ຊ່ອງທາງທຳມະຊາດ ເສັ້ນທາງຫລົບໜີເຂົ້າໄທ ຫລັງພົບຜູ້ຕິດເຊື້ອໂຄວິດ-19

ຊ່ອງທາງທຳມະຊາດກາຍເປັນຈຳເລີຍສຳຄັນຂອງການຕິດເຊື້ອໂຄວິດ-19 ຢູ່ໄທ. ຜ່ານມາຝ່າຍຄວາມໝັ້ນຄົງຢືນຢັນເຖິງຄວາມເຂັ້ມງວດໃນການເຝົ້າລະວັງການລັກລອບເຂົ້າ-ອອກປະເທດຕາມຊາຍແດນ ໂດຍສະເພາະຫລັງໄດ້ຮັບລາຍງານການລັກລອບເຂົ້າເມືອງຜິດກົດໝາຍ ແລະ ກາຍເປັນປັດໄຈສ່ຽງແຜ່ລະບາດພະຍາດໂຄວິດ-19.
ການກວດພົບຜູ້ຕິດເຊື້ອໂຄວິດ-19 ຈາກພາຍໃນປະເທດຍັງມີຕໍ່ເນື່ອງ ເຊິ່ງເປັນບັນຫາທີ່ຕ້ອງເຝົ້າລະວັງຫລາຍເປັນພິເສດ ເພາະຖ້າບໍ່ແກ້ໄຂໃຫ້ດີ ອາດຈະເຮັດໃຫ້ການລະບາດກະຈາຍວົງກວ້າງໄດ້ ໂດຍຂໍ້ມູນຫລ້າສຸດວັນທີ 6 ທັນວານີ້ ພົບຜູ້ຕິດເຊື້ອໃໝ່ 14 ຄົນ ໃນຈຳນວນນີ້ເປັນການຕິດເຊື້ອພາຍໃນປະເທດ 1 ຄົນ, ເປັນຜູ້ເດີນທາງມາຈາກຕ່າງປະເທດບໍ່ເຂົ້າສະຖານທີ່ກັກກັນ 3 ຄົນ ແລະ ເປັນຜູ້ຢູ່ໃນສະຖານທີ່ກັກທີ່ລັດຈັດໃຫ້ 10 ຄົນ ໂດຍຂໍ້ມູນສຳຄັນທີ່ມີໄນຕໍ່ການວາງແຜນປ້ອງກັນ ຄືຜູ້ຕິດເຊື້ອ 3 ຄົນດັ່ງກ່າວ ເດີນທາງມາຈາກມຽນມາ ເຊິ່ງມີຜູ້ຕິດເຊື້ອຫລາຍຄົນກ່ອນໜ້ານີ້ເດີນທາງມາຈາກມຽນມາເຊັ່ນກັນ.
ການປົກປິດຂໍ້ມູນຂອງຜູ້ທີ່ລັກລອບເຂົ້າເມືອງເປັນອຸປະສັກສຳຄັນຂອງການສອບສວນພະຍາດ ແລະ ການປ້ອງກັນພະຍາດ ເຊິ່ງຜ່ານມາ ກົມຄວບຄຸມພະຍາດລາຍງານວ່າ: ນັບແຕ່ທ້າຍເດືອນພະຈິກຫາວັນທີ 6 ທັນວານີ້ ມີຜູ້ຕິດເຊື້ອຈາກພາຍໃນປະເທດ 5 ຄົນ, ແຕ່ຈາກການສອບສວນພະຍາດທາງເລິກ ພົບວ່າ: ຜູ້ຕິດເຊື້ອມີການປົກປິດຄວາມຈິງ 2 ຄົນ ແລະ ເຮັດໃຫ້ເຈົ້າໜ້າທີ່ຕ້ອງໃຊ້ເວລາໃນການສອບສວນພະຍາດ ເພື່ອຕິດຕາມເສັ້ນທາງກ່ອນຈະພົບວ່າຕິດເຊື້ອເພີ່ມຂຶ້ນ ແລະ ຕ້ອງໃຊ້ຫລັກຖານຕ່າງໆຈຳນວນຫລາຍ ຈຶ່ງຈະເຮັດໃຫ້ຜູ້ຕິດເຊື້ອຍອມຮັບວ່າເດີນທາງກັບຈາກຕ່າງປະເທດ ແລະ ຕິດເຊື້ອຈາກຕ່າງປະເທດ.
ຊ່ອງທາງທຳມະຊາດກາຍເປັນຈຳເລີຍສຳຄັນຂອງການຕິດເຊື້ອໂຄວິດ-19 ພາຍໃນປະເທດໄທ ໂດຍຜ່ານມາຝ່າຍຄວາມໝັ້ນຄົງໄດ້ອອກມາຢືນຢັນເຖິງຄວາມເຂັ້ມງວດໃນການປ້ອງກັນ ແລະ ເຝົ້າລະວັງການລັກລອບເຂົ້າ-ອອກປະເທດຕາມຊາຍແດນ ລວມທັງເພີ່ມມາດຕະການເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະໃນພື້ນທີ່ແຂວງຊຽງໃໝ່ ແລະ ຊຽງຣາຍ ຫລັງຈາກໄດ້ຮັບລາຍງານການລັກລອບເຂົ້າເມືອງຜິດກົດໝາຍ ແລະ ກາຍເປັນປັດໄຈສ່ຽງໃນການແຜ່ລະບາດຂອງພະຍາດໂຄວິດ-19.
ການພົບຜູ້ຕິດເຊື້ອໂຄວິດ-19 ຍ່ອມສົ່ງຜົນກະທົບຕໍ່ສະຖານະການການທ່ອງທ່ຽວ ໂດຍສະເພາະໃນທ້າຍປີທີ່ເປັນລະດູການທ່ອງທ່ຽວຂອງພາກເໜືອ ເຊິ່ງນັກທ່ອງທ່ຽວໄທນິຍົມເດີນທາງໄປທ່ອງທ່ຽວພາກເໜືອ ເພື່ອສຳຜັດອາກາດໜາວເຢັນຂອງທຸກປີ ທັງແຂວງຊຽງໃໝ່ ແລະ ແຂວງຊຽງຣາຍທີ່ພົບຜູ້ຕິດເຊື້ອ ລວມທັງແຂວງອື່ນໆໃນພາກເໜືອ ເຊິ່ງຜ່ານມາຜູ້ປະກອບການທ່ອງທ່ຽວຢູ່ພາກເໜືອຕ່າງຄາດຫວັງເຖິງການທະຍອຍຟື້ນຕົວໃນທຸລະກິດທ່ອງທ່ຽວ ຫລັງຈາກງຽບເຫງົາມາດົນ ແຕ່ເມື່ອພົບສະຖານະການການຕິດເຊື້ອໃນປັດຈຸບັນ ເຮັດໃຫ້ຫລາຍຄົນກັງວົນທີ່ຈະໄປທ່ຽວ.
ຕ້ອງຍອມຮັບວ່າການປ້ອງກັນຊ່ອງທາງທຳມະຊາດບໍ່ມີທາງຄວບຄຸມໄດ້ 100% ຈຶ່ງເປັນໜ້າທີ່ຂອງທຸກຄົນທີ່ຈະຕ້ອງຮ່ວມກັນ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ນັບແຕ່ຕົວເຮົາເອງທີ່ຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມໃນການດຳເນີນການຕາມກົດລະບຽບທີ່ກ່ຽວຂ້ອງກັບການເດີນທາງເຂົ້າ-ອອກປະເທດ ລວມທັງການກັກຕົນເອງເພື່ອເຝົ້າລະວັງພະຍາດ ແລະ ໃນຊຸມຊົນທີ່ຕ້ອງຮ່ວມກັນເບິ່ງແຍງບຸກຄົນທີ່ມີຄວາມສ່ຽງໃນການຈະຕິດເຊື້ອ ຫລື ຈະແຜ່ເຊື້ອ. ໃນຂະນະທີ່ພາກລັດຈຳເປັນຕ້ອງຕິດຕາມຂໍ້ມູນເພື່ອປ້ອງກັນການລະບາດຢ່າງເຂັ້ມງວດ ເພື່ອໃຫ້ປະເທດຄວບຄຸມການລະບາດໃຫ້ໄດ້ຫລາຍທີ່ສຸດ.