ບຸນທາດຫລວງ​ປີ​ນີ້​ຂໍ​ໃຫ້​ງົດ​ງາມ​ສົດ​ໃສ​ໄຮ້​ສິ່ງ​ເຮິະຮ້າຍ

ບຸນນະມັດສະການພະທາດຫລວງປີນີ້ໄດ້ກຳນົດເອົາ​ແຕ່​ວັນ​ທີ 29 -31 ຕຸລາ 2020 ​ເຊິ່ງກົງກັບມື້ຂຶ້ນ 13-15 ຄ່ຳເດືອນ 12 ​ເພັງ (ລາວ) ພສ 2563. ເຊິ່ງຈັດຂຶ້ນແຕ່ 3 ມື້, ບໍ່ມີງານຕະຫລາດນັດຂາຍສິນຄ້າ ແລະ ແຕກຕ່າງຈາກທຸກໆປີຜ່ານມາ, ເນື່ອງຈາກວ່າການລະບາດຂອງພະຍາດໂຄວິດ-19….

ບັນຍາກາດຕັກບາດງານບຸນນະມັດສະການພະທາດຫຼວງ ປີ 2020.

ໃນຕອນເຊົ້າວັນທີ 31 ຕຸລານີ້ ມວນຊົນລາວໄດ້ພາກັນເຕົ້າໂຮມທີ່ເີ່ນພະທາດຫລວງເພື່ອບາດ​ຖວາຍສັງຄະທານ ຢ່າງຄຶກຄື້ນ ເປັນການປະຕິບັດຕາມຮີດຄອງປະເພນີອັນດີງາມທີ່ສືບຕໍ່ກັນມາດົນນານ.

10 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຕະຫລາດທຶນລາວ

ໃນວັນທີ 30 ຕຸລານີ້, ຄະນະກໍາມະການຄຸ້ມຄອງຫລັກຊັບລາວ ໄດ້ຈັດພິທີສະຫລຸບຜົນງານ 10 ປີ ຕະຫລາດທຶນລາວ (10/10/2010-10/10/2020) ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກໍາມະການຄຸ້ມຄອງຫລັກຊັບ, ມີທ່ານ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈໍາລາວ ແລະ…

ເຕົ່າທະເລຍົກນິ້ວກາງ ຄວ້າລາງວັນຊະນະເລີດ ຮູບຖ່າຍສັດປ່າຕາຫລົກປະຈຳປີ 2020

ປະກາດ​ຜົນສຳ​ເລັດ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ສຳລັບ​ການ​ປະ​ກວດ​ແຂ່ງຂັນ​ຮູບ​ຖ່າຍ​ປະຈຳ​ປີ ທີ່​ມີ​ຊ່າງ​ຖ່າຍຮູບ​ຝີ​ມື​ດີ​ສົ່ງ​ຮູບ​ເຂົ້າຮ່ວມ​ປະ​ກວດ​ເປັນ​ຈຳນວນ​ຫລາຍ ​ໂດຍ​ຮູບ​ເຕົ່າ​ເທີຣີ ໜ້າ​ຕາ​ອາລົມ​ບໍ່​ດີ ພ້ອມ​ທ່າ​ທາງ​ຄື​ຍົກ​ນິ້ວກາງຂອງ Mark Fitzpatrick ຄວ້າ​ລາງວັນ​ຊະນະ​ເລີດ​ຮູບ​ຖ່າຍ​ສັດປ່າ​ຕາ​ຫລົກ​ປະຈຳ​ປີ 2020 (Comedy Wildlife Photography Awards 2020) ​ໄປ​ຄອງ​ໄດ້​ສຳ​ເລັດ. ນີ້​ຄື​ຮູບ​ຖ່າຍ​ສັດປ່າ​ບາງ​ສ່ວນ​ທີ່​ຊະນະ​ລາງວັນ ​ແລະ ຜ່ານ​ເຂົ້າຮອບ​ສຸດ​ທ້າຍ​ໃນ​ປີ​ນີ້.

