ລາວສະຫລອງວັນເດັກໂລກ ຂຶ້ນທີ່ນະຄອນຫລວງວຽງຈັນ

ລາວສະຫລອງວັນເດັກໂລກ ຂຶ້ນທີ່ນະຄອນຫລວງວຽງຈັນ - 123 1 - ລາວສະຫລອງວັນເດັກໂລກ ຂຶ້ນທີ່ນະຄອນຫລວງວຽງຈັນ
ລາວສະຫລອງວັນເດັກໂລກ ຂຶ້ນທີ່ນະຄອນຫລວງວຽງຈັນ - kitchen vibe - ລາວສະຫລອງວັນເດັກໂລກ ຂຶ້ນທີ່ນະຄອນຫລວງວຽງຈັນ

ໃນວັນທີ 20 ພະຈິກນີ້, ລາວເຮົາ ແລະ ອົງການຢູນິເຊັບ, ພ້ອມບັນດາຄູ່ຮ່ວມງານອື່ນໆ ໄດ້ຈັດພິທີສະເຫລີມສະ ຫລອງວັນເດັກໂລກ ໂດຍການສ່ອງໄຟສີຟ້າໃສ່ຫ້ອງການກະຊວງສາທາລະນະສຸກຕຶກໃໝ່ ແລະ ໂຮງຮຽນໃນນະຄອນຫລວງວຽງຈັນ ເພື່ອຊີ້ໃຫ້ເຫັນເຖິງຄວາມຄືບໜ້າໃນການແກ້ໄຂບັນຫາຕ່າງໆທີ່ມີຜົນກະທົບຕໍ່ເດັກ, ຍົກສູງຄວາມຮັບຮູ້ກ່ຽວກັບສະພາບການທີ່ເດັກຍັງບໍ່ໄດ້ໃຊ້ສິດທິພື້ນຖານຂອງພວກເຂົາຢ່າງເຕັມທີ່ ແລະ ຂະຫຍາຍກະບອກສຽງຂອງເດັກ ເພື່ອຮັບປະກັນວ່າພວກເຂົາໄດ້ບອກເຖິງອາ ນາຄົດທີ່ພວກເຂົາຕ້ອງການ.

ທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ກ່າວໃນພິທີວ່າ: ໃນເວລາທີ່ຫຍຸ້ງຍາກນີ້, ພວກເຮົາມີໂອກາດໃນການຄົ້ນຄິດຄືນໃໝ່ ເຖິງຄົນລາວລຸ້ນປີ 2030, ເຖິງວ່າໃນໄລຍະການລະບາດຂອງພະຍາດໂຄວິດ-19  ເດັກຫລາຍຄົນບໍ່ໄດ້ສືບຕໍ່ການຮໍ່າຮຽນ, ບໍ່ສາ ມາດເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ການສັກຢາກັນພະຍາດ, ຫລາຍຄອບຄົວຖືກຜົນກະທົບທາງດ້ານເສດຖະກິດຫນັກຫນ່ວງສົມຄວນ. ແຕ່ແນວໃດລັດຖະບານເຮົາກໍໄດ້ ຢັ້ງຢືນອີກເທື່ອໜຶ່ງ ເຖິງຄໍາໝັ້ນສັນຍາໃນການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ພວກເຮົາຈະກ້າວເຂົ້າໄປອີກບາດກ້າວໜຶ່ງ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫລຸດພົ້ນ ຈາກສະຖານະພາບປະເທດດ້ອຍພັດທະນາ.

ລາວສະຫລອງວັນເດັກໂລກ ຂຶ້ນທີ່ນະຄອນຫລວງວຽງຈັນ - Visit Laos Visit SALANA BOUTIQUE HOTEL - ລາວສະຫລອງວັນເດັກໂລກ ຂຶ້ນທີ່ນະຄອນຫລວງວຽງຈັນ

ໃນໂອກາດດຽວກັນທ່ານ  ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກໍໄດ້ມີຄຳເຫັນວ່າ: ວັນເດັກໂລກນີ້, ແມ່ນເປັນໂອກາດໃຫ້ທຸກຄົນໃນການຄົ້ນຄິດຄືນໃໝ່ເຖິງປະເທດລາວ ທີ່ພວກເຮົາຕ້ອງ ການສຳລັບເດັກ ແລະ ໄວໜຸ່ມທຸກໆຄົນ, ກໍຄື ຄົນລາວລຸ້ນປີ 2030. ອົງການຢູນີເຊັບ ຄຽງຄູ່ກັນກັບຄູ່ຮ່ວມງານ ໄດ້ພ້ອມກັນເສີມຂະຫຍາຍຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ເພື່ອຊີວິດທີ່ປອດໄພຂອງເດັກທຸກໆຄົນ ໂດຍສະເພາະເດັກທີ່ດ້ອຍໂອກາດ.

ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ເວົ້າວ່າ: ການພັດທະນາຖືເປັນວຽກບູລິມະສິດ ໃນຂະນະທີ່ພວກເຮົາກ້າວເຂົ້າສູ່ໄລຍະຫລັງການລະບາດຂອງພະຍາດໂຄວິດ-19. ດັ່ງນັ້ນພວກເຮົາຕ້ອງຮັບຟັງສຽງຂອງເດັກ ແລະ ຄວາມຄິດເຫັນຂອງເດັກ – ໄວໜຸ່ມ,  ເພື່ອພວກເຮົາສາມາດອອກແບບອານາຄົດທີ່ດີກວ່າເກົ່າໃຫ້ພວກເຂົາ.

ການສະເຫລີມສະຫລອງວັນເດັກໂລກນີ້, ເດັກ ແລະ ໄວໜຸ່ມ ຈະກ່າວອອກສຽງຂອງພວກເຂົາໃຫ້ທຸກຄົນໄດ້ຮັບຮູ້ຜ່ານສະຖານີວິທະຍຸ,  ເຊັ່ນດຽວກັນກັບຫ້ອງການ ແລະ ຊ່ອງທາງດີຈິຕອນຂອງອົງການຢູນິເຊັບ ຈະເປັນບ່ອນນໍາສະເໜີ ສິ່ງທີ່ພວກເຂົາໄດ້ຄົ້ນຄິດຄືນໃໝ່ເຖິງດ້ານສຶກສາ, ການລົງທືນໃນຮູບແບບການຮຽນຮູ້ຜ່ານທາງດິຈິຕອນ ແມ່ນມີຄວາມຈຳເປັນ, ຄົ້ນຄິດຄືນໃໝ່ເຖິງດ້ານສຸຂະພາບເພື່ອໃຫ້ເດັກທຸກໆຄົນ ເຂົ້າເຖິງການບໍລິການສາທາລະນາສຸກ, ຄົ້ນຄິດຄືນໃໝ່ເຖິງສະພາບແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ , ການປົກປ້ອງເດັກທຸກຄົນ ໃຫ້ປອດໄພຈາກອິນເຕີເນັດ ແລະ ໃນຊີວິດຕົວຈິງ.

ລາວສະຫລອງວັນເດັກໂລກ ຂຶ້ນທີ່ນະຄອນຫລວງວຽງຈັນ - 3 - ລາວສະຫລອງວັນເດັກໂລກ ຂຶ້ນທີ່ນະຄອນຫລວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!