ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຕ້ອນຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ເດຍ​ປະຈຳ​ລາວ ເຂົ້າ​ຢ້ຽມ​ອຳ​ລາ

​ວັນ​ທີ 29 ທັນວາ 2022 ຜ່ານມາ ທີ່​ກະຊວງ​ປ້ອງ​ກັນ​ປະເທດ ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ ທ່ານ ດິນ​ຄາຣ໌ ແອັດ​ທາ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ເດຍ ປະຈຳ ​ສປປ ລາວ…

ປີ 2022 ຈຳນວນເດັກນ້ອຍເກີດໃໝ່ຂອງຍີ່ປຸ່ນ ຕ່ຳກວ່າ 800.000 ຄົນ

 ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ ຈຳນວນເດັກນ້ອຍເກີດໃໝ່ຂອງຍີ່ປຸ່ນມີທ່າອ່ຽງຫຼຸດລົງຕ່ຳກວ່າ 800.000 ຄົນ ໃນປີ 2022 ຊຶ່ງເປັນລະດັບຕໍ່າທີ່ສຸດເປັນປະຫວັດສາດ. ໃນໄລຍະເດືອນມັງກອນເຖິງເດືອນຕຸລາ ຈຳນວນເດັກນ້ອຍເກີດໃໝ່ຫຼຸດລົງ 4,8% ຈາກປີ 2021 ຢູ່ທີ່ 669.871 ຄົນ ຂະນະທີ່ຈຳນວນເດັກນ້ອຍເກີດໃໝ່ລວມທັງໝົດປີ…

ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ຄວາມສູນເສຍເຫດໂສກນາດຕະກຳໄຟໄໝ້ກາສິໂນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 30 ທັນວາ 2022 ທີ່ຜ່ານມາ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີຂອງກຳປູເຈຍໄດ້ກ່າວສະແດງຄວາມເສຍໃຈຢ່າງສຸດຊຶ້ງຈາກເຫດການໂສກນາດຕະກຳໄຟໄໝ້ຮຸນແຮງທີ່ໂຮງແຮມ ກາສິໂນ ແກຮນໄດມ້ອນ ຊິຕີ ໃນເມືອງປອຍເປດ ໃນວັນທີ 28 ທັນວາ 2022 ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 19…

ຮ່າງກົດໝາຍ 25 ສະບັບ ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ ເທື່ອທີ 6

 ຕາມການລາຍງານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ໃນວັນທີ 29 ທັນວາ 2022 ຜ່ານມາ ທີ່ຫໍສະພາແຫ່ງຊາດ ນີ້ວ່າ: ໃນປີ 2023 ສະພາແຫ່ງຊາດ ຈະສະເໜີຮ່າງກົດໝາຍເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະ ໄໝສາມັນ ເທື່ອທີ 5…

ຮັກຕັບ=ຮັກສຸຂະພາບ

ມື້ສຸດທ້າຍຂອງປີ 2022 ແລ້ວ ຫລາຍຄົນອາດຈະມີງານລ້ຽງສັງສັນ ແລະ ສິ່ງທີ່ມັກມາພ້ອມກັບງານລ້ຽງສັງສັນກໍຄົງຈະເປັນເຄື່ອງດື່ມແອວກໍຮໍ ທີ່ເປັນເລື່ອງໂຕ້ຖຽງກັນຕະຫລອດມາເຊັ່ນວ່າມັນດີຕໍ່ສຸຂະພາບແທ້ບໍ່ຖ້າດື່ມພຽງເລັກໜ້ອຍ? ເຊິ່ງອົງການອະນາໄມໂລກ (WHO)ໄດ້ໃຫ້ຂໍ້ມູນວ່າ ຄວາມຈິງແລ້ວບໍ່ມີລະດັບການດື່ມແອວກໍຮໍທີ່ປອດໄພຕໍ່ຮ່າງກາຍ ເພາະຍິ່ງດື່ມຫລາຍເທົ່າໃດຍິ່ງມີຄວາມສ່ຽງຕໍ່ການເກີດພະຍາດຫລາຍຂຶ້ນເທົ່ານັ້ນ, ແຕ່ຖ້າໃຜທີ່ຍັງຮັກສຸຂະພາບ ແລະ ຢາກຫລີກລ່ຽງ ຫລື ຫລຸດການດື່ມແອວກໍຮໍ ຄວນດື່ມຕາມປະລິມານຕໍ່ໄປນີ້: ປະລິມານທີ່ເໝາະສົມໃນການດື່ມແອວກໍຮໍຕໍ່ມື້ທີ່ບໍ່ສົ່ງຜົນເສຍຕໍ່ສຸຂະພາບ ເບຍກະປ໋ອງ ບໍ່ເກີນ…

ເດັກນ້ອຍ ປະເທດອຸດສະເບກິດສະຖານ ເສຍຊີວິດຢ່າງໜ້ອຍ 18 ຄົນ ຫລັງ ກິນຢານ້ຳແກ້ໄອ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 30 ທັນວາ 2022 ທີ່ຜ່ານມາ ທາງການອິນເດຍສັ່ງລະງັບການຜະລິດຂອງບໍລິສັດ ມາຣຽນ ໄບໂອເທັກ ບໍລິສັດຢາຍັກໃຫຍ່ອັນດັບສອງຂອງປະເທດ ແລະ ເລັ່ງສອບສວນຢາດັ່ງກ່າວ ພາຍຫລັງກະຊວງສາທາລະນະສຸກ ອຸດສະເບກິດສະຖານ ຖະແຫລງວ່າມີເດັກນ້ອຍຢ່າງໜ້ອຍ 18 ຄົນ ເສຍຊີວິດຫລັງກິນຢາ  ດ໋ອກ 1…

ຄຳປະຕິຍານຮັບຕຳແໜ່ງນາຍົກ ຂອງທ່ານສອນໄຊ ສີພັນດອນ ແລະ ວຽກງານຈຸດສຸມຂອງລັດຖະບານ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່ ໄດ້ມີຄຳເຫັນກ່າວຮັບຕໍາແໜ່ງ ໃນວັນທີ 30 ທັນວາ 2022  ຊຶ່ງມີບາງຕອນວ່າ: ນີ້ແມ່ນການມອບໝາຍຄວາມຮັບຜິດຊອບການເມືອງທີ່ມີກຽດສູງສຸດຂອງຕົນ, ທັງເປັນໜ້າທີ່ອັນໜັກໜ່ວງ ແລະ ທ້າທາຍ ທົດສອບໃຫຍ່ຫຼວງ ໃນຖານະເປັນຫົວໜ້າລັດຖະບານ…

ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວອຳລາຕຳແໜ່ງ

ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວອຳລາຕຳແໜ່ງ ໃນຕອນບ່າຍວັນທີ 30 ທັນວາ 2022, ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,…

3 ປີ ຜ່ານມາ ເມືອງໄຊຍະບູລີ ມີຄອບຄົວພັດທະນາ 14.000 ກວ່າຄອບຄົວ

ກອງປະຊຸມກາງສະໄໝທີ IX ຂອງອົງຄະນະພັກເມືອງໄຊຍະບູລີ ຈັດຂຶ້ນວັນທີ 29 ທັນວາ 2022 ໂດຍເປັນປະທານ ຂອງທ່ານ  ບຸນແທນ ທີແກ້ວ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!