ການລະເມີດວິໄນທາງການເງິນມີທ່າອ່ຽງຫລຸດລົງ

ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 10 ​ໃນ​ວັນ​ທີ 30 ຕຸລາ​ນີ້ ​ໃຫ້​ຮູ້​ຕື່ມ​ຕໍ່ການຈັດຕັ້ງປະຕິບັດການກວດສອບ ແລະ ມາດຕະການແກ້ໄຂຜົນການກວດສອບຢູ່ບັນດາກະຊວງ ແລະ ທ້ອງຖິ່ນທີ່ລະເມີດວິໄນແຜນການ-ການເງິນໃນຜ່ານມາວ່າ: ອົງການກວດສອບແຫ່ງລັດ, ມີໜ້າທີ່ກວດກາບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດໃນ​ແຕ່ລະປີຂອງບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຕາມລັດຖະທໍາມະນູນ ແລະ…

ວິທີຫຼີກລ່ຽງຈາກໄພພິບັດຂີ້ເຫຍື້ອ ຂອງຄົນຍີ່ປຸ່ນ

ຄົນຍີ່ປຸ່ນ ມີຄຳເວົ້າຄຳໜຶ່ງ ສະແດງໃຫ້ເຫັນ ຄວາມເສຍດາຍທີ່ຖິ້ມສິ່ງໃດສິ່ງໜຶ່ງທີ່ມີຄຸນຄ່າໄປ, ດັ່ງຄຳເວົ້າທີ່ວ່າ “ mottainai”(ຢ່າໃຫ້ເສຍຖິ້ມໄປສີ່ງທີ່ມີຄຸນຄ່າ). ສິ່ງເຫຼົ່ານັ້ນ ມັນໄດ້ກາຍເປັນສະຕິ ຄວາມຮູ້ສຶກຂອງຄົນຍີ່ປຸ່ນໄປແລ້ວ. ໃນບົດຂຽນບົດໜຶ່ງກ່ຽວກັບເສດຖະກິດຂອງໂລກ, ນັກຂຽນຄົນໜຶ່ງຊື່ Kate Whiting ໄດ້ຊີ້ໃຫ້ເຫັນລະບົບກຳຈັດຂີ້ເຫຍື້ອຢ່າງສະຫຼາດຂອງຄົນຍີ່ປຸ່ນ ຊຶ່ງເປັນບົດຮຽນລໍ້າຄ່າໃຫ້ແກ່ໂລກວ່າ: ທຸກສິ່ງເສດເຫຼືອ ນັບຕັ້ງແຕ່ polystyrene(ຢາງປະລາສະຕິກທີ່ອ່ອນແຫຼວ) ຈົນຮອດພາສະນະບັນຈຸເຄື່ອງ…

ໜັງສືພິມ ລາວພັດທະນາ ໄດ້ຮັບໂລລາງວັນ ແລະ ໃບຍ້ອງຍໍຈາກຕະຫລາດທຶນລາວ

​ໃນ​ພິທີ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງຕະຫລາດ​ທຶນ​ລາວ ຄົບຮອບ 10 ປີ (10/10/2010 – 10/10/2020) ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ຕຸລາ​ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ໜັງສືພິມ ລາວ​ພັດທະນາ ມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ຮັບ​ໂລ້​ລາງວັນ ​ແລະ ​ໃບ​ຍ້ອງຍໍ​ຈາກ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຕະຫລາດ​ທຶນ​ລາວ ທີ່​ໄດ້​ປະກອບສ່ວນ​ເຮັດ​ວຽກ​ງານ​ໂຄສະນາ​ໃຫ້​ແກ່​ຕະຫລາດ​ທຶນ​ດັ່ງກ່າວ​ໄດ້​ເຕີບ​ໃຫຍ່​ຂະຫຍາຍຕົວ ​ເປັນ​ທີ່​ເຊື່ອ​ໝັ້ນຂອງ​ສັງຄົມ ​ແລະ ຊ່ວຍ​ລັດຖະບານ​ລະດົມ​ທຶນ​ເຂົ້າມາ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ໄດ້​ເປັນ​ຢ່າງ​ດີ.

