ຄະນະນັກວິໄຈຍີ່ປຸ່ນພັດທະນາແອບພິເຄຊັນ ເພື່ອຊ່ວຍອົບພະຍົບປະຊາຊົນທີ່ອາໄສຢູ່ຕາມເມືອງໃຫຍ່ໆໄດ້ທັນທີ ຖ້າເກີດຄື້ນສຶນາມິ ໂດຍແອັບຈະຊ່ວຍບອກເສັ້ນທາງທີ່ສັ້ນທີ່ສຸດ, ຜູ້ໃຊ້ງານຍັງແຊຂໍ້ມູນ ລວມທັງຮູບຄວາມເສຍຫາຍ ຕາມບໍລິເວນຕ່າງໆ, ກຽມທົດລອງໃຊ້ໃນເດືອນທັນວານີ້. ຄະນະນັກວິໄຈຍີ່ປຸ່ນພັດທະນາແອບພິເຄຊັນໃນໂທລະສັບມືຖື ເພື່ອຊ່ວຍອົບພະຍົບປະຊາຊົນທີ່ອາໄສຢູ່ຕາມເມືອງ ໃຫຍ່ໆໄດ້ທັນທີ ຖ້າເກີດຄື້ນສຶນາມິ, ເປັນການພັດທະນາຮ່ວມກັນລະຫວ່າງສະຖາບັນວິໄຈດ້ານໄພພິບັດສາກົນ ມະຫາວິທະຍາໄລໂຕໂຮກຸ ແລະ ບໍລິສັດຟູຈິສິ ໂດຍໄດ້ຮັບການຮ່ວມມືຈາກທາງການເມືອງຄາວາຊາກິ ເຊິ່ງຢູ່ໃກ້ກັບນະຄອນຫລວງໂຕກຽວ ແລະ ກຽມທົດລອງການໃຊ້ຂອງແອັບພິເຄຊັນໃນເດືອນທັນວານີ້….