ: ເດັກນ້ອຍ ແລະ ແມ່ຍິງຖືພາສ່ຽງມີອາການປ່ວຍຮ້າຍແຮງເມື່ອເປັນໄຂ້ຫວັດໃຫຍ່ ແຕ່ບໍ່ສະແດງອາການໜັກຈາກໂຄວິດ-19 ຖ້າຄົນເຈັບມີອາການຕິດເຊື້ອໃນລະບົບທາງເດີນຫາຍໃຈຮຸນແຮງ ພວກເຂົາຄວນເຂົ້າຮັບການກວດພະຍາດກ່ອນດຳເນີນການປິ່ນປົວ ເນື່ອງຈາກພະຍາດທັງສອງໃຊ້ວິທີການປິ່ນປົວທີ່ແຕກຕ່າງກັນ.
ຄວາມແຕກຕ່າງອີກຢ່າງໜຶ່ງ ຄືການໃຊ້ຄໍຕິໂຄສເຕຍຣອຍ (corticosteroid) ເຊິ່ງປັດຈຸບັນໃຊ້ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ເນື່ອງຈາກສາມາດຫລຸດຄວາມສ່ຽງການເສຍຊີວິດຂອງຜູ້ຕິດເຊື້ອໂຄວິດ-19 ອາການຮຸນແຮງ ແລະ ອາການໜັກຂັ້ນວິກິດ ໂດຍທ່ານ ດິອາດ ເຕືອນຄວາມສ່ຽງຈາກການໃຊ້ຄໍຕິໂຄສເຕຍຣອຍປິ່ນປົວໄຂ້ຫວັດໃຫຍ່ ເນື່ອງຈາກອາດເຮັດໃຫ້ເຊື້ອໄວຣັສຍິ່ງເຕີບໃຫຍ່ ແລະ ເພີ່ມຈຳນວນຂຶ້ນ.