ກະຊວງກະສິກຳອອກຄຳສັ່ງແນະນຳການເກັບກ່ຽວມ້ຽນມັດຜົນຜະລິດລະດູຝົນ ແລະ ກຽມຄວາມພ້ອມເຂົ້າສູ່ການຜະລິດລະດູແລ້ງໃຫ້ໄດ້ຮັບຜົນ

​ໃນ​ວັນ​ທີ 26 ຕຸລາ​ນີ້, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ອອກ​ຄຳ​ສັ່ງ​ແນະນຳ ສະບັບ​ເລກທີ 1991/ກປ ​ເຖິງ​ຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້​ທົ່ວ​ປະ​ເທດ​ເອົາ​ໃຈ​ໃສ່​ແນະນຳ​ຊາວ​ກະສິກອນ​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ​ເກັບ​ກ່ຽວ​ມ້ຽນ​ມັດ​ຜົນ​ຜະລິດ​ລະດູຝົນ ​ແລະ ກະກຽມ​ຄວາມ​ພ້ອມ​ເຂົ້າສູ່​ການ​ຜະລິດ​ລະດູ​ແລ້ງ​ໃຫ້​ໄດ້​ຮັບ​ຜົນ. ​ໃນ​ແຈ້ງ​ການ​ດັ່ງກ່າວ​ລະບຸ​ວ່າ: 1. ​ໃຫ້​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ, ນະຄອນຫລວງ​ວຽງ​ຈັນ…

ຫຼາຍໝື່ນຄົນ ແຫ່ກັນອອກຈາກ ປາຣີ ເພື່ອຫຼີກການລັອກດາວ

ຄ້າຍແລງຂອງວັນທີ 29 ຕຸລານີ້ ມີຫຼາຍໝື່ນຄົນ ແຫ່ກັນອອກຈາກກຸງ ປາຣີ ເພື່ອຫຼີກການປະກາດລັອກດາວຂອງລັດຖະບານ ກ່ອນທີ່ຈະມີຜົນບັງຄັບໃຊ້, ອັນເຮັດໃຫ້ການຈະລາຈອນຕ້ອງຕິດຂັດ. ສຳນັກຂ່າວ ເດລີເມລ ເປີດເຜີຍຄິບວີດີໂອ ໃນເຄືອຂ່າຍສັງຄົມ ທະວິດເຕີ ໃຫ້ເຫັນພາບຜູ້ຄົນຊຸກແຍ່ແຫ່ກັນອອກຈາກ ກຸງປາຣີ ເພື່ອຫຼີກໜີການລັອກດາວຂອງລັດຖະບານກ່ອນຈະມີຜົນບັງຄັບໃຊ້ໃນເວລາ 9 ໂມງກາງຄືນ ແລະ…

ໂບອິ້ງ ປັບຫຼຸດພະນັກງານລົງ ຍ້ອນຂາດທຶນໜັກ

ສຳນັກຂ່າວ ເອເອຟພີ ລາຍງານເມື່ອວັນທີ 28 ຕຸລາທີ່ຜ່ານມາວ່າ  ບໍລິສັດໂບອິ້ງ ຜູ້ປະກອບອຸດສາຫະກຳ ການເດີນອາກາດຍັກໃຫ່ຍ ຂອງສະຫະລັດອາເມລິກາ ໄດ້ປະກາດແຜນປັບຫຼຸດພະນັກງານລົງອີກ 7.000 ຄົນ ທີ່ຈະເຮັດໃຫ້ຈຳນວນພະນັກງານໂບອິ້ງຫຼຸດລົງ 30.000 ຄົນພາຍໃນ 2 ປີ ໂດຍປາຍປີ 2021 ໂບອິ້ງຈະເຫຼືອພະນັກງານ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!