ຜ່ານມາ ທ່ານ ໄບເດັນ ໄປຢາມລັດເຊຍ 4 ຄັ້ງ

ຜ່ານມາ ທ່ານ ໄບເດັນ ໄປຢາມລັດເຊຍ 4 ຄັ້ງ - AP 20314484333168 - ຜ່ານມາ ທ່ານ ໄບເດັນ ໄປຢາມລັດເຊຍ 4 ຄັ້ງ
ຜ່ານມາ ທ່ານ ໄບເດັນ ໄປຢາມລັດເຊຍ 4 ຄັ້ງ - kitchen vibe - ຜ່ານມາ ທ່ານ ໄບເດັນ ໄປຢາມລັດເຊຍ 4 ຄັ້ງ

ລາຍງານຂ່າວຈາກຕ່າງປະເທດ ວັນທີ 1 ກຸມພານີ້ ໃຫ້ຮູ້ວ່າ ມີໜ້ອຍຄົນຮູ້ ວ່າ ໄບເດັນໄປຢາມລັດເຊຍເຖິງ 4 ຄັ້ງ ໃນອະດີດທີ່ຜ່ານມາ ກ່ອນທີ່ເຂົາ ຈະເຂົ້ານັ່ງໃນທຳນຽບຂາວ.

ວັນທີ 26 ມັງກອນຜ່ານມາ, ພາຍຫຼັງຂຶ້ນກຳອຳນາດໄດ້ 1 ອາທິດ, ໄບເດັນໄດ້ໂທລະສັບໂອ້ລົມກັບ ປະທານາທິບໍດີ ປູຕິນ. ຜູ້ນຳສອງປະເທດ ໄດ້ເຫັນດີພ້ອມກັນ ຂະຫຍາຍເວລາຄວບຄຸມອາວຸດນິວເຄຣຍ (START) ຊະນິດໃໝ່ ອອກໄປຕື່ມອີກ. ສົນທີສັນຍາດັ່ງກ່າວ ໄດ້ກາຍເປັນພື້ນຖານໃຫ້ແກ່ການຄວບຄຸມອາວູດໃນທົ່ວໂລກ, ມີການກຳນົດຈຳນວນຫົວລູກສອນໄຟ ຕິດນິວເຄຣຍ ຍຸດທະສາດຂອງແຕ່ລະຝ່າຍ, ສາມາດຄອບຄອງໄດ້ບໍ່ໃຫ້ເກີນ 1.500 ຫົວທີ່ຕິດຕັ້ງໃນພາກພື້ນດິນ, ເທິງກຳປັ່ນ ແລະ ໃນເຮືອບິນຖິ້ມລະເບີດບໍ່ໃຫ້ເກີຍ 700 ລູກ.

ໃນການເຄື່ອນໄຫວທາງການເມືອງຂອງຕົນ ໃນໄລຍະທີ່ຜ່ານມາ ໄບເດັນ ໄດ້ໄປຢາມລັດເຊຍເຖິງ 4 ຄັ້ງ. ໃນນັ້ນ ມີ 2 ຄັ້ງແມ່ນຢູ່ໃນໄລຍະຂອງ ສະຫະພາບໂຊວຽດ(ປີ 1979,​1988) ແລະ ອີກ 2 ຄັ້ງໃນສະໃໝ ລັດເຊຍຍຸກໃໝ່(1997,​2011). ແຕ່ລະຄັ້ງທີ່ເຂົາໄປລັດເຊຍ ເຂົາມີຄວາມປະທັບໃຈກັບເຈົ້າໜ້າທີ່ຂອງລັດເຊຍ ທີ່ເຂົາໄດ້ພົບປະນຳ.

ນັກສັງເກດການທັງຫຼາຍ ລ້ວນແຕ່ສະແດງຄວາມຫວັງໄວ້ກັບ ໄບເດັນ ທີ່ເຂົາມີປະສົບການກັບລັດເຊຍ ຜ່ານການໄປຢ້ຽມຢາມເຖິງ 4 ຄັ້ງນັ້ນວ່າ ດ້ວຍປະສົບການດັ່ງກ່າວ ໄບເດັນ ຈະສາມາດຫຼຸດຜ່ອນຄວາມເຄັ່ງຕຶງທາງການເມືອງ ແລະ ການທະຫານກັບລັດເຊຍໄດ້ ເພື່ອນຳເອົາຜົນປະໂຫຍດມາໃຫ້ທັງສອງປະເທດພິມະຫາອຳນາດ.

ຜ່ານມາ ທ່ານ ໄບເດັນ ໄປຢາມລັດເຊຍ 4 ຄັ້ງ - 3 - ຜ່ານມາ ທ່ານ ໄບເດັນ ໄປຢາມລັດເຊຍ 4 ຄັ້ